ອະບາຍມຸຂ

ໜ້າ/ 66

ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣ ຍ່ອມເປັນຜູ້ຢັ່ງລົງສູ່ຄວາມເກງຂາມ; ໕ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ຂ້າສັຕ,

ເປັນຜູ້ລັກຊັພຍ໌,

ເປັນຜູ້ປະພຶຕຜິດໃນກາມທັງຫລາຍ,

ເປັນຜູ້ເວົ້າຕົວະ,

ເປັນຜູ້ເສພສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ.

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣນີ້ແລ ຍ່ອມເປັນຜູ້ຢັ່ງລົງສູ່ຄວາມເກງຂາມ.

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣນີ້ ຍ່ອມເປັນຜູ້ມີຄວາມກ້າຫານ; ໕ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ,

ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌,

ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ,

ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ,

ເປັນຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ.

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣນີ້ແລ ຍ່ອມເປັນຜູ້ມີຄວາມກ້າຫານ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໒/໑໗໑

ອຸປາສົກຜູ້ປະກອບດ້ວຍທັມ ໕ ປະກາຣ

ຍ່ອມເປັນຜູ້ບໍ່ແກ້ວກ້າຄອງເຮືອນ

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣ ຍ່ອມເປັນຜູ້ບໍ່ແກ້ວກ້າຄອງເຮືອນ; ໕ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ຂ້າສັຕ,

ເປັນຜູ້ລັກຊັພຍ໌,

ເປັນຜູ້ປະພຶຕຜິດໃນກາມທັງຫລາຍ,

ເປັນຜູ້ເວົ້າຕົວະ,

ເປັນຜູ້ເສພສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ.

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣນີ້ແລ ຍ່ອມເປັນຜູ້ບໍ່ແກ້ວກ້າຄອງເຮືອນ.

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣນີ້ ຍ່ອມເປັນຜູ້ມີຄວາມແກ້ວກ້າຄອງເຮືອນ; ໕ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ,

ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌,

ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ,

ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ,

ເປັນຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ.

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣນີ້ແລ ຍ່ອມເປັນຜູ້ມີຄວາມແກ້ວກ້າຄອງເຮືອນ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໒/໑໗໒

ອຸປາສົກຜູ້ປະກອບດ້ວຍທັມ ໕ ປະກາຣ

ເໝືອນຖືກນຳມາວາງໄວ້ໃນນະຣົກ

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣ ເໝືອນຖືກນຳມາວາງໄວ້ໃນນະຣົກ; ໕ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ຂ້າສັຕ,

ເປັນຜູ້ລັກຊັພຍ໌,

ເປັນຜູ້ປະພຶຕຜິດໃນກາມທັງຫລາຍ,

ເປັນຜູ້ເວົ້າຕົວະ,

ເປັນຜູ້ເສພສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ.

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣນີ້ແລ ເໝືອນຖືກນຳມາວາງໄວ້ໃນນະຣົກ.

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣນີ້ ເໝືອນຖືກເຊີນມາໃນສວັນ; ໕ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ,

ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌,

ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ,

ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ,

ເປັນຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ.

ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ ໕ ປະກາຣນີ້ແລ ເໝືອນຖືກເຊີນມາໃນສວັນ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໓/໑໗໓

ກາຣບໍ່ລະພັຍເວຣ ໕ ປະກາຣ ຮຽກວ່າ

ຜູ້ທຸສີລ ຍ່ອມເຂົ້າເຖິງນະຣົກດ້ວຍ

ຄັ້ງນັ້ນແລ ທ່ານອະນາຖະບິນດິກະຄະຫະບໍດີເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ, ຄັ້ງນັ້ນ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:

ຄະຫະບໍດີ! ກາຣບໍ່ລະພັຍເວຣ ໕ ປະກາຣ ຮຽກວ່າ ຜູ້ທຸສີລດ້ວຍ ຍ່ອມເຂົ້າເຖິງນະຣົກດ້ວຍ, ໕ ປະກາຣເປັນຢ່າງໃດ? (ປັນຈະ ຄະຫະປະຕິ ພະຍານິ ເວຣານິ ອັປປະຫາຍະ ທຸສສີໂລ ອິຕິ ວຸຈ-ຈະຕິ ນິຣະຍັນຈະ ອຸປປັຊຊະຕິ ກະຕະມານິ ປັນຈະ)

ກາຣຂ້າສັຕ (ປານາຕິປາຕັງ),

ກາຣລັກຊັພຍ໌ (ອະທິນນາທານັງ),

ກາຣປະພຶຕຜິດໃນກາມທັງຫລາຍ (ກາເມສຸມິຈສາຈາຣັງ),

ກາຣເວົ້າຕົວະ (ມຸສາວາທັງ),

ກາຣເສພສຸຣາເມຣັຍແລະສິ່ງມຶນເມົາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ