ອະບາຍມຸຂ

ໜ້າ/ 66

ຄວາມເສື່ອມຊັພຍ໌ໃນປັຈຈຸບັນ,

ຖ້ອຍຄຳຂອງຄົນຫລິ້ນກາຣພະນັນເຊິ່ງໄປເວົ້າໃນທີ່ປະຊຸມ

ຍ່ອມຟັງບໍ່ຂຶ້ນ,

ຖືກມິຕອະມາຕໝິ່ນປະມາທ,

ບໍ່ມີໃຜປະສົງຈະແຕ່ງງານດ້ວຍ ເພາະເຫັນວ່າຊາຍນັກເລງຫລິ້ນກາຣພະນັນບໍ່ສາມາດລ້ຽງດູພະຣິຍາໄດ້.

ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງກາຣພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ໖ ປະກາຣເຫລົ່ານີ້ແລ.

ສຸຕຕັນຕະປິດົກ ທີຄະນິກາຍ ໑໑/໑໔໐/໑໘໒

ໂທສຂອງກາຣຄົບຄົນຊົ່ວເປັນມິຕ

ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງກາຣຄົບຄົນຊົ່ວເປັນມິຕ ໖ ປະກາຣນີ້ຄື:

ຊັກນຳໃຫ້ເປັນນັກເລງກາຣພະນັນ,

ຊັກນຳໃຫ້ເປັນນັກເລງຍິງ,

ຊັກນຳໃຫ້ເປັນນັກເລງສຸຣາ,

ຊັກນຳໃຫ້ເປັນຄົນລວງຜູ້ອື່ນດ້ວຍຂອງປອມ,

ຊັກນຳໃຫ້ເປັນຄົນໂກງເຂົາມາເຊິ່ງໆໜ້າ,

ຊັກນຳໃຫ້ເປັນຄົນຫົວຮຸນແຮງ.

ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງກາຣຄົບຄົນຊົ່ວເປັນມິຕ ໖ ປະກາຣເຫລົ່ານີ້ແລ.

ສຸຕຕັນຕະປິດົກ ທີຄະນິກາຍ ໑໑/໑໔໐/໑໘໓

ໂທສຂອງຄວາມກຽດຄ້ານ

ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງຄວາມກຽດຄ້ານ ໖ ປະກາຣນີ້ຄື:

ມັກອ້າງວ່າໜາວຫລາຍ ແລ້ວບໍ່ກະທຳກາຣງານ,

ມັກອ້າງວ່າຮ້ອນຫລາຍ ແລ້ວບໍ່ກະທຳກາຣງານ,

ມັກອ້າງວ່າຄ່ຳແລ້ວ ແລ້ວບໍ່ກະທຳກາຣງານ,

ມັກອ້າງວ່າຍັງເຊົ້າຢູ່ ແລ້ວບໍ່ກະທຳກາຣງານ,

ມັກອ້າງວ່າຫິວຫລາຍ ແລ້ວບໍ່ກະທຳກາຣງານ,

ມັກອ້າງວ່າກະຫາຍຫລາຍ ແລ້ວບໍ່ກະທຳກາຣງານ,

ເມື່ອເຂົາມີຂໍ້ອ້າງຫລາຍ ຜັດພ້ຽນກາຣງານຢູ່ຢ່າງນີ້ ໂພຄະຊັພຍ໌ທີ່ຍັງບໍ່ເກີດກໍບໍ່ເກີດຂຶ້ນ, ທີ່ເກີດຂຶ້ນແລ້ວກໍເຖິງຄວາມສິ້ນໄປ.

ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງຄວາມກຽດຄ້ານ ໖ ປະກາຣເຫລົ່ານີ້ແລ.

ພຣະຜູ້ມີພຣະພາຄຜູ້ສຸຄົຕສາສດາ ຄັນໄດ້ຕຣັສໄວຍາກອຣພາສິຕນີ້ແລ້ວ ຈິ່ງໄດ້ຕຣັສຄາຖາປະພັນຕໍ່ໄປວ່າ:

“ເພື່ອນໃນໂຮງສຸຣາກໍມີ ເພື່ອນກ່າວແຕ່ປາກວ່າ ເພື່ອນໆກໍມີ

ສ່ວນຜູ້ໃດເປັນສະຫາຍໃນຄາວມີເຣື່ອງເກີດຂຶ້ນ

ຜູ້ນັ້ນຈັດວ່າເປັນເພື່ອນແທ້.

ເຫຕ ໖ ປະກາຣຄື:

ກາຣນອນຕື່ນສວາຍ,

ກາຣເສພພະຣິຍາຂອງຜູ້ອື່ນ,

ຄວາມປະສົງກໍ່ເວຣ,

ຄວາມເປັນຜູ້ກະທຳແຕ່ສິ່ງອັນຫາປະໂຍຊນ໌ບໍ່ໄດ້,

ກາຣມີມິຕຊົ່ວ,

ຄວາມຕຣະໜີ່ໜຽວແໜ້ນ (ສຸກະທະຣິຍະຕາ),

ເຫລົ່ານີ້ຍ່ອມກຳຈັດບຸຣຸສເສຍຈາກປະໂຍຊນ໌ສຸຂທີ່ຄວນຫວັງໄດ້.

ຄົນມີມິຕຊົ່ວ ມີເພື່ອນຊົ່ວ ມີມະຣະຍາທແລະຄວາມປະພຶຕຊົ່ວ ຍ່ອມເສື່ອມຈາກໂລກທັງສອງຄື ຈາກໂລກນີ້ແລະໂລກໜ້າ.

ເຫຕ ໖ ປະກາຣຄື:

ກາຣພະນັນແລະນັກເລງຍິງ,

ນັກເລງສຸຣາ,

ກາຣຟ້ອນລຳຂັບຮ້ອງ,

ກາຣນອນຫລັບໃນກາງເວັນ ທ່ຽວຫລິ້ນໃນກາງຄືນ,

ກາຣມີມິຕຊົ່ວ,

ຄວາມຕຣະໜີ່ໜຽວແໜ້ນ,

ເຫລົ່ານີ້ຍ່ອມກຳຈັດບຸຣຸສເສຍຈາກປະໂຍຊນ໌ສຸຂທີ່ຄວນຫວັງໄດ້.

ຊົນເຫລົ່າໃດຫລິ້ນກາຣພະນັນ ດື່ມສຸຣາ ລ່ວງລະເມີດຍິງອັນເປັນທີ່ຮັກສະເໝີດ້ວຍຊີວິຕຂອງຜູ້ອື່ນ, ຄົບແຕ່ຄົນຊົ່ວ ບໍ່ຄົບຫາຜູ້ຈະເຣີນ ຍ່ອມເຂົ້າເຖິງຄວາມເສື່ອມ ເໝືອນດວງຈັນທ໌ຂ້າງແຮມ.

ຜູ້ໃດດື່ມສຸຣາ ໄຮ້ຊັພຍ໌ ບໍ່ກະທຳກາຣງານຫາລ້ຽງຊີພ

ເປັນຄົນເມົາ ປາສະຈາກສິ່ງອັນເປັນປະໂຍຊນ໌

ເຂົາຈັກຈົມລົງສູ່ໜີ້ເໝືອນກ້ອນຫີນຈົມນ້ຳ ສັນນັ້ນ

ຈັກກະທຳຄວາມມົວໝອງໃຫ້ແກ່ຕົນທັນທີ.

ຄົນຊອບນອນຫລັບໃນກາງເວັນ ບໍ່ລຸກຂຶ້ນໃນກາງຄືນ

(ນອນທັງເວັນທັງຄືນ)

ເປັນຄົນເມົາປະຈຳ ບໍ່ສາມາດຄອບຄອງເຫຍົ້າເຮືອນໃຫ້ດີໄດ້. ປະໂຍຊນ໌ທັງຫລາຍຍ່ອມລ່ວງເລີຍຊາຍໜຸ່ມທີ່ປະຖິ້ມກາຣງານ ດ້ວຍອ້າງວ່າ ໜາວຫລາຍ ຮ້ອນຫລາຍ ເວລານີ້ຄ່ຳແລ້ວເປັນຕົ້ນ.

ສ່ວນຜູ້ໃດບໍ່ສຳຄັນຄວາມໜາວຄວາມຮ້ອນຍິ່ງໄປກວ່າຫຍ້າ ກະທຳກິຈຂອງບຸຣຸສຢູ່ ຜູ້ນັ້ນຍ່ອມບໍ່ເສື່ອມຈາກຄວາມສຸຂ.

ທີຄະນິກາຍ ປາຕິກະວັຄ ໑໑/໑໔໐/໑໗໙

ສັຕຜູ້ງົດເວັ້ນຈາກສຸຣາເມຣັຍ

ແລະສິ່ງມຶນເມົາມີໜ້ອຍ

ຄັ້ງນັ້ນແລ ພຣະຜູ້ມີພຣະພາຄຊົງຊ້ອນຝຸ່ນເລັກນ້ອຍດ້ວຍປາຍພຣະນະຂາ ແລ້ວຕຣັສຮຽກພິກຂຸທັງຫລາຍມາແລ້ວຕຣັສຖາມວ່າ:

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ຝຸ່ນເລັກນ້ອຍທີ່ເຮົາຊ້ອນດ້ວຍປາຍເລັບກັບແຜ່ນດິນໃຫຍ່ນີ້ ອັນໃດຈະຫລາຍກວ່າກັນ?

ພິກຂຸທັງຫລາຍກຣາບທູລວ່າ:

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ