ສາທະຍາຍ

ໜ້າ/ 54

ບັນເທົາຄວາມສົງໄສໃນທັມທັງຫຼາຍ, ອັນເປັນທີ່ຕັ້ງແຫ່ງຄວາມສົງໄສມີປະການຕ່າງໆໄດ້,

ພິກຂຸທັງຫຼາຍ ! ນີ້ເຮົາເອີ້ນວ່າ ປະຕິປຸຈສາວິນີຕາປະຣິສາໂນອຸກກາຈິຕະວິນີຕາ

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ບໍຣິສັດສອງຈຳພວກນັ້ນ,

ພິກຂຸທັງຫຼາຍ ! ບໍຣິສັດທີ່ເລີດໃນບັນດາບໍຣິສັດສອງຈຳພວກນັ້ນຄື :

ບໍຣິສັດອາໄສການສຶບສວນທົບທວນກັນເອົາເອງເປັນເຄື່ອງນຳໄປ,

ບໍ່ອາໄສຄວາມເຊື່ອຈາກບຸກຄົນພາຍນອກເປັນເຄື່ອງນຳໄປ ດັ່ງນີ້.

8.ທັມເຄື່ອງຂັດເກົາ ສັງເລຂະ

ພຣະໄຕຣປິດົກ ສະບັບຫຼວງ 12.54.105

ດູຣາຈຸນທະ ! ເຈົ້າທັງຫຼາຍຈົ່ງຂັດເກົາກິເລສໃນຂໍ້ເຫຼົ່ານີ້ແລ ຄື:

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ບຽດບຽນ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ເປັນຜູ້ບຽດບຽນກັນ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ຂ້າສັຕ, ໃນຂໍນີ້ເຮົາທັງຫຼາຍຈະງົດເວັ້ນຈາກການຂ້າສັຕ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ລັກຊັພ, ໃນຂໍນີ້ເຮົາທັງຫຼາຍຈະງົດເວັ້ນຈາກການລັກຊັພ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ເສພເມຖຸນທັມ, ໃນຂໍນີ້ເຮົາທັງຫຼາຍຈະປະພຶດພຣົມມະຈັນ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ເວົ້າຂີ້ຕົວະ, ໃນຂໍນີ້ເຮົາທັງຫຼາຍຈະງົດເວັ້ນຈາກການເວົ້າຂີ້ຕົວະ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ເວົ້າສໍສຽດ, ໃນຂໍນີ້ເຮົາທັງຫຼາຍຈະງົດເວັ້ນຈາກການເວົ້າສໍສຽດ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ເວົ້າຄຳຫຍາບ, ໃນຂໍນີ້ເຮົາທັງຫຼາຍຈະງົດເວັ້ນຈາກການເວົ້າຄຳຫຍາບ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ເວົ້າໂລເລ, ໃນຂໍນີ້ເຮົາທັງຫຼາຍຈະງົດເວັ້ນຈາກການເວົ້າໂລເລ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມັກເພ່ງເລັງສິ່ງຂອງຂອງຜູ້ອື່ນ, ໃນຂໍນີ້ເຮົາທັງຫຼາຍ ຈະບໍ່ເພ່ງເລັງສິ່ງຂອງຂອງຜູ້ອື່ນ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີຈິຕພະຍາບາທ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ມີຈິຕພະຍາບາທ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີຄວາມເຫັນຜິດ, ໃນຂໍນີ້ເຮົາທັງຫຼາຍຈະມີຄວາມເຫັນຖືກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີຄວາມດຳຣິຜິດ, ໃນຂໍນີ້ເຮົາທັງຫຼາຍຈະມີຄວາມດຳຣິຖືກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີວາຈາຜິດ, ໃນຂໍນີ້ເຮົາທັງຫຼາຍ ຈະມີວາຈາຖຶກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີການງານຜິດ, ໃນຂໍນີ້ເຮົາທັງຫຼາຍຈະມີການງານຖືກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີອາຊິບຜິດ, ໃນຂໍນີ້ເຮົາທັງຫຼາຍ ຈະມີອາຊີບຖືກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີຄວາມພຽນຜິດ, ໃນຂໍນີ້ເຮົາທັງຫຼາຍຈະມີຄວາມພຽນຖືກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີສະຕິຜິດ, ໃນຂໍນີ້ເຮົາທັງຫຼາຍ ຈະມີສະຕິຖືກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີສະມາທິຜິດ, ໃນຂໍນີ້ເຮົາທັງຫຼາຍຈະມີສະມາທິຖືກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີຍານຜິດ, ໃນຂໍນີ້ເຮົາທັງຫຼາຍ ຈະມີຍານຖຶກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ຫຼຸດພົ້ນຜິດ, ໃນຂໍນີ້ເຮົາທັງຫຼາຍ ຈະຫຼຸດພົ້ນຖືກ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ຖືກຖິ່ນະມິທທະປຸ້ມລຸມ, ໃນຂໍນີ້ເຮົາທັງຫຼາຍ ຈະບໍ່ຖືກຖີ່ນະມິທທະປຸ້ມລຸມ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ຟຸ່ງຊ່ານ, ໃນຂໍນີ້ເຮົາທັງຫຼາຍ ຈະບໍ່ຟຸ່ງຊ່ານ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີວິຈິກິຈສາ, ໃນຂໍນີ້ເຮົາທັງຫຼາຍຈະຂ້າມພົ້ນວິຈິກິຈສາ.

ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີຄວາມໂກທ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ມີຄວາມໂກທ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ