ອະບາຍມຸຂ
ໜ້າ/ 66
ສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ຍ່ອມບັງເກີດໃນໝູ່ມະນຸສກໍມີ.
ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງເປຕວິສັຍກໍມີ.
ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງກຳເນີດດິຣັຈສານກໍມີ.
ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກກໍມີ.
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລ(ນິຣະຍະປາລາ) ຈະຈັບສັຕນັ້ນທີ່ສ່ວນຕ່າງໆຂອງແຂນໄປສະແດງແກ່ພຣະຍາຍົມ(ຍະມັສສະ) ວ່າ:
ຂ້າແຕ່ພຣະອົງຄ໌! ບຸຣຸສນີ້ບໍ່ປະຕິບັຕຊອບໃນມາຣດາ ບໍ່ປະຕິບັຕຊອບໃນບິດາ ບໍ່ປະຕິບັຕຊອບໃນສະມະນະ ບໍ່ປະຕິບັຕຊອບໃນພຣາມ ບໍ່ອ່ອນນ້ອມຕໍ່ຜູ້ໃຫຍ່ໃນສະກຸລ ຂໍພຣະອົງຄ໌ຈົ່ງລົງອາຊຍາແກ່ບຸຣຸສນີ້ເຖີດ.
ພິກຂຸທັງຫລາຍ! ພຣະຍາຍົມຈະປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິງເທວະທູຕທີ ໑ ກັບສັຕນັ້ນວ່າ:
ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູຕທີ ໑ ປາກົຕຢູ່ໃນໝູ່ມະນຸສຫລື?
ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!
ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນເດັກແດງໆຍັງອ່ອນນອນຫງາຍເປື້ອນມູຕຄູຖຂອງຕົນຢູ່ໃນໝູ່ມະນຸສຫລື?
ສັຕນັ້ນທູລຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!
ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:
ແມ່ນແຕ່ເຮົາກໍມີຄວາມເກີດເປັນທັມມະດາ ບໍ່ລ່ວງພົ້ນຄວາມເກີດໄປໄດ້ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?
ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ(ຄິດໄດ້) ຂ້ານ້ອຍ ມົວປະມາທເສຍ ຂ້ານ້ອຍ!
ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາທເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບາລຈັກລົງໂທສໂດຍອາກາຣທີ່ທ່ານປະມາທແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມາຣດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິຕອະມາຕກະທຳໃຫ້ທ່ານ ບໍ່ແມ່ນຍາຕສາຍໂລຫິຕກະທຳໃຫ້ທ່ານ ບໍ່ແມ່ນສະມະນະຫລືພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ ຕົວທ່ານເອງກະທຳເຂົ້າໄວ້ ທ່ານເທົ່ານັ້ນຈັກສເວີຍວິບາກຂອງບາບກັມນີ້.
ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ ໑ ກັບສັຕນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ ໒ ວ່າ:
ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູຕທີ ໒ ປາກົຕຢູ່ໃນໝູ່ມະນຸສຫລື?
ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!
ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນຍິງຫລືຊາຍທີ່ມີອາຍຸ ໘໐ ປີ, ໙໐ ປີ ຫລື ໑໐໐ ປີ ນັບແຕ່ກຳເນີດ ເປັນຄົນແກ່ ຊີກໂຄງຄົດ ຫລັງງໍ ຖືໄມ້ເທົ້າ ງົກເງິ່ນ ເດີນໄປກະສັບກະສ່າຍ ລ່ວງໄວໜຸ່ມສາວ ແຂ້ວຫລ່ອນ ຜົມຫງອກ ໜັງຫູ່ ຫົວລ້ານ ໜັງຫ່ຽວ ໂຕຕົກກະຢູ່ໃນໝູ່ມະນຸສຫລື?
ສັຕນັ້ນທູລຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!
ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:
ແມ່ນແຕ່ເຮົາກໍມີຄວາມແກ່ເປັນທັມມະດາ ບໍ່ລ່ວງພົ້ນຄວາມແກ່ໄປໄດ້ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?
ສັຕນັ້ນທູລຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ ຂ້ານ້ອຍ ມົວປະມາທເສຍ ຂ້ານ້ອຍ!








