ສາທະຍາຍ
ໜ້າ/ 54
ອະກາລິໂກ, ເປັນສິ່ງທີ່ປະຕິບັດໄດ້ ແລະ ໃຫ້ຜົນໄດ້ບໍ່ຈຳກັດກາລ
ເອຫິປັສສິໂກ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເທີ້ນ
ໂອປະນາຢີໂກ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ
ປັຈຈັຕຕັງ ເວທິຕັພໂພ ວິນຍູຫີຕິ. ເປັນສິ່ງທີ່ຜູ້ຮູ້ ກໍຮູ້ໄດ້ສະເພາະຕົນ ດັ່ງນີ້.
3.ສັງຄານຸສສະຕິ
ພຣະໄຕຣປິດົກ ສະບັບຫຼວງ 22.347.296; 24.357.218
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າໝູ່ໃດ ປະຕິບັດດີແລ້ວ
ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າໝູ່ໃດ
ປະຕິບັດຕົງແລ້ວ
ຍາຢະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າໝູ່ໃດ
ປະຕິບັດເພື່ອຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ
ສາມິຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າໝູ່ໃດ
ປະຕິບັດສົມຄວນແລ້ວ
ຢະທິທັງ, ໄດ້ແກ່ບຸກຄົນເຫຼົ່ານີ້ຄື
ຈັຕຕາຣີ ປຸຣິສາຢຸຄານິ ອັຕຖະ ປຸຣິສະປຸຄຄະລະ, ຄູ່ແຫ່ງບຸຣຸສ 4 ຄູ່, ນັບຮຽງຕົວບຸຣຸສໄດ້ 8 ບຸຣຸສ
ເອສະ ພະຄະວະໂຕ ສາວະກະສັງໂຄ, ນັ້ນແຫຼະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ
ອາຫຸເນີຍໂຢ, ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົານຳມາບູຊາ
ປາຫຸເນີຍໂຢ, ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົາຈັດໄວ້ຕ້ອນຮັບ
ທັກຂີເນີຍໂຢ, ເປັນຜູ້ຄວນຮັບທັກຂິນາທານ
ອັນຊະລິກະຣະນິໂຢ, ເປັນຜູ້ບຸກຄົນທົ່ວໄປຄວນທຳອັນຊະລີ
ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສາຕິ. ເປັນເນື້ອນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ ດັ່ງນີ້.
4.ສະຣະນະຄະມະນະປາຖະ
ພຸທທັງ ສະຣະນັງ ຄັຈສາມິ, ຂ້າພະເຈົ້າຖືເອົາພຣະພຸດທະເຈົ້າ ເປັນສະຣະນະ
ທັມມັງ ສະຣະນັງ ຄັຈສາມິ, ຂ້າພະເຈົ້າຖືເອົາພຣະທັມ ເປັນສະຣະນະ
ສັງຄັງ ສະຣະນັງ ຄັຈສາມິ, ຂ້າພະເຈົ້າຖືເອົາພຣະສົງຄ໌ ເປັນສະຣະນະ
ທຸຕິຢັມປິ ພຸທທັງ ສະຣະນັງ ຄັຈສາມິ, ແມ່ນຄັ້ງທີ 2 ຂ້າພະເຈົ້າຖືເອົາພຣະພຸດທະເຈົ້າ ເປັນສະຣະນະ
ທຸຕິຢັມປິ ທັມມັງ ສະຣະນັງ ຄັຈສາມິ, ແມ່ນຄັ້ງທີ 2 ຂ້າພະເຈົ້າຖືເອົາພຣະທັມ ເປັນສະຣະນະ
ທຸຕິຢັມປິ ສັງຄັງ ສະຣະນັງ ຄັຈສາມິ, ແມ່ນຄັ້ງທີ 2 ຂ້າພະເຈົ້າຖືເອົາພຣະສົງຄ໌ ເປັນສະຣະນະ
ຕະຕິຢັມປິ ພຸທທັງ ສະຣະນັງ ຄັຈສາມິ, ແມ່ນຄັ້ງທີ 3 ຂ້າພະເຈົ້າຖືເອົາພຣະພຸດທະເຈົ້າ ເປັນສະຣະນະ
ຕະຕິຢັມປິ ທັມມັງ ສະຣະນັງ ຄັຈສາມິ, ແມ່ນຄັ້ງທີ 3 ຂ້າພະເຈົ້າຖືເອົາພຣະທັມ ເປັນສະຣະນະ
ຕະຕິຢັມປິ ສັງຄັງ ສະຣະນັງ ຄັຈສາມິ, ແມ່ນຄັ້ງທີ 3 ຂ້າພະເຈົ້າຖືເອົາພຣະສົງຄ໌ ເປັນສະຣະນະ
5.ສະມາທານ (ສີລ)
ປານາຕິປາຕາ ເວຣະມະນີ, ເຈຕະນາ ເປັນເຄື່ອງເວັ້ນຈາກການຂ້າ. (ພິກຂຸໃນທັມວິນັຍນີ້ ລະການຂ້າສັຕ ເວັ້ນຂາດຈາກການຂ້າສັຕ ວ່າງທ່ອນໄມ້ ວ່າງສາຕຣາມີຄວາມລະອາຍ ມີຄວາມເອັນດູ ມີຄວາມກາລຸນາ ຫວັງປະໂຫຍດແກ່ສັຕທັງປວງຢູ່ ຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ.)
ອະທິນນາທານາ ເວຣະມະນີ, ເຈຕະນາເປັນເຄື່ອງເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ແລ້ວ (ເຈົ້າລະການລັກຊັພ ເວັ້ນຂາດຈາການລັກຊັພ ຮັບແຕ່ຂອງທີ່ເຂົາໃຫ້ ຕ້ອງການແຕ່ຂອງທີ່ເຂົາໃຫ້ ບໍ່ປະພຶຕຕົນເປັນຄົນຂີ້ລັກຂະໂມຍ ເປັນຜູ້ສະອາດຢູ່ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ)








