ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລບໍ່ຮູ້ຈັກທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ໄປແລ້ວໃນອະວິຊຊາ ຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ເມື່ອບໍ່ຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນອະວິຊຊາ ບໍ່ຮູ້ຊັດຕາມຄວາມເປັນຈິງ ຈຶ່ງບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ເມື່ອບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນບໍ່ຮູ້ຖືກຕ້ອງ.

ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລຮູ້ຈັກທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ ເມື່ອຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງ ຈຶ່ງບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ເມື່ອບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນຮູ້ຖືກຕ້ອງ.

ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລຮູ້ຈັກທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປ ເມື່ອຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງ ຈຶ່ງບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ເມື່ອບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນຮູ້ຖືກຕ້ອງ.

ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລຮູ້ຈັກທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ ເມື່ອຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງ ຈຶ່ງເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ເມື່ອເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນຮູ້ຖືກຕ້ອງ.

ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລຮູ້ຈັກທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ເມື່ອຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງ ຈຶ່ງເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ເມື່ອເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນຮູ້ຖືກຕ້ອງ.

ພິກຂຸທັງຫລາຍ! ກໍທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປເປັນຢ່າງໃດ?

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມ ສເວີຍທຸກຂ໌ໂທມະນັສ ເພາະປານາຕິບາຕເປັນປັຈຈັຍ.

ເປັນຜູ້ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະອະທິນນາທານເປັນປັຈຈັຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ