ສາທະຍາຍ

ໜ້າ/ 54

ອິມັງ ປູຕິກາຍັງ ປັຕຕະວາ. - ຄັນມາຖຶກເຂົ້າກັບກາຍອັນເນົ່າຢູ່ເປັນນິຈນີ້ແລ້ວ

ອະຕິວິຍະ ຊິຄຸຈສະນີຍານີ ຊາຍັນຕິ. - ຍ່ອມກາຍເປັນຂອງໜ້າລັງກຽດຢ່າງຍິ່ງໄປດ້ວຍ

7.ບໍຣິສັດທີ່ເລີດ

ພຣະໄຕຣປິດົກ ສະບັບຫຼວງ 20.91.292

ພິກຂຸທັງຫຼາຍ ! ບໍຣິສັດສອງຈຳພວກເຫຼົ່ານີ້ມີຢູ່, ສອງຈຳພວກເປັນແນວໃດໜໍ ຄື: ບໍຣິສັດອາໄສຄວາມເຊື່ອຈາກບຸກຄົນພາຍນອກເປັນເຄື່ອງນຳໄປ, ບໍ່ອາໄສການສຶບສວນທົບທວນກັນເອົາເອງເປັນເຄື່ອງນຳໄປ ນີ້ຢ່າງນຶ່ງ, ບໍຣິສັດອາໄສການສຶບສວນທົບທວນກັນເອົາເອງເປັນເຄື່ອງນຳໄປ, ບໍ່ອາໄສຄວາມເຊື່ອຈາກບຸກຄົນພາຍນອກເປັນເຄື່ອງນຳໄປ ນີ້ຢ່າງນຶ່ງ,

ພິກຂຸທັງຫຼາຍ ! ອຸກກາຈິຕະວິນີຕາປະຣິສາໂນປະຕິປຸຈສາວິນີຕາ ເປັນແນວໃດໜໍ ?

ໃນກໍລະນີນີ້ ພິກຂຸທັງຫຼາຍໃນບໍຣິສັດໃດ, ເມື່ອສຸຕຕັນຕະເຫຼົ່າໃດທີ່ເປັນຄຳຂອງຕະຖາຄົຕ, ເປັນຂໍ້ຄວາມເລິກມີຄວາມໝາຍຊຶ່ງ, ເປັນຊັ້ນໂລກກຸຕຕະລະວ່າສະເພາະດ້ວຍເລື່ອງສຸນຍະຕາ,

ເມື່ອມີຜູ້ນຳສູຕຕັນຕະເຫຼົ່ານັ້ນມາກ່າວຢູ່, ເຂົາຈະບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ, ບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ,

ແລະຈະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ, ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່,

ເປັນຄຳຮ້ອຍກອງປະເພດກາບກ່ອນ, ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ,

ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ, ເມື່ອມີຜູ້ນຳສຸຕຕັນຕະທີ່ນັກກະວີແຕ່ງຂຶ້ນໃໝ່ນັ້ນມາກ່າວຢູ່,

ເຂົາຈະຟັງດ້ວຍດີ ຈະງ່ຽງຫູຟັງ, ຈະຕັ້ງຈິຕເພື່ອຈະຮູ້ທົ່ວເຖິງແລະຈະສຳຄັນວ່າ

ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ, ເມື່ອເຂົາຮໍ່າຮຽນທັມອັນນັກກະວີແຕ່ງຂຶ້ນໃໝ່ນັ້ນແລ້ວ,

ກໍບໍ່ສອບຖາມເຊິ່ງກັນແລະກັນ, ບໍ່ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ,

ຂໍ້ນີ້ພະຍັນຊະນະເປັນແນວໃດ, ອັຕຖະເປັນແນວໃດ ດັ່ງນີ້,

ເຂົາເຫຼົ່ານັ້ນເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍບໍ່ໄດ້, ບໍ່ຫງາຍຂອງທີ່ຂວໍ້າໃຫ້ຫງ່າຍຂຶ້ນໄດ້,

ບໍ່ບັນເທົາຄວາມສົງໄສໃນທັມທັງຫຼາຍ, ອັນເປັນທີ່ຕັ້ງແຫ່ງຄວາມສົງໄສມີປະການຕ່າງໆໄດ້,

ພິກຂຸທັງຫຼາຍ ! ນີ້ເຮົາເອີ້ນວ່າ ອຸກກາຈິຕະວິນີຕາປະຣິສາໂນປະຕິປຸຈສາວິນີຕາ.

ພິກຂຸທັງຫຼາຍ ! ປະຕິປຸຈສາວິນີຕາປະຣິສາໂນອຸກກາຈິຕະວິນີຕາ ເປັນແນວໃດໜໍ ?

ໃນກໍລະນີນີ້ ພິກຂຸທັງຫຼາຍໃນບໍຣິສັດໃດ, ເມື່ອສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່,

ເປັນຄຳຮ້ອຍກອງປະເພດກາບກ່ອນ, ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ,

ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ, ເມື່ອມີຜູ້ນຳສຸຕຕັນຕະທີ່ນັກກະວີແຕ່ງຂຶ້ນໃໝ່ນັ້ນມາກ່າວຢູ່,

ເຂົາຈະບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ, ບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ,

ແລະຈະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ, ສ່ວນສຸຕຕັນຕະເຫຼົ່າໃດເປັນຄຳຂອງຕະຖາຄົຕ,

ເປັນຂໍ້ຄວາມເລິກມີຄວາມໝາຍຊຶ່ງ, ເປັນຊັ້ນໂລກກຸຕຕະລະວ່າສະເພາະດ້ວຍເລື່ອງສຸນຍະຕາ,

ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່, ເຂົາຈະຟັງດ້ວຍດີ ຈະງ່ຽງຫູຟັງ,

ຈະຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ, ແລະຈະສຳຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ,

ເມື່ອເຂົາຮໍ່າຮຽນທັມທີ່ຕະຖາຄົຕພາສິຕນັ້ນແລ້ວ, ກໍສອບຖາມເຊິ່ງກັນແລະກັນ,

ບໍ່ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ, ຂໍ້ນີ້ພະຍັນຊະນະເປັນແນວໃດ, ອັຕຖະເປັນແນວໃດ ດັ່ງນີ້,

ເຂົາເຫຼົ່ານັ້ນເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍໄດ້, ຫງາຍຂອງທີ່ຂວໍ້າໃຫ້ຫງ່າຍຂຶ້ນໄດ້,

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ