ອະບາຍມຸຂ
ໜ້າ/ 66
ບັນດິຕຮູ້ແຈ້ງມິຕ ໔ ຈຳພວກເຫລົ່ານີ້ຄື ມິຕປອກລອກ, ມິຕດີແຕ່ເວົ້າ, ມິຕປະຈົບສໍພໍ, ມິຕແນະນຳໃນທາງຈິບຫາຍ ວ່າບໍ່ແມ່ນມິຕດັ່ງນີ້ແລ້ວ ກໍເວັ້ນເສຍໃຫ້ຫ່າງໄກ ເໝືອນຄົນເດີນທາງເວັ້ນທາງທີ່ມີພັຍ ສັນນັ້ນ.
ມິຕແທ້ ໔ ຈໍຳພວກ
ຄະຫະບໍດີບຸຕ! ມິຕ ໔ ຈຳພວກເຫລົ່ານີ້ຄື:
ມິຕທີ່ມີອຸປະກາຣະ,
ມິຕຮ່ວມສຸຂຮ່ວມທຸກຂ໌,
ມິຕແນະນຳປະໂຍຊນ໌,
ມິຕມີຄວາມຮັກໃຄ່,
ທ່ານຈົ່ງຮູ້ວ່າ ເປັນມິຕແທ້.
ຄະຫະບໍດີບຸຕ! ມິຕທີ່ມີອຸປະກາຣະ ທ່ານຈົ່ງຮູ້ວ່າເປັນມິຕແທ້ ໂດຍມີ ໔ ສະຖານະຄື:
ຮັກສາເພື່ອນຜູ້ປະມາທແລ້ວ,
ຮັກສາຊັພຍ໌ສົມບັຕຂອງເພື່ອນຜູ້ປະມາທແລ້ວ,
ເມື່ອມີພັຍກໍເພິ່ງພາອາສັຍໄດ້,
ເມື່ອມີກິຈທຸຣະທີ່ຈະຕ້ອງກະທຳກໍເພີ່ມຊັພຍ໌ໃຫ້ສອງເທົ່າ,
ຄະຫະບໍດີບຸຕ! ມິຕທີ່ມີອຸປະກາຣະ ທ່ານຈົ່ງຮູ້ວ່າເປັນມິຕແທ້ ໂດຍມີ ໔ ສະຖານະເຫລົ່ານີ້ແລ.
ຄະຫະບໍດີບຸຕ! ມິຕຮ່ວມສຸຂຮ່ວມທຸກຂ໌ ທ່ານຈົ່ງຮູ້ວ່າເປັນມິຕແທ້ ໂດຍມີ ໔ ສະຖານະຄື:
ບອກຄວາມລັບແກ່ເພື່ອນ,
ປິດຄວາມລັບຂອງເພື່ອນ,
ບໍ່ປະຖິ້ມໃນຄາວມີພັຍ,
ແມ່ນແຕ່ຊີວິຕກໍສາມາດສະລະເພື່ອປະໂຍຊນ໌ຂອງເພື່ອນໄດ້,
ຄະຫະບໍດີບຸຕ! ມິຕຮ່ວມສຸຂຮ່ວມທຸກຂ໌ ທ່ານຈົ່ງຮູ້ວ່າເປັນມິຕແທ້ ໂດຍມີ ໔ ສະຖານະເຫລົ່ານີ້ແລ.
ຄະຫະບໍດີບຸຕ! ມິຕແນະນຳປະໂຍຊນ໌ ທ່ານຈົ່ງຮູ້ວ່າເປັນມິຕແທ້ ໂດຍມີ ໔ ສະຖານະຄື:
ຫ້າມປາມຈາກຄວາມຊົ່ວ,
ແນະນຳໃຫ້ຕັ້ງຢູ່ໃນຄວາມດີ,
ໃຫ້ໄດ້ຟັງໃນສິ່ງທີ່ບໍ່ເຄີຍໄດ້ຟັງ,
ບອກທາງສວັນໃຫ້,
ຄະຫະບໍດີບຸຕ! ມິຕແນະນຳປະໂຍຊນ໌ ທ່ານຈົ່ງຮູ້ວ່າເປັນມິຕແທ້ ໂດຍມີ ໔ ສະຖານະເຫລົ່ານີ້ແລ.
ຄະຫະບໍດີບຸຕ! ມິຕທີ່ມີຄວາມຮັກໃຄ່ ທ່ານຈົ່ງຮູ້ວ່າເປັນມິຕແທ້ ໂດຍມີ ໔ ສະຖານະຄື:
ບໍ່ຍິນດີກັບຄວາມເສື່ອມຂອງເພື່ອນ,
ຍິນດີກັບຄວາມຈະເຣີນຂອງເພື່ອນ,
ຫ້າມຄົນທີ່ກ່າວຕິຕຽນເພື່ອນ,
ສັນລະເສີນຄົນທີ່ສັນລະເສີນເພື່ອນ,
ຄະຫະບໍດີບຸຕ! ມິຕທີ່ມີຄວາມຮັກໃຄ່ ທ່ານຈົ່ງຮູ້ວ່າເປັນມິຕແທ້ ໂດຍມີ ໔ ສະຖານະເຫລົ່ານີ້ແລ.
ບັນດິຕຮູ້ແຈ້ງມິຕ ໔ ຈຳພວກເຫລົ່ານີ້ຄື ມິຕທີ່ມີອຸປະກາຣະ, ມິຕຮ່ວມສຸຂຮ່ວມທຸກຂ໌, ມິຕແນະນຳປະໂຍຊນ໌, ມິຕທີ່ມີຄວາມຮັກໃຄ່ ວ່າເປັນມິຕແທ້ຢ່າງນີ້ແລ້ວ ກໍເຂົ້າໄປນັ່ງໃກ້ໂດຍເຄົາຣົພເໝືອນມາຣດາກັບບຸຕ ສັນນັ້ນ.
ບັນດິຕຜູ້ສົມບູນດ້ວຍສີລ ຍ່ອມຮຸ່ງເຮືອງສ່ອງສະວ່າງເໝືອນດັ່ງໄຟ ເມື່ອບຸຄຄົລຮັກສາໂພຄະສົມບັຕຢູ່ເໝືອນແມງເຜິ້ງຜະນວກຮັງ ໂພຄະສົມບັຕຍ່ອມເຖິງເຊິ່ງກາຣສັ່ງສົມ ເໝືອນຈອມປວກທີ່ໂຕປວກກໍ່ຂຶ້ນ ສັນນັ້ນ.
ຄະຣືຫັສຖ໌ໃນຕະກຸນຜູ້ສາມາດ ຄັນສັ່ງສົມໂພຄະສົມບັຕໄດ້ຢ່າງນີ້ແລ້ວ ຍ່ອມແບ່ງໂພຄະສົມບັຕອອກເປັນ ໔ ສ່ວນ ເຂົາຍ່ອມສະໝານມິຕໄວ້ໄດ້ ຍ່ອມໃຊ້ສອຍໂພຄະສົມບັຕດ້ວຍສ່ວນໜຶ່ງ, ຍ່ອມປະກອບກາຣງານສອງສ່ວນ ແລະກໍເກັບຮັກສາສ່ວນທີສີ່ໄວ້ ໂດຍໝາຍວ່າ ຈັກເກັບໄວ້ໃນຄາວມີພັຍອັນຕຣາຍ ດັ່ງນີ້.
ທີຄະນິກາຍ ປາຕິກະວັຄ ໑໑/໑໔໒-໑໔໔/໑໘໖-໑໙໗
ຄົນພາລ ......ຈຳພວກ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ.
ກໍໃນສມັຍນັ້ນ ພິກຂຸສອງອົງຄ໌ໂຕ້ຖຽງກັນ ໃນກາຣໂຕ້ຖຽງກັນນັ້ນ ພິກຂຸອົງຄ໌ໜຶ່ງໄດ້ເວົ້າລ່ວງເກີນ.
ຄັ້ງນັ້ນ ພິກຂຸຜູ້ເວົ້າລ່ວງເກີນນັ້ນໄດ້ສະແດງໂທສໂດຍຄວາມເປັນໂທສໃນສຳນັກຂອງພິກຂຸນັ້ນ ພິກຂຸນັ້ນບໍ່ຮັບ.
ຄັ້ງນັ້ນ ພິກຂຸຈຳນວນຫລາຍພາກັນເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ເມື່ອນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ພິກຂຸສອງອົງຄ໌ໂຕ້ຖຽງກັນ ໃນກາຣໂຕ້ຖຽງກັນນັ້ນ ພິກຂຸອົງຄ໌ໜຶ່ງໄດ້ເວົ້າລ່ວງເກີນ.
ລຳດັບນັ້ນ ພິກຂຸຜູ້ເວົ້າລ່ວງເກີນນັ້ນໄດ້ສະແດງໂທສໂດຍຄວາມເປັນໂທສໃນສຳນັກຂອງພິກຂຸນັ້ນ ແຕ່ພິກຂຸນັ້ນບໍ່ຮັບ ພຣະອົງຄ໌ຜູ້ຈະເຣີນ!
ພຣະຜູ້ມີພຣະພາຄຕຣັສວ່າ:
ພິກຂຸທັງຫລາຍ! ຄົນພາລ ໒ ຈຳພວກນີ້ ຄື:
ເປັນຜູ້ບໍ່ເຫັນໂທສໂດຍຄວາມເປັນໂທສ,
ເປັນຜູ້ບໍ່ຮັບຕາມສົມຄວນແກ່ທັມເມື່ອຜູ້ອື່ນສະແດງໂທສ.








