ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ສາທຸ ແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ບຸຄຄົລຜູ້ລະກາຣປະພຶຕຜິດໃນກາມທັງຫລາຍ ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ແຕ່ບາບກັມຂອງເຂົານັ້ນແລຍ່ອມບອກໃຫ້ຊາບວ່າ ບຸຄຄົລນີ້ລະເມີດປະເພນີໃນຍິງຫລືບຸຕຕີຂອງຜູ້ອື່ນ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣປະພຶຕຜິດໃນກາມທັງຫລາຍ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງບາບກັມເຫັນປານນີ້ແດ່ຫລືໜໍ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍທັງຫລາຍໄດ້ເຫັນມາແລ້ວ ໄດ້ຟັງມາແລ້ວ ແລະຈັກໄດ້ຟັງຕໍ່ໄປ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາຫລືໜໍວ່າ ບຸຄຄົລຜູ້ລະກາຣເວົ້າຕົວະ ງົດເວັ້ນຈາກກາຣເວົ້າຕົວະ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກກາຣເວົ້າຕົວະ?
ພິກຂຸທັງຫລາຍກຣາບທູລວ່າ: ບໍ່ໄດ້ເຫັນຫລືບໍ່ໄດ້ຟັງມາເລີຍ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ສາທຸ ແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ບຸຄຄົລຜູ້ລະກາຣເວົ້າຕົວະ ງົດເວັ້ນຈາກກາຣເວົ້າຕົວະ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກກາຣເວົ້າຕົວະ, ແຕ່ບາບກັມຂອງເຂົານັ້ນແລຍ່ອມບອກໃຫ້ຊາບວ່າ ບຸຄຄົລນີ້ທຳລາຍປະໂຍຊນ໌ຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີດ້ວຍກາຣເວົ້າຕົວະ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣເວົ້າຕົວະ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງບາບກັມເຫັນປານນີ້ແດ່ຫລືໜໍ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍທັງຫລາຍໄດ້ເຫັນມາແລ້ວ ໄດ້ຟັງມາແລ້ວ ແລະຈັກໄດ້ຟັງຕໍ່ໄປ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາຫລືໜໍວ່າ ບຸຄຄົລຜູ້ລະສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ?
ພິກຂຸທັງຫລາຍກຣາບທູລວ່າ: ບໍ່ໄດ້ເຫັນຫລືບໍ່ໄດ້ຟັງມາເລີຍ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ສາທຸ ແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ບຸຄຄົລຜູ້ລະສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ແຕ່ບາບກັມຂອງເຂົານັ້ນແລຍ່ອມບອກໃຫ້ຊາບວ່າ ບຸຄຄົລນີ້ເສພສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ ແລ້ວຂ້າຍິງຫລືຊາຍຕາຍ, ລັກຊັພຍ໌ເຂົາມາຈາກບ້ານຫລືຈາກປ່າ, ລະເມີດປະເພນີໃນຍິງຫລືບຸຕຕີຂອງຜູ້ອື່ນ, ທຳລາຍປະໂຍຊນ໌ຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີດ້ວຍກາຣເວົ້າຕົວະ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣເສພສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງບາບກັມເຫັນປານນີ້ແດ່ຫລືໜໍ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍທັງຫລາຍໄດ້ເຫັນມາແລ້ວ ໄດ້ຟັງມາແລ້ວ ແລະຈັກໄດ້ຟັງຕໍ່ໄປ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໖/໑໗໘
ອຸປາສົກປະກອບດ້ວຍທັມ ໕ ປະກາຣ
ຍ່ອມເປັນຜູ້ຢັ່ງລົງສູ່ຄວາມເກງຂາມ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍວ່າ: ພິກຂຸທັງຫລາຍ!








