ອະບາຍມຸຂ
ໜ້າ/ 66
ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາທເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບາລຈັກລົງໂທສໂດຍອາກາຣທີ່ທ່ານປະມາທແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມາຣດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິຕອະມາຕກະທຳໃຫ້ທ່ານ ບໍ່ແມ່ນຍາຕສາຍໂລຫິຕກະທຳໃຫ້ທ່ານ ບໍ່ແມ່ນສະມະນະຫລືພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ ຕົວທ່ານເອງກະທຳເຂົ້າໄວ້ ທ່ານເທົ່ານັ້ນຈັກສເວີຍວິບາກຂອງບາບກັມນີ້.
ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ ໒ ກັບສັຕນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ ໓ ວ່າ:
ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູຕທີ ໓ ປາກົຕຢູ່ໃນໝູ່ມະນຸສຫລື?
ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!
ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນຍິງຫລືຊາຍຜູ້ປ່ວຍໄຂ້ ໄດ້ຮັບທຸກຂະເວທະນາ ເປັນໄຂ້ໜັກ ນອນເປື້ອນມູຕຄູຖຂອງຕົນ ມີຜູ້ອື່ນຄອຍພະຍຸງລຸກ ພະຍຸງເດີນ ຢູ່ໃນໝູ່ມະນຸສຫລື?
ສັຕນັ້ນທູລຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!
ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:
ແມ່ນແຕ່ເຮົາກໍມີຄວາມເຈັບໄຂ້ເປັນທັມມະດາ ບໍ່ລ່ວງພົ້ນຄວາມເຈັບໄຂ້ໄປໄດ້ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?
ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ ຂ້ານ້ອຍ ມົວປະມາທເສຍ ຂ້ານ້ອຍ!
ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາທເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບາລຈັກລົງໂທສໂດຍອາກາຣທີ່ທ່ານປະມາທແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມາຣດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິຕອະມາຕກະທຳໃຫ້ທ່ານ ບໍ່ແມ່ນຍາຕສາຍໂລຫິຕກະທຳໃຫ້ທ່ານ ບໍ່ແມ່ນສະມະນະຫລືພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ ຕົວທ່ານເອງກະທຳເຂົ້າໄວ້ ທ່ານເທົ່ານັ້ນຈັກສເວີຍວິບາກຂອງບາບກັມນີ້.
ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ ໓ ກັບສັຕນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ ໔ ວ່າ:
ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູຕທີ ໔ ປາກົຕຢູ່ໃນໝູ່ມະນຸສຫລື?
ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!
ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນຣາຊາທັງຫລາຍໃນໝູ່ມະນຸສຈັບໂຈຣຜູ້ປະພຶຕຜິດມາແລ້ວ ສັ່ງລົງໂທສຕ່າງຊະນິດແດ່ຫລື ຄື:
ຕີດ້ວຍແສ້ແດ່,
ຕີດ້ວຍຫວາຍແດ່,
ຕີດ້ວຍກະບອງສັ້ນແດ່,
ມັດມືແດ່,
ມັດຕີນແດ່,
ມັດທັງມືທັງຕີນແດ່,
ຕັດຫູແດ່,
ຕັດດັງແດ່,
ຕັດທັງຫູທັງດັງແດ່,
ລົງໂທສດ້ວຍວິທີ ໝໍ້ຄ້ຽວນ້ຳມັນແດ່,
ລົງໂທສດ້ວຍວິທີ ຂອດສັງຂ໌ແດ່,
ລົງໂທສດ້ວຍວິທີ ປາກຣາຫູແດ່,
ລົງໂທສດ້ວຍວິທີ ມາລັຍໄຟແດ່,
ລົງໂທສດ້ວຍວິທີ ຄົບມືແດ່,
ລົງໂທສດ້ວຍວິທີ ລິ້ວສ່າຍແດ່,
ລົງໂທສດ້ວຍວິທີ ນຸ່ງເປືອກໄມ້ແດ່,
ລົງໂທສດ້ວຍວິທີ ຢືນກວາງແດ່,
ລົງໂທສດ້ວຍວິທີ ກ່ຽວເຫຍື່ອເບັດແດ່,
ລົງໂທສດ້ວຍວິທີ ຫລຽນກະຫາປະນະແດ່,
ລົງໂທສດ້ວຍວິທີ ແປງແສບແດ່,
ລົງໂທສດ້ວຍວິທີ ກາງວຽນແດ່,
ລົງໂທສດ້ວຍວິທີ ຕັ່ງຟາງແດ່,
ລາດດ້ວຍນ້ຳມັນຮ້ອນໆແດ່,
ໃຫ້ໝາກັດ-ຊິດແດ່,
ໃຫ້ນອນຫງາຍເທິງຫລາວທັງເປັນໆແດ່,
ຕັດຫົວດ້ວຍດາບແດ່,
ສັຕນັ້ນທູລຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!
ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:
ໂຮ! ເປັນອັນວ່າ ສັຕທີ່ກະທຳກັມຊົ່ວໄວ້ນັ້ນ ຍ່ອມຖືກລົງໂທສຕ່າງຊະນິດເຫັນປານນີ້ໃນປັຈຈຸບັນ ຈະກ່າວຫຍັງເຖິງຊາຕໜ້າໜໍ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?
ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ ຂ້ານ້ອຍ ມົວປະມາທເສຍ ຂ້ານ້ອຍ!








