ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ເປັນຜູ້ເວັ້ນຂາດຈາກກາຣເວົ້າສຽດສີ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກປິສຸນາວາຈາເປັນປັຈຈັຍ.

ເປັນຜູ້ເວັ້ນຂາດຈາກກາຣເວົ້າຄຳຫຍາບ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກຜະຣຸສະວາຈາເປັນປັຈຈັຍ.

ເປັນຜູ້ເວັ້ນຂາດຈາກກາຣເວົ້າຄຳສັມຜັປປະລາປະ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກສັມຜັປປະລາປະເປັນປັຈຈັຍ.

ເປັນຜູ້ບໍ່ມີອະພິຊຊາຫລາຍ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະອະນະພິຊຊາເປັນປັຈຈັຍ.

ເປັນຜູ້ບໍ່ມີຈິຕພະຍາບາທ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣບໍ່ພະຍາບາທເປັນປັຈຈັຍ.

ເປັນຜູ້ມີຄວາມເຫັນຊອບ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະສັມມາທິຕຖິເປັນປັຈຈັຍ.

ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ.

ພິກຂຸທັງຫລາຍ! ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ.

ພິກຂຸທັງຫລາຍ! ກໍທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປເປັນຢ່າງໃດ?

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກກາຣຂ້າສັຕ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກປານາຕິບາຕເປັນປັຈຈັຍ.

ເປັນຜູ້ເວັ້ນຂາດຈາກກາຣຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກອະທິນນາທານເປັນປັຈຈັຍ.

ເປັນຜູ້ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກກາເມສຸມິຈສາຈາຣເປັນປັຈຈັຍ.

ເປັນຜູ້ເວັ້ນຂາດຈາກກາຣເວົ້າຕົວະ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກມຸສາວາທເປັນປັຈຈັຍ.

ເປັນຜູ້ເວັ້ນຂາດຈາກກາຣເວົ້າສຽດສີ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກປິສຸນາວາຈາເປັນປັຈຈັຍ.

ເປັນຜູ້ເວັ້ນຂາດຈາກກາຣເວົ້າຄຳຫຍາບ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກຜະຣຸສະວາຈາເປັນປັຈຈັຍ.

ເປັນຜູ້ເວັ້ນຂາດຈາກກາຣເວົ້າຄຳສັມຜັປປະລາປະ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກສັມຜັປປະລາປະເປັນປັຈຈັຍ.

ເປັນຜູ້ບໍ່ມີອະພິຊຊາຫລາຍ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະອະນະພິຊຊາເປັນປັຈຈັຍ.

ເປັນຜູ້ບໍ່ມີຈິຕພະຍາບາທ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣບໍ່ພະຍາບາທເປັນປັຈຈັຍ.

ເປັນຜູ້ມີຄວາມເຫັນຊອບ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະສັມມາສາທິຕຖິເປັນປັຈຈັຍ.

ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ.

ພິກຂຸທັງຫລາຍ! ທັມສະມາທານນີ້ແລ ທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ.

ພິກຂຸທັງຫລາຍ! ທັມສະມາທານ ໔ ປະກາຣນີ້ແລ.

ພິກຂຸທັງຫລາຍ! ປຽບເໝືອນນ້ຳເຕົ້າຂົມປົນດ້ວຍຢາພິດ ບຸຣຸສທີ່ຮັກຊີວິຕ ບໍ່ຢາກຕາຍ ຮັກສຸຂ ລັງກຽດທຸກຂ໌ ມາເຖິງແລ້ວ ຊົນທັງຫລາຍບອກເຂົາວ່າ ທ່ານຜູ້ຈະເຣີນ ນ້ຳເຕົ້າຂົມນີ້ປົນດ້ວຍຢາພິດ ຖ້າທ່ານປາຖນາຈະດື່ມກໍຈົ່ງດື່ມເຖີດ ນ້ຳເຕົ້າຂົມນັ້ນຈັກບໍ່ແຊບແກ່ທ່ານຜູ້ດື່ມ ທັງສີ ທັງກິ່ນ ທັງຣົສ ຄັນທ່ານດື່ມເຂົ້າແລ້ວ ຈັກເຖິງຄວາມຕາຍ ຫລືຈັກເຖິງຄວາມທຸກຂ໌ປາງຕາຍ. ບຸຣຸສນັ້ນບໍ່ພິຈາຣະນານ້ຳເຕົ້າຂົມນັ້ນແລ້ວ ດື່ມບໍ່ວາງ ຍ່ອມບໍ່ແຊບ ເພາະສີແດ່ ກິ່ນແດ່ ຣົສແດ່ ຄັນດື່ມແລ້ວ ຍ່ອມເຖິງຄວາມຕາຍ ຫລືເຖິງຄວາມທຸກຂ໌ປາງຕາຍ ສັນໃດ; ພິກຂຸທັງຫລາຍ ເຮົາກ່າວທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປວ່າ ມີອຸປະມາ ສັນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ