ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ອັນເປັນທີ່ຕັ້ງແຫ່ງຄວາມປະມາທ

(ສຸຣາເມຣະຍະມັຊຊະປະມາທັຕຖານັງ).

ຄະຫະບໍດີ! ກາຣບໍ່ລະພັຍເວຣ ໕ ປະກາຣນີ້ແລ ຮຽກວ່າ ຜູ້ທຸສີລດ້ວຍ ຍ່ອມເຂົ້າເຖິງນະຣົກດ້ວຍ.

ຄະຫະບໍດີ! ກາຣລະພັຍເວຣ ໕ ປະກາຣ ຮຽກວ່າ ຜູ້ມີສີລດ້ວຍ ຍ່ອມເຂົ້າເຖິງສຸຄະຕິດ້ວຍ, ໕ ປະກາຣເປັນຢ່າງໃດ?

(ປັນຈະ ຄະຫະປະຕິ ພະຍານິ ເວຣານິ ປະຫາຍະ ສີລະວາ ອິຕິ ວຸຈຈະຕິ ສຸຄະຕິນຈະ ອຸປປັຊຊະຕິ ກະຕະມານະ ປັນຈະ)

ກາຣຂ້າສັຕ,

ກາຣລັກຊັພຍ໌,

ກາຣປະພຶຕຜິດໃນກາມທັງຫລາຍ,

ກາຣເວົ້າຕົວະ,

ກາຣເສພສຸຣາເມຣັຍແລະສິ່ງມຶນເມົາ

ອັນເປັນທີ່ຕັ້ງແຫ່ງຄວາມປະມາທ.

ຄະຫະບໍດີ! ກາຣລະພັຍເວຣ ໕ ປະກາຣນີ້ແລ ຮຽກວ່າ ຜູ້ມີສີລດ້ວຍ ຍ່ອມເຂົ້າເຖິງສຸຄະຕິດ້ວຍ.

ຄະຫະບໍດີ! ບຸຄຄົລຜູ້ຂ້າສັຕຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມສເວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງກາຣຂ້າສັຕ ບຸຄຄົລຜູ້ງົດເວັ້ນຈາກປານາຕິບາຕ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ສເວີຍທຸກຂ໌ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກປານາຕິບາຕ ຍ່ອມສງົບຣະງັບດ້ວຍປະກາຣຢ່າງນີ້.

(ຍັງ ຄະຫະປະຕິ ປານາຕິປາຕີ ປານາຕິປາຕະປັຈຈະຍາ ທິຕຖະທັມມິກັມປິ ພະຍັງ ເວຣັງ ປະສະວະຕິ ສັມປຣາຍິກັມປິ ພະຍັງ ເວຣັງ ປະສະວະຕິ ເຈຕະສິກັມປິ ທຸກຂັງ ໂທມະນັສສັງ ປະຕິສັງເວເທຕິ ປານາຕິປາຕາ ປະຕິວິຣະໂຕ ເນວະ ທິຕຖະທັມມິກັງ ພະຍັງ ເວຣັງ ປະສະວະຕິ ນະ ສັມປຣາຍິກັງ ພະຍັງ ເວຣັງ ປະສະວະຕິ ນະ ເຈຕະສິກັງ ທຸກຂັງ ໂທມະນັສສັງ ປະຕິສັງເວເທຕິ ປານາຕິປາຕາ ປະຕິວິຣະຕັສສະ ເອວັນຕັງ ພະຍັງ ເວຣັງ ວູປະສັນຕັງ ໂຫຕິ)

ຄະຫະບໍດີ! ບຸຄຄົລຜູ້ລັກຊັພຍ໌ຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມສເວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງກາຣລັກຊັພຍ໌ ບຸຄຄົລຜູ້ງົດເວັ້ນຈາກອະທິນນາທານ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ສເວີຍທຸກຂ໌ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກອະທິນນາທານ ຍ່ອມສງົບຣະງັບດ້ວຍປະກາຣຢ່າງນີ້.

ຄະຫະບໍດີ! ບຸຄຄົລຜູ້ປະພຶຕຜິດໃນກາມທັງຫລາຍຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມ ສເວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງກາຣປະພຶຕຜິດໃນກາມທັງຫລາຍ ບຸຄຄົລຜູ້ງົດເວັ້ນຈາກກາເມສຸມິຈສາຈາຣ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ສເວີຍທຸກຂ໌ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກກາເມສຸມິຈສາຈາຣ ຍ່ອມສງົບຣະງັບດ້ວຍປະກາຣຢ່າງນີ້.

ຄະຫະບໍດີ! ບຸຄຄົລຜູ້ເວົ້າຕົວະຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມສເວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງກາຣເວົ້າຕົວະ ບຸຄຄົລຜູ້ງົດເວັ້ນຈາກມຸສາວາທ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ສເວີຍທຸກຂ໌ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກມຸສາວາທ ຍ່ອມສງົບຣະງັບດ້ວຍປະກາຣຢ່າງນີ້.

ຄະຫະບໍດີ! ບຸຄຄົລຜູ້ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມໄດ້ສເວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ບຸຄຄົລຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ໄດ້ ສເວີຍທຸກຂ໌ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ຍ່ອມ ສງົບຣະງັບດ້ວຍປະກາຣຢ່າງນີ້.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໓/໑໗໔

ໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລ

ແລະອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລ

ຜູ້ເຖິງພ້ອມດ້ວຍສີລ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ