ອະບາຍມຸຂ
ໜ້າ/ 66
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ແຜ່ນດິນໃຫຍ່ນີ້ແລຫລາຍກວ່າ ຝຸ່ນເລັກນ້ອຍທີ່ພຣະຜູ້ມີພຣະພາຄຊົງຊ້ອນດ້ວຍປາຍພຣະນະຂານັ້ນມີປະມານໜ້ອຍ ເມື່ອທຽບກັບແຜ່ນດິນໃຫຍ່ແລ້ວ ຝຸ່ນເລັກນ້ອຍທີ່ພຣະຜູ້ມີພຣະພາຄຊົງຊ້ອນດ້ວຍປາຍພຣະນະຂານັ້ນ ຍ່ອມບໍ່ເຖິງເຊິ່ງກາຣນັບ ບໍ່ເຖິງເຊິ່ງກາຣປຽບທຽບໄດ້ ຫລືບໍ່ເຖິງແມ່ນພຽງສ່ວນສ້ຽວ.
ພິກຂຸທັງຫລາຍ! ສັນນັ້ນເໝືອນກັນ ສັຕຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທມີ ໜ້ອຍ ໂດຍທີ່ແທ້ ສັຕຜູ້ບໍ່ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທມີຫລາຍກວ່າ ຂໍ້ນັ້ນເພາະເຫຕໃດ?
ເພາະບໍ່ເຫັນອະຣິຍະສັຈ ໔
ອະຣິຍະສັຈ ໔ ເປັນຢ່າງໃດ? ຄື:
ທຸກຂະອະຣິຍະສັຈ,
ທຸກຂະສະມຸທະຍະອະຣິຍະສັຈ,
ທຸກຂະນິໂຣທະອະຣິຍະສັຈ,
ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈ.
ພິກຂຸທັງຫລາຍ! ເພາະສະນັ້ນແລ ພວກເຈົ້າທັງຫລາຍຄວນກະທຳຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ:
ນີ້ທຸກຂ໌,
ນີ້ທຸກຂະສະມຸທັຍ,
ນີ້ທຸກຂະນິໂຣທ,
ນີ້ທຸກຂະນິໂຣທະຄາມິນີປະຕິປະທາ.
ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໔໕໘/໑໗໖໐
ສັຕທັງຫລາຍມີກັມເປັນຂອງຕົນ
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາຫລືໜໍວ່າ ບຸຄຄົລຜູ້ລະກາຣຂ້າສັຕ ງົດເວັ້ນຈາກກາຣຂ້າສັຕ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈ ຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກກາຣຂ້າສັຕ?
ພິກຂຸທັງຫລາຍກຣາບທູລວ່າ: ບໍ່ໄດ້ເຫັນຫລືບໍ່ໄດ້ຟັງມາເລີຍ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ສາທຸ ແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ບຸຄຄົລຜູ້ລະກາຣຂ້າສັຕ ງົດເວັ້ນຈາກກາຣຂ້າສັຕ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມ ປັຈຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກກາຣຂ້າສັຕ, ແຕ່ບາບກັມຂອງເຂົານັ້ນແລຍ່ອມບອກໃຫ້ຊາບວ່າ ບຸຄຄົລນີ້ຂ້າຍິງຫລືຊາຍຕາຍ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣຂ້າສັຕ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງບາບກັມເຫັນປານນີ້ແດ່ຫລືໜໍ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍທັງຫລາຍໄດ້ເຫັນມາແລ້ວ ໄດ້ຟັງມາແລ້ວ ແລະຈັກໄດ້ຟັງຕໍ່ໄປ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາຫລືໜໍວ່າ ບຸຄຄົລຜູ້ລະກາຣລັກຊັພຍ໌ ງົດເວັ້ນຈາກກາຣລັກຊັພຍ໌ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກກາຣລັກຊັພຍ໌?
ພິກຂຸທັງຫລາຍກຣາບທູລວ່າ: ບໍ່ໄດ້ເຫັນຫລືບໍ່ໄດ້ຟັງມາເລີຍ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ສາທຸ ແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ບຸຄຄົລຜູ້ລະກາຣລັກຊັພຍ໌ ງົດເວັ້ນຈາກກາຣລັກຊັພຍ໌ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກກາຣລັກຊັພຍ໌, ແຕ່ບາບກັມຂອງເຂົານັ້ນແລຍ່ອມບອກໃຫ້ຊາບວ່າ ບຸຄຄົລນີ້ລັກຊັພຍ໌ເຂົາມາຈາກບ້ານຫລືຈາກປ່າ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣລັກຊັພຍ໌ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງບາບກັມເຫັນປານນີ້ແດ່ຫລືໜໍ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍທັງຫລາຍໄດ້ເຫັນມາແລ້ວ ໄດ້ຟັງມາແລ້ວ ແລະຈັກໄດ້ຟັງຕໍ່ໄປ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາຫລືໜໍວ່າ ບຸຄຄົລຜູ້ລະກາຣປະພຶຕຜິດໃນກາມທັງຫລາຍ ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ ພຣະຣາຊາຈັບເຂົາມາປະຫານ ຈອງຈຳ ເນຣະເທສ ຫລືກະທຳຕາມປັຈຈັຍ ເພາະເຫຕແຫ່ງກາຣງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ?
ພິກຂຸທັງຫລາຍກຣາບທູລວ່າ: ບໍ່ໄດ້ເຫັນຫລືບໍ່ໄດ້ຟັງມາເລີຍ ພຣະອົງຄ໌ຜູ້ຈະເຣີນ!








