ສາທະຍາຍ

ໜ້າ/ 54

ອຸຈຈະສະຢະນະ ມະຫາສະຢານາ ເວຣະມະນີ, ເຈຕະນາເປັນເຄື່ອງເວັ້ນຈາກການນັ່ງນອນ ເທິງທີ່ນອນສູງ ແລະ ທີ່ນອນໃຫຍ່. (ພິກຂຸເວັ້ນຂາດຈາກການນັ່ງນອນເທິ່ງທີ່ນອນອັນສູງໃຫຍ່, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງນັ່ງນອນເທິ່ງທີ່ນອນອັນສູງໃຫຍ່ເຫັນປານນີ້ ຄື: ຕຽງມີຕີນເກີນປະມານ, ຕຽງມີຕີນເຮັດເປັນຮູບສັຕຮ້າຍ, ຜ້າໂກເຊົາຂົນຍາວ(ຜ້າເຮັດດ້ວຍຂົນແບ້), ເຄື່ອງປູເຮັດດ້ວຍຂົນແກະວິຈິດລວດລາຍ, ເຄື່ອງປູເຮັດດ້ວຍຂົນແກະສີຂາວ, ເຄື່ອງປູມີສັນຖານເປັນຊໍດອກໄມ້, ເຄື່ອງປູທີ່ຍັດດ້ວຍນຸ່ນ, ເຄື່ອງປູເຮັດດ້ວຍຂົນແກະວິຈິດດ້ວຍຮູບສັດຮ້າຍມີສິງແລະເສືອເປັນຕົ້ນ, ເຄື່ອງປູເຮັດດ້ວຍຂົນແກະມີຂົນຕັ້ງ, ເຄື່ອງປູເຮັດດ້ວຍຂົນແກະມີຂົນຂ້າງດຽວ, ເຄື່ອງປູຄຳແລະເງິນ ປະຊົມໄໝ, ເຄື່ອງປູໄໝຂອບຄຳແລະເງິນ, ເຄື່ອງປູຂົນແກະຈຸນາງຟ້າ 16 ຄົນ, ເຄື່ອງປູຫຼັງຊ້າງ, ເຄື່ອງປູຫຼັງມ້າ, ເຄື່ອງປູໃນລົດ, ເຄື່ອງປູທີ່ເຮັດດ້ວຍໜັງສັດຊື່ອະຊີນະອັນມີຂົນອ່ອນນຸ່ມ, ເຄື່ອງປູຢ່າງດີເຮັດດ້ວຍໜັງໂຕເຫງັນ, ເຄື່ອງປູມີເພດານ, ເຄື່ອງປູມີໝອນຂ້າງ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ)

ຊາຕະຣູ ປະຣາຊະຕະ ປະຕິກຄະຫະນາ ເວຣະມະນີ, ເຈຕະນາເປັນເຄື່ອງເວັ້ນຈາກການຮັບຄຳ ແລະ ເງິນ

6.ຕັງຂະນິກະປັຈຈະເວກຂະນະປາຖະ

ວ່າດ້ວຍຈີວອນ

ປະຕິສັງຂາ ໂຢນິໂສ ຈີວັງຣັງ ປະຕິເສວາມິ, ເຮົາຍ່ອມພິຈາຣະນາໂດຍລະອຽດແລ້ວ, ນຸ່ງຫົ່ມຈີວອນ, ຢາວະເທວະ ສີຕັສສະ ປະຕິຄາຕາຢະ, ພຽງເພື່ອບຳບັດຄວາມໜາວ, ອຸນຫັສສະ ປະຕິຄາຕາຢະ, ເພື່ອບຳບັດຄວາມຮ້ອນ, ດັງສະມະກະສະວະຕາຕະປະສິຣິງສະປະສັມຜັສສານັງ ປະຕິຄາຕາຢະ, ເພື່ອບຳບັດສັມຜັສອັນເກີດຈາກເຫຼືອກ ຍຸງ ລົມ ແດດ ແລະ ສັຕເລືອຄານທັງຫຼາຍ, ຢາວະເທວະ ຫິຣິໂກປິນະປະຕິຈສາທະນັຕຖັງ, ແລະພຽງເພື່ອປົກປິດອະວັຍຍະວະ ອັນໃຫ້ເກີດຄວາມລະອາຍ.

ວ່າດ້ວຍບິນດະບາຕ

ປະຕິສັງຂາ ໂຢນິໂສ ປິນດະປາຕັງ ປະຕິເສວາມິ, ເຮົາຍ່ອມພິຈາຣະນາໂດຍລະອຽດແລ້ວ, ສັນບິນທະບາຕ,

ເນວະ ທະວາຢະ, ບໍ່ໃຫ້ເປັນໄປເພື່ອຄວາມເພີດເພີນສະນຸກສະນານ, ນະ ມະທາຢະ, ບໍ່ໃຫ້ເປັນໄປເພື່ອຄວາມເມົາມັນ ເກີດກຳລັງພະລັງທາງກາຍ, ນະ ມັນດະນາຢະ, ບໍ່ໃຫ້ເປັນໄປເພື່ອປະດັບ,

ນະ ວິພູສະນາຢະ, ບໍ່ໃຫ້ເປັນໄປເພື່ອຕົກແຕ່ງ, ຢາວະເທວະ ອິມັສສະ ກາຢັສສະ ຖິຕິຢາ, ແຕ່ໃຫ້ເປັນໄປພຽງເພື່ອຄວາມຕັ້ງຢູ່ໄດ້ແຫ່ງກາຍນີ້, ຢາປະນາຢະ, ເພື່ອຄວາມເປັນໄປໄດ້ຂອງອັຕຕະພາບ, ວິຫິງສຸປະຣະຕິຢາ, ເພື່ອຄວາມສິ້ນໄປແຫ່ງຄວາມລຳບາກທາງກາຍ, ພຣັມມະຈາຣິຢານຸຄຄະຫາຢະ, ເພື່ອອະນຸເຄາະແກ່ການປະພຶດພຣົມມະຈັນ, ອິຕິ ປຸຣານັນຈະ ເວທະນັງ ປະຕິຫັງຂາມິ, ດ້ວຍການທຳຢ່າງນີ້ ເຮົາຍ່ອມລະງັບເສຍໄດ້ເຊິ່ງທຸກຂາເວທະນາເກົ່າຄືຄວາມຫິວ, ນະວັນຈະ ເທວະນັງ ນະ ອຸປປະເທສາມິ, ແລະ ບໍ່ທຳທຸກຂະເວທະນາໃໝ່ໃຫ້ເກີດຂຶ້ນ, ຢາຕຣາ ຈະ ເມ ພະວິສສະຕິ ອະນະວັຊຊະຕາ ຈະ ຜາສຸວິຫາໂຣຈາຕິ, ອັນນຶ່ງຄວາມເປັນໄປໂດຍສະດວກ ແຫ່ງອັຕຕະພາບນີ້ດ້ວຍ, ຄວາມເປັນຜູ້ຫາໂທດບໍ່ໄດ້ດ້ວຍ, ແລະ ຄວາມເປັນຢູ່ໂດຍຜາສຸກດ້ວຍ ຈະມີແກ່ເຮົາ ດັ່ງນີ້.

ວ່າດ້ວຍເສນາສະນະ

ປະຕິສັງຂາ ໂຢນິໂສ ເສນາສະນັງ ປະຕິເສວາມິ, ເຮົາຍ່ອມພິຈາຣະນາໂດຍລະອຽດແລ້ວ ໃຊ້ສອຍເສນາສະນະ, ຢາວະເທວະ ສີຕັສສະ ປະຕິຄາຕາຢະ, ພຽງເພື່ອບຳບັດຄວາມໜາວ, ອຸຫັສສະປະຕິຄາຕາຢະ, ເພື່ອບຳບັດຄວາມຮ້ອນ, ດັງສະມະກະສະວະຕາຕະປະສິຣິງສະປະສັມຜັສສານັງ ປະຕິຄາຕາຢະ, ເພື່ອບຳບັດສັມຜັສອັນເກີດຈາກເຫຼືອກ ຍຸງ ລົມ ແດດ ແລະ ສັຕເລືອຄານທັງຫຼາຍ, ຢາວະເທວະ ອຸຕຸປະຣິສສະຢະວິໂນທະນັງປະຕິສັນລານາຣາມັຕຖັງ, ພຽງເພື່ອບັນເທົ່າອັນຕະຣາຍອັນຈະຕ້ອງມີຈາກດິນຟ້າ ອາກາດ, ແລະ ພຽງເພື່ອຄວາມເປັນຜູ້ຍິນດີຢູ່ໄດ້ໃນທີ່ຫຼີກເວັ້ນ ສຳລັບພາວະນາ.

ວ່າດ້ວຍຄິລານະເພສັຊຊ໌

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ