ອະບາຍມຸຂ
ໜ້າ/ 66
ເປັນຜູ້ປະພຶຕຜິດໃນກາມທັງຫລາຍ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາເມສຸມິຈສາຈາຣເປັນປັຈຈັຍ.
ເປັນຜູ້ເວົ້າຕົວະ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະມຸສາວາທເປັນປັຈຈັຍ.
ເປັນຜູ້ເວົ້າສຽດສີ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະປິສຸນາວາຈາເປັນປັຈຈັຍ.
ເປັນຜູ້ເວົ້າຄຳຫຍາບ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະຜະຣຸສະວາຈາເປັນປັຈຈັຍ.
ເປັນຜູ້ເວົ້າຄຳສັມຜັປປະລາປະ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະສັມຜັປປະລາປະເປັນປັຈຈັຍ.
ເປັນຜູ້ມີອະພິຊຊາຫລາຍ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະອະພິຊຊາເປັນປັຈຈັຍ.
ເປັນຜູ້ມີຈິຕພະຍາບາທ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະພະຍາບາທເປັນປັຈຈັຍ.
ເປັນຜູ້ມີຄວາມເຫັນຜິດ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະມິຈສາທິຕຖິເປັນປັຈຈັຍ.
ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ພິກຂຸທັງຫລາຍ! ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ.
ພິກຂຸທັງຫລາຍ! ກໍທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະປານາຕິບາຕເປັນປັຈຈັຍ.
ເປັນຜູ້ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະອະທິນນາທານເປັນປັຈຈັຍ.
ເປັນຜູ້ປະພຶຕຜິດໃນກາມທັງຫລາຍ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາເມສຸມິຈສາຈາຣເປັນປັຈຈັຍ.
ເປັນຜູ້ເວົ້າຕົວະ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະມຸສາວາທເປັນປັຈຈັຍ.
ເປັນຜູ້ເວົ້າສຽດສີ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະປິສຸນາວາຈາເປັນປັຈຈັຍ.
ເປັນຜູ້ເວົ້າຄຳຫຍາບ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະຜະຣຸສະວາຈາເປັນປັຈຈັຍ.
ເປັນຜູ້ເວົ້າຄຳສັມຜັປປະລາປະ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະສັມຜັປປະລາປະເປັນປັຈຈັຍ.
ເປັນຜູ້ມີອະພິຊຊາຫລາຍ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະອະພິຊຊາເປັນປັຈຈັຍ.
ເປັນຜູ້ມີຈິຕພະຍາບາທ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະພະຍາບາທເປັນປັຈຈັຍ.
ເປັນຜູ້ມີຄວາມເຫັນຜິດ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະມິຈສາທິຕຖິເປັນປັຈຈັຍ.
ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ພິກຂຸທັງຫລາຍ! ທັມສະມາທານນີ້ແລ ທີ່ມີສຸຂໃນປັຈຈຸບັນ ແຕ່ມີຂ໌ທຸກຂ໌ເປັນວິບາກຕໍ່ໄປ.
ພິກຂຸທັງຫລາຍ! ກໍທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກກາຣຂ້າສັຕ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກປານາຕິບາຕເປັນປັຈຈັຍ.
ເປັນຜູ້ເວັ້ນຂາດຈາກກາຣຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມ ສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກອະທິນນາທານເປັນປັຈຈັຍ.
ເປັນຜູ້ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມ ສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກກາເມສຸມິຈສາຈາຣເປັນປັຈຈັຍ.
ເປັນຜູ້ເວັ້ນຂາດຈາກກາຣເວົ້າຕົວະ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກມຸສາວາທເປັນປັຈຈັຍ.








