ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ຄົນພາລ ໒ ຈຳພວກນີ້ແລ.
ພິກຂຸທັງຫລາຍ! ບັນດິຕ ໒ ຈຳພວກນີ້ ຄື:
ເປັນຜູ້ເຫັນໂທສໂດຍຄວາມເປັນໂທສ,
ເປັນຜູ້ຮັບຕາມສົມຄວນແກ່ທັມເມື່ອຜູ້ອື່ນສະແດງໂທສ.
ພິກຂຸທັງຫລາຍ! ບັນດິຕ ໒ ຈຳພວກນີ້ແລ.
ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໒໘໗/໙໕໒
ວິທີສັງເກດຄວາມເປັນພາລແລະບັນດິຕ
ພິກຂຸທັງຫລາຍ! ຄົນພາລມີກັມເປັນເຄື່ອງໝາຍ ບັນດິຕມີກັມເປັນເຄື່ອງໝາຍ ປັນຍາງົດງາມໃນຄວາມປະພຶຕເນື່ອງໆ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນຄົນພາລ; ທັມ ໓ ປະກາຣເປັນຢ່າງໃດ? ຄື:
ກາຍທຸຈະຣິຕ,
ວະຈີທຸຈະຣິຕ,
ມະໂນທຸຈະຣິຕ,
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນຄົນພາລ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນບັນດິຕ; ທັມ ໓ ປະກາຣເປັນຢ່າງໃດ? ຄື:
ກາຍສຸຈະຣິຕ,
ວະຈີສຸຈະຣິຕ,
ມະໂນສຸຈະຣິຕ,
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນບັນດິຕ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ບຸຄຄົລປະກອບດ້ວຍທັມ ໓ ປະກາຣເຫລົ່າໃດ ທີ່ເຂົາຮູ້ກັນວ່າ ເປັນຄົນພາລ ເຮົາຈັກປະພຶຕເວັ້ນທັມ ໓ ປະກາຣເຫລົ່ານັ້ນ. ບຸຄຄົລປະກອບດ້ວຍທັມ ໓ ປະກາຣເຫລົ່າໃດ ທີ່ເຂົາຮູ້ກັນວ່າ ເປັນບັນດິຕ ເຮົາຈັກປະພຶຕສະມາທານທັມ ໓ ປະກາຣເຫລົ່ານັ້ນ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໙໖/໔໔໑
ລັກສະນະຂອງຄົນພາລແລະບັນດິຕ
ພິກຂຸທັງຫລາຍ! ລັກສະນະຂອງຄົນພາລ ນິມິຕຂອງຄົນພາລ ຄວາມປະພຶຕບໍ່ຂາດສາຍຂອງຄົນພາລ ໓ ປະກາຣນີ້; ໓ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ຄົນພາລໃນໂລກນີ້
ເປັນຜູ້ຄິດຄວາມຄິດທີ່ຊົ່ວ (ທຸຈຈິນຕິຕະຈິນຕິ ຈະ ໂຫຕິ),
ເວົ້າຄຳເວົ້າທີ່ຊົ່ວ (ທຸພພາສິຕະພາສີ),
ກະທຳກາຣກະທຳທີ່ຊົ່ວ (ທຸກກະຕະກັມມະກາຣີ).
ພິກຂຸທັງຫລາຍ! ຖ້າຄົນພາລບໍ່ຄິດຄວາມຄິດທີ່ຊົ່ວ, ເວົ້າຄຳເວົ້າທີ່ຊົ່ວ, ກະທຳກາຣກະທຳທີ່ຊົ່ວ ບັນດິຕຈະຮູ້ເຂົາໄດ້ຢ່າງໃດວ່າ ຜູ້ນີ້ເປັນຄົນພາລ ເປັນອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍເພາະຄົນພາລຍ່ອມຄິດຄວາມຄິດທີ່ຊົ່ວ, ເວົ້າຄຳເວົ້າທີ່ຊົ່ວ, ກະທຳກາຣກະທຳທີ່ຊົ່ວ ບັນດິຕຈຶ່ງຮູ້ຈັກເຂົາວ່າ ຜູ້ນີ້ເປັນຄົນພາລ ເປັນອະສັປບຸຣຸສ.
ພິກຂຸທັງຫລາຍ! ລັກສະນະຂອງຄົນພາລ ນິມິຕຂອງຄົນພາລ ຄວາມປະພຶຕບໍ່ຂາດສາຍຂອງຄົນພາລ ໓ ປະກາຣນີ້ແລ.
ພິກຂຸທັງຫລາຍ! ລັກສະນະຂອງບັນດິຕ ນິມິຕຂອງບັນດິຕ ຄວາມປະພຶຕບໍ່ຂາດສາຍຂອງບັນດິຕ ໓ ປະກາຣນີ້; ໓ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ບັນດິຕໃນໂລກນີ້
ເປັນຜູ້ຄິດຄວາມຄິດທີ່ດີ (ສຸຈິນຕິຕະຈິນຕີ ຈະ ໂຫຕິ),
ເວົ້າຄຳເວົ້າທີ່ດີ (ສຸພາສິຕະພາສີ),
ກະທຳກາຣກະທຳທີ່ດີ (ສຸກະຕະກັມມະກາຣີ).
ພິກຂຸທັງຫລາຍ! ຖ້າບັນດິຕບໍ່ຄິດຄວາມຄິດທີ່ດີ, ເວົ້າຄຳເວົ້າທີ່ດີ, ກະທຳກາຣກະທຳທີ່ດີ ບັນດິຕຈະຮູ້ເຂົາໄດ້ຢ່າງໃດວ່າ ຜູ້ນີ້ເປັນບັນດິຕ ເປັນສັປບຸຣຸສ.
ພິກຂຸທັງຫລາຍ! ກໍເພາະບັນດິຕຍ່ອມຄິດຄວາມຄິດທີ່ດີ, ເວົ້າຄຳເວົ້າທີ່ດີ, ກະທຳກາຣກະທຳທີ່ດີ ບັນດິຕຈຶ່ງຮູ້ຈັກເຂົາວ່າ ຜູ້ນີ້ເປັນບັນດິຕ ເປັນສັປບຸຣຸສ.
ພິກຂຸທັງຫລາຍ! ລັກສະນະຂອງບັນດິຕ ນິມິຕຂອງບັນດິຕ ຄວາມປະພຶຕບໍ່ຂາດສາຍຂອງບັນດິຕ ໓ ປະກາຣນີ້ແລ.
ພິກຂຸທັງຫລາຍ! ເພາະສະນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ບຸຄຄົລປະກອບດ້ວຍທັມ ໓ ປະກາຣເຫລົ່າໃດ ທີ່ເຂົາຮູ້ກັນວ່າເປັນຄົນພາລ ເຮົາຈັກປະພຶຕເວັ້ນທັມ ໓ ປະກາຣເຫລົ່ານັ້ນ. ບຸຄຄົລປະກອບດ້ວຍທັມ ໓ ປະກາຣເຫລົ່າໃດ ທີ່ເຂົາຮູ້ກັນວ່າ ເປັນບັນດິຕ ເຮົາຈັກປະພຶຕສະມາທານທັມ ໓ ປະກາຣເຫລົ່ານັ້ນ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໙໖/໔໔໒
ຄົນພາລບໍ່ເຫັນໂທສໂດຍຄວາມເປັນໂທສ
ບັນດິຕຍ່ອມເຫັນໂທສໂດຍຄວາມເປັນໂທສ
ພິກຂຸທັງຫລາຍ! ບຸຄຄົລປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນຄົນພາລ; ທັມ ໓ ປະກາຣເປັນຢ່າງໃດ? ຄື:








