ອະບາຍມຸຂ
ໜ້າ/ 66
ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ໖ ປະກາຣນີ້ ຄື:
ຊັພຍ໌ຍ່ອມເສື່ອມໄປ (ທະນະຊານິ)
ກໍ່ກາຣຜິດຖຽງວິວາທ (ກະລະຫັປປະວັທທະນີ)
ເປັນບໍ່ເກີດແຫ່ງໂຣຄ (ໂຣຄານັງ ອາຍະຕະນັງ)
ເປັນເຫຕໃຫ້ເສຍຊື່ສຽງ (ອະກິຕຕິສັນຊະນະນີ)
ເປັນເຫຕບໍ່ຮູ້ຈັກອາຍ (ຫິຣິໂກປິນະນິທທັງສະນີ)
ເປັນເຫຕບັນທອນກຳລັງປັນຍາ (ປັນຍາຍະ ທຸພພະລີກະຣະນີຕະເວວະ ສັຕຖັງ ປະທັງ ພະວະຕິ)
ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ໖ ປະກາຣເຫລົ່ານີ້ແລ.
ສຸຕຕັນຕະປິດົກ ທີຄະນິກາຍ ໑໑/໑໔໐/໑໗໙
ໂທສຂອງກາຣທ່ຽວໄປໃນເວລາວິກາລ
ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງກາຣທ່ຽວໄປຕາມຕອກຊອກຊອຍໃນເວລາວິກາລ ໖ ປະກາຣນີ້ ຄື:
ຜູ້ນັ້ນຊື່ວ່າບໍ່ຄຸ້ມຄອງ ບໍ່ຮັກສາຕົນ,
ຊື່ວ່າບໍ່ຄຸ້ມຄອງ ບໍ່ຮັກສາບຸຕພະຣິຍາ,
ຊື່ວ່າບໍ່ຄຸ້ມຄອງ ບໍ່ຮັກສາຊັພຍ໌ສົມບັຕ,
ເປັນທີ່ຣະແວງຂອງຄົນອື່ນ,
ຄຳເວົ້າອັນບໍ່ເປັນຈິງໃນທີ່ນັ້ນໆຍ່ອມເກີດຂຶ້ນແກ່ເຂົາ,
ເຫຕແຫ່ງຄວາມທຸກຂ໌ທັງຫລາຍຍ່ອມແວດລ້ອມເຂົາ.
ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງກາຣທ່ຽວໄປຕາມຕອກຊອກຊອຍໃນເວລາວິກາລ ໖ ປະກາຣເຫລົ່ານີ້ແລ.
ສຸຕຕັນຕະປິດົກ ທີຄະນິກາຍ ໑໑/໑໔໐/໑໘໐
ໂທສຂອງກາຣທ່ຽວຫລິ້ນງານບັນເທີງ
ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງກາຣທ່ຽວເບິ່ງມະຫໍຣະສົພ (ງານບັນເທີງ) ໖ ປະກາຣນີ້ຄື:
ຟ້ອນລຳຢູ່ໃສໄປບ່ອນນັ້ນ (ກວະ ນັຈຈັງ),
ຂັບຮ້ອງຢູ່ໃສໄປບ່ອນນັ້ນ (ກວະ ຄີຕັງ),
ເສບງັນຢູ່ໃສໄປບ່ອນນັ້ນ (ກວະ ວາທິຕັງ),
ສະແດງຢູ່ໃສໄປບ່ອນນັ້ນ (ກວະ ອັກຂານັງ),
ເພງຢູ່ໃສໄປບ່ອນນັ້ນ (ກວະ ປານິສສະຣັງ),
ບັນເທີງຢູ່ໃສໄປບ່ອນນັ້ນ (ກວະ ກຸມພະຖູນັນຕິ),
ຄະຫະບໍດີບຸຕ! ໂທສໃນກາຣປະກອບເນື່ອງໆເຊິ່ງກາຣທ່ຽວເບິ່ງມະຫໍຣະສົພ (ງານບັນເທີງ) ໖ ປະກາຣເຫລົ່ານີ້ແລ.
ສຸຕຕັນຕະປິດົກ ທີຄະນິກາຍ ໑໑/໑໔໐/໑໘໑
ວິບາກກັມຂອງນັກເຕັ້ນລຳ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເວລຸວັນ ກລັນທະກະນິວາປະສະຖານ ໃກ້ພຣະນະຄອຣຣາຊະຄຶ ຄັ້ງນັ້ນແລ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸຕ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາຄຊົງຕຣັສຢ່າງໃດ?
ພຣະຜູ້ມີພຣະພາຄຕຣັສວ່າ:
ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ.
ແມ່ນແຕ່ຄັ້ງທີ ໒ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸຕ ກໍໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາຄຊົງຕຣັສຢ່າງໃດ?
ພຣະຜູ້ມີພຣະພາຄຕຣັສວ່າ:
ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ.
ແມ່ນແຕ່ຄັ້ງທີ ໓ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸຕ ກໍໄດ້ທູລຖາມພຣະຜູ້ມີພຣະພາຄວ່າ: