ສາທະຍາຍ

ໜ້າ/ 54

ອະພຣັມມະຈາຣິຢາ ເວຣະມະນີ, ເຈຕະນາ ເປັນເຄື່ອງເວັ້ນຈາກການກະທຳ ອັນບໍ່ແມ່ນພຣົມມະຈັນ (ເຈົ້າລະກັມທີ່ເປັນຂ້າເສິກແກ່ພຣົມມະຈັນ ປະພຶດພຣົມມະຈັນ ປະພຶດຫ່າງໄກ ເວັ້ນຂາດຈາກເມຖຸນທັມອັນເປັນກິດຂອງຊາວບ້ານ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ)

ມຸສາວາທາ ເວຣະມະນີ, ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າບໍ່ຈິງ (ເຈົ້າລະການເວົ້າຕົວະ ເວັ້ນຂາດຈາກການເວົ້າຕົວະ ເວົ້າແຕ່ຄວາມຈິງ ຮັກສາຄຳສັຈ ຄຳເວົ້າມີຫຼັກຖານ ຄວນເຊື່ອຖືໄດ້ ບໍ່ເວົ້າລວງໂລກ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ)

ສຸຣາເມຣະຢະມັຊຊະປະມາທັຕຖານາ ເວຣະມະນີ, ເຈຕະນາ ເປັນເຄື່ອງເວັ້ນຈາກການເສບຂອງເມົາ ມີສຸຣາແລະເມຣັຍເປັນຕົ້ນ ອັນເປັນທີ່ຕັ້ງຂອງຄວາມປະມາທ.

ວິກາລະ ໂພຊະນາ ເວຣະມະນີ, ເຈຕະນາ ເປັນເຄື່ອງເວັ້ນຈາກການບໍຣິໂພກອາຫາຣໃນຍາມຣາຕຣີ ແລະ ວິກາລ.

ນັຈຈະ ຄີຕະ ວາທິຕະ ວິສູກະ ທັສສະນາ ເວຣະມະນີ, ເຈຕະນາ ເປັນເຄື່ອງເວັ້ນຈາກການຟ້ອນລຳ, ການຂັບຮ້ອງ, ການດົນຕຣີ, ການເບິ່ງການຫຼິ້ນອັນເປັນຂ້າເສິກຕໍ່ກຸສົລ, (ພິກຂຸເວັ້ນຂາດຈາກການເບິ່ງການລະຫຼິ້ນອັນເປັນຂ້າເສິກແກ່ກຸສົລ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງຂວນຂວາຍເບິ່ງການລະຫຼິ້ນອັນເປັນຂ້າເສິກແກ່ກຸສົລເຫັນປານນີ້ ຄື: ການຟ້ອນ, ການຂັບຮ້ອງ, ການປະໂຄມມະຫໍລະສົບມີການລຳເປັນຕົ້ນ, ການເລົ່ານິຍາຍ, ການຫຼິ້ນຕົບມື, ການຫຼິ້ນປຸກຜີ, ການຫຼິ້ນຕີກອງ, ສາກພາບບ້ານເມືອງທີ່ສວຍງາມ, ການຫຼີ້ນຂອງຄົນຈັກທານ, ການຫຼິ້ນໄມ້ສູງ, ການຫຼິ້ນໜ້າສົບ, ຊົນຊ້າງ ຊົນມ້າ ຊົນຄວຍ ຊົນງົວ ຊົນແບ້ ຊົນແກະ ຊົນໄກ່, ຣົບນົກກະທາ, ລຳກະບີກະບອງ, ຊົກມວຍ ມວຍປໍ້າ ການຮົບ ການຕວດພົນ, ການຈັດຂະບວນທັບ ກອງທັບ, ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ)

ມາລາ ຄັນທະ ວິເລປະນະ ທາຣະນະ ມັນດະນະ ວິພູສະນັຕຖານາ ເວຣະມະນີ, ເຈຕະນາ ເປັນເຄື່ອງເວັ້ນຈາກການຈັດຊົງສວມໃສ່ ການປະດັບການຕົກແຕ່ງຕົນ, ດ້ວຍພວງມາລາ ດ້ວຍເຄື່ອງກິ່ນ (ຫອມ) ແລະ ເຄື່ອງຜັດທາ, (ພິກຂຸເວັ້ນຂາດຈາກການປະດັບປະດາຕົບແຕ່ງຮ່າງກາຍອັນເປັນຖານແຫ່ງການແຕ່ງຕົວ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງຂວນຂວາຍປະກອບການປະດັບປະດາຕົບແຕ່ງຮ່າງກາຍອັນເປັນຖານແຫ່ງການແຕ່ງຕົວ ເຫັນປານນີ້ ຄື: ອົບຕົວ ໄຄອະໄວຍະວະ ອາບນໍ້າຫອມ ນວດ ເຍື່ອງແວ່ນ ແຕ້ມຕາ ເໜັບດອກໄມ້ ບຳລຸງຜິວ ຖູພັດໜ້າ ທາປາກ ປະດັບຂໍ້ມື ສວບກ້ຽວ (ແນວປະດັບແບບວ່າງ ຊຸບໃສ່ຫົວ), ໃຊ້ໄມ້ຄັນເທົາ ໃຊ້ກັກຢາ (ຢາດົມ), ໃຊ້ດາບ ໃຊ້ຂວານ ໃຊ້ຄັນຮົມ ໃສ່ເກີບປະດັບວິຈິດ ຕິດກອບໜ້າ ປັກປິ່ນ ໃຊ້ພັດວີວາລວິຊນີ (ເປັນພັດວີ ທີ່ດ້າມຈັບຍາວທາງຕັ້ງ), ນຸ່ງຫົ່ມຜ້າຂາວ ນຸ່ງຫົ່ມຜ້າມີຊາຍ (ຍ່ອຍປະດັບສົ້ນຜ້າ), ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ