ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ໂທສໃນບຸຄຄົລຜູ້ປຽບດ້ວຍປ່າຊ້າ ໕ ປະກາຣນີ້ ສັນນັ້ນເໝືອນກັນ; ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນກໍຣະນີນີ້ ຍ່ອມປະກອບດ້ວຍກາຍກັມທີ່ບໍ່ສະອາດ, ປະກອບດ້ວຍວະຈີກັມທີ່ບໍ່ສະອາດ, ປະກອບດ້ວຍມະໂນກັມທີ່ບໍ່ສະອາດ ເຮົາກ່າວຂໍ້ນີ້ເພາະເຂົາເປັນຜູ້ບໍ່ສະອາດ ປ່າຊ້ານັ້ນເປັນບ່ອນທີ່ບໍ່ສະອາດ ສັນໃດ; ເຮົາກ່າວບຸຄຄົລນີ້ປຽບສັນນັ້ນ.
ກິຕຕິສັບອັນຕ່ຳຊາມຂອງເຂົາຜູ້ປະກອບດ້ວຍກາຍກັມທີ່ບໍ່ສະອາດ, ປະກອບດ້ວຍວະຈີກັມທີ່ບໍ່ສະອາດ, ປະກອບດ້ວຍມະໂນກັມທີ່ບໍ່ສະອາດຍ່ອມຟຸ້ງໄປ ເຮົາກ່າວຂໍ້ນີ້ເພາະເຂົາເປັນຜູ້ມີກິ່ນເໝັນ ປ່າຊ້າມີກິ່ນເໝັນ ສັນໃດ; ເຮົາກ່າວບຸຄຄົລນີ້ປຽບສັນນັ້ນ.
ເພື່ອນພຣົມມະຈັນຍ໌ຜູ້ມີສີລເປັນທີ່ຮັກຍ່ອມເວັ້ນໄກຈາກບຸຄຄົລນັ້ນຜູ້ປະກອບດ້ວຍກາຍກັມທີ່ບໍ່ສະອາດ, ປະກອບດ້ວຍວະຈີກັມທີ່ບໍ່ສະອາດ, ປະກອບດ້ວຍມະໂນກັມທີ່ບໍ່ສະອາດ ເຮົາກ່າວຂໍ້ນີ້ເພາະເຂົາມີພັຍສະເພາະໜ້າ ປ່າຊ້າມີພັຍສະເພາະໜ້າ ສັນໃດ; ເຮົາກ່າວບຸຄຄົລນີ້ປຽບສັນນັ້ນ.
ເຂົາປະກອບດ້ວຍກາຍກັມທີ່ບໍ່ສະອາດ, ປະກອບດ້ວຍວະຈີກັມທີ່ບໍ່ສະອາດ, ປະກອບດ້ວຍມະໂນກັມທີ່ບໍ່ສະອາດ ຍ່ອມຢູ່ຮ່ວມກັບບຸຄຄົລຜູ້ສະເໝີກັນ ເຮົາກ່າວຂໍ້ນີ້ເພາະເຂົາເປັນທີ່ຢູ່ຂອງສິ່ງຮ້າຍ ປ່າຊ້າເປັນທີ່ຢູ່ຂອງອະມະນຸສຮ້າຍ ສັນໃດ; ເຮົາກ່າວບຸຄຄົລນີ້ປຽບສັນນັ້ນ.
ເພື່ອນພຣົມມະຈັນຍ໌ຜູ້ມີສີລເປັນທີ່ຮັກ ເຫັນເຂົາຜູ້ປະກອບດ້ວຍກາຍກັມທີ່ບໍ່ສະອາດ, ປະກອບດ້ວຍວະຈີກັມທີ່ບໍ່ສະອາດ, ປະກອບດ້ວຍມະໂນກັມທີ່ບໍ່ສະອາດແລ້ວ ຍ່ອມຣຳພັນທຸກຂ໌ວ່າ ໂອ! ເປັນທຸກຂ໌ຂອງພວກເຮົາທີ່ຢູ່ຮ່ວມກັບບຸຄຄົລເຫັນປານນີ້ ເຮົາກ່າວຂໍ້ນີ້ເພາະເຂົາເປັນທີ່ຣຳພັນທຸກຂ໌ ປ່າຊ້າເປັນບ່ອນຣຳພັນທຸກຂ໌ຂອງຊົນທັງຫລາຍ ສັນໃດ; ເຮົາກ່າວບຸຄຄົລນີ້ປຽບສັນນັ້ນ.
ພິກຂຸທັງຫລາຍ! ໂທສໃນບຸຄຄົລຜູ້ປຽບດ້ວຍປ່າຊ້າ ໕ ປະກາຣນີ້ແລ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໔໗/໒໔໙
ມິຕທຽມ ໔ ຈໍາພວກ
ຄະຫະບໍດີບຸຕ! ຄົນ ໔ ຈຳພວກເຫລົ່ານີ້ຄື:
ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ,
ຄົນດີແຕ່ເວົ້າ,
ຄົນປະຈົບສໍພໍ,
ຄົນຊັກຊວນໃນທາງຈິບຫາຍ,
ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ.
ຄະຫະບໍດີບຸຕ! ຄົນນໍາແຕ່ສິ່ງຂອງໆເພື່ອນໄປທ່າດຽວ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ ໔ ສະຖານະຄື:
ເປັນຄົນຄິດເອົາແຕ່ໄດ້ຝ່າຍດຽວ,
ຍອມເສຍໜ້ອຍ ແຕ່ຫວັງຢາກໄດ້ຫລາຍ,
ບໍ່ຮັບກະທຳກິຈຂອງເພື່ອນໃນຄາວມີພັຍ,
ຄົບເພື່ອນເພາະເຫັນແກ່ປະໂຍຊນ໌ຂອງຕົນ,
ຄະຫະບໍດີບຸຕ! ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ ໔ ສະຖານະເຫລົ່ານີ້ແລ.
ຄະຫະບໍດີບຸຕ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ ໔ ສະຖານະຄື:
ເກັບເອົາຂອງທີ່ລ່ວງໄປແລ້ວມາປຣາສັຍ,
ອ້າງເອົາຂອງທີ່ຍັງມາບໍ່ເຖິງມາປຣາສັຍ,
ສົງເຄາະດ້ວຍສິ່ງທີ່ຫາປະໂຍຊນ໌ບໍ່ໄດ້,
ເມື່ອມີກິຈທຸຣະກໍສະແດງຄວາມຂັດຂ້ອງ,
ຄະຫະບໍດີບຸຕ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ ໔ ສະຖານະເຫລົ່ານີ້ແລ.
ຄະຫະບໍດີບຸຕ! ຄົນປະຈົບສໍພໍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ ໔ ສະຖານະຄື:
ຕາມໃຈເພື່ອນທີ່ກະທຳຄວາມຊົ່ວ,
ຕາມໃຈເພື່ອນທີ່ກະທຳຄວາມດີ,
ຕໍ່ໜ້າສັນລະເສີນ,
ລັບຫລັງນິນທາ.
ຄະຫະບໍດີບຸຕ! ຄົນປະຈົບສໍພໍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ ໔ ສະຖານະເຫລົ່ານີ້ແລ.
ຄະຫະບໍດີບຸຕ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ ໔ ສະຖານະຄື:
ຊັກຊວນໃຫ້ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ,
ຊັກຊວນໃຫ້ທ່ຽວຕາມສະຖານທີ່ຕ່າງໆໃນເວລາວິກາລ,
ຊັກຊວນໃຫ້ທ່ຽວເບິ່ງກາຣຫລິ້ນມະຫໍຣະສົພຕ່າງໆ,
ຊັກຊວນໃຫ້ຫລິ້ນກາຣພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ.
ຄະຫະບໍດີບຸຕ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ ໔ ສະຖານະເຫລົ່ານີ້ແລ.








