ສາທະຍາຍ
ໜ້າ/ 54
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ຜູກໂກທໄວ້, ໃນຂໍນີ້ເຮົາທັງຫຼາຍ ຈະບໍ່ຜູກໂກທໄວ້.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ລົບລູ່ຄຸນທ່ານ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ລົບລູ່ຄຸນທ່ານ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ຍົກຕົນຂົ່ມທ່ານ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ຍົກຕົນຂົ່ມທ່ານ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ຕີຕົນສະເໝີທ່ານ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ຕີຕົນສະເໝີທ່ານ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີຄວາມຣິສະຍາ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ຣິສະຍາ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີຄວາມຂີ້ຖີ່, ໃນຂໍນີ້ເຮົາທັງຫຼາຍຈະບໍ່ມີຄວາມຂີ່ຖີ່.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ໂອ້ອວດ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ໂອ້ອວດ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີມາຣຍາ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ມີມາຣຍາ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ດື້ດ້ານ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ດື້ດ້ານ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ດູຖູກດູໝິ່ນທ່ານ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ດູຖູກດູໝິ່ນທ່ານ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ເວົ້າຍາກ, ໃນຂໍນີ້ເຮົາທັງຫຼາຍຈະເປັນຜູ້ເວົ້າງ່າຍ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີມິຕຊົ່ວ, ໃນຂໍນີ້ເຮົາທັງຫຼາຍຈະມີມິຕດີ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຄົນປະມາທ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ເປັນຄົນປະມາທ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຄົນບໍ່ມີສັທທາ, ໃນຂໍນີ້ເຮົາທັງຫຼາຍຈະເປັນຜູ້ມີສັທທາ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມບໍ່ມີຫິຣິ, ໃນຂໍນີ້ເຮົາທັງຫຼາຍຈະເປັນຜູ້ມີຫິຣິໃນໃຈ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ບໍ່ມີໂອຕຕັບປະ, ໃນຂໍນີ້ເຮົາທັງຫຼາຍຈະມີໂອຕຕັບປະ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີສຸຕະນ້ອຍ, ໃນຂໍນີ້ເຮົາທັງຫຼາຍຈະມີສຸຕະຫຼາຍ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ຂີ້ຄ້ານ, ໃນຂໍນີ້ເຮົາທັງຫຼາຍຈະປາຣົບຄວາມພຽນ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີສະຕິຫຼົງລືມ, ໃນຂໍນີ້ເຮົາທັງຫຼາຍຈະມີສະຕິໝັ້ນຄົງ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີປັນຍາຊາມ, ໃນຂໍນີ້ເຮົາທັງຫຼາຍຈະເປັນຜູ້ເຖິງພ້ອມດ້ວຍປັນຍາ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຜູ້ມີຄວາມຮູ້ຜິດ, ໃນຂໍນີ້ເຮົາທັງຫຼາຍຈະມີຄວາມຮູ້ຖຶກ.
ເຈົ້າທັງຫຼາຍ ຈົ່ງຂັດເກົາວ່າ, ຊົນເຫຼົ່າອື່ນເປັນຄົນລູບຄຳທິຕຖິຂອງຕົນ, ຍຶດຖືຢ່າງໝັ້ນຄົງ ແລະ ສະລະຄືນໄດ້ໂດຍຍາກ, ໃນຂໍນີ້ເຮົາທັງຫຼາຍຈະບໍ່ເປັນຄົນລູບຄຳທິຕຖິຂອງຕົນ, ບໍ່ຍຶດຖືຢ່າງໝັ້ນຄົງ ແລະ ສະລະຄືນໄດ້ໂດຍງ່າຍ.
ຈົບ ສັລເລຂະສູຕ
9.ທັມທີ່ເຮັດໃຫ້ເປັນຄົນວ່າຍາກ
ພຣະໄຕຣປິດົກ ສະບັບຫຼວງ 12.130.222
ທ່ານພຣະໂມກຄັລລານະໄດ້ກ່າງດັ່ງນີ້ວ່າ: ທ່ານຜູ້ມີອາຍຸທັງຫຼາຍ, ຖ້າແມ່ນພິກຂຸປະວໍລະນາໄວ້ວ່າ: ຂໍທ່ານຈົ່ງວ່າກ່າວຂະນ້ອຍ, ຂະນ້ອຍເປັນຜູ້ຄວນທີ່ທ່ານຈະວ່າກ່າວໄດ້, ແຕ່ພິກຂຸນັ້ນເປັນຄົນວ່າຍາກ, ປະກອບດ້ວຍທັມທີ່ເຮັດໃຫ້ເປັນຄົນວ່າຍາກ, ເປັນຜູ້ບໍ່ອົດທົນ ບໍ່ຮັບຟັງຄຳສອນດ້ວຍຄວາມເຄົາຣົບ, ເມື່ອເປັນເຊັ່ນນີ້ ເພື່ອພຣົມມະຈັນຕ່າງບໍ່ສຳຄັນພິກຂຸນີ້ວ່າ, ຄວນວ່າກ່າວ ຄວນສັ່ງສອນ, ທັງບໍ່ສຳຄັນວ່າ ຄວນເຖິງຄວາມໄວ້ວ່າງໃຈໃນບຸກຄົນນັ້ນໄດ້.
ຜູ້ມີອາຍຸທັງຫຼາຍ ! ກໍທັມທີ່ເຮັດໃຫ້ເປັນຄົນວ່າຍາກເປັນແນວໃດໜໍ ?
ຜູ້ມີອາຍຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້:
ເປັນຜູ້ມີຄວາມປາຖະນາລາມົກ, ລຸອຳນາດແຫ່ງຄວາມປາຖະນາລາມົກ, ແມ່ນຂໍ້ທີ່ພິກຂຸເປັນຜູ້ມີຄວາມປາຖະນາລາມົກ, ລຸອຳນາດແຫ່ງຄວາມປາຖະນາລາມົກ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.








