ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ພິກຂຸນັ້ນມີໃຈປະກອບດ້ວຍເມຕຕາ, ປະກອບດ້ວຍກາລຸນາ, ປະກອບດ້ວຍມຸທິຕາ, ປະກອບດ້ວຍອຸເປກຂາ, ແຜ່ໄປສູ່ທິດທີ່ 1 ທິດທີ່ 2 ທິດທີ່ 3 ທິດທີ່ 4 ກໍຄືກັນ, ມີໃຈປະກອບດ້ວຍເມຕຕາ, ປະກອບດ້ວຍກາລຸນາ, ປະກອບດ້ວຍມຸທິຕາ, ປະກອບດ້ວຍອຸເປກຂາອັນໄພບູນ, ເປັນມະຫັກຄະຕະ ບໍ່ມີປະມານ, ບໍ່ມີເວນ ບໍ່ມີພະຍາບາດ, ແຜ່ໄປສູ່ເບື່ອງເທິ່ງ ເບື້ອງລຸ່ມ ທາງຂວາງ ທົ່ວໂລກໝົດທັງສິ້ນ, ໂດຍເປັນຜູ້ຫວັງປະໂຫຍດແກ່ສັຕທົ່ວໜ້າ ໃນທຸກທີ່, ດ້ວຍປະການດັ່ງນີ້.

ເຈົ້າຍ່ອມຮູ້ແຈ່ມແຈ້ງຢ່າງນີ້ວ່າ, ສິ່ງນີ້ມີຢູ່ ສິ່ງທີ່ຊົ່ວຕຳຊ້າມີຢູ່ ສິ່ງທີ່ປານີຕມີຢູ່ ທັມເປັນເຄື່ອງສະລະອອກທີ່ຍິ່ງແຫ່ງສັນຍານີ້ ມີຢູ່, ເມື່ອເຈົ້າຮູ້ເຫັນຢ່າງນີ້ ຈິຕຍ່ອມຫຼຸດພົ້ນຈາກກາມາສະວະ, ຈາກພະວາສະວະ, ຈາກອະວິຊຊາສະວະ, ເມື່ອຈິຕຫຼຸດພົ້ນແລ້ວ ກໍມີຍານຮູ້ວ່າຫຼຸດພົ້ນແລ້ວ, ຮູ້ແຈ່ມແຈ້ງວ່າ ຊາດສິ້ນແລ້ວ, ພຣົມມະຈັນຢູ່ຈົບແລ້ວ, ກິດທີ່ຄວນຈະເຮັດໄດ້ເຮັດສຳເລັດແລ້ວ, ກິດອື່ນເພື່ອຄວາມເປັນແນວນີ້ບໍ່ໄດ້ມີ.

ດູຣາພິກຂຸທັງຫຼາຍ ! ພິກຂຸນີ້ເຮົາກ່າວວ່າ, ເປັນຜູ້ອາບແລ້ວດ້ວຍເຄື່ອງອາບອັນເປັນພາຍໃນ.

15.ວິທີບົ່ມວິມຸດຕິໃຫ້ເຖິງທີ່ສຸດ

ພຣະໄຕຣປິດົກ ສະບັບຫຼວງ 23.369.207

ເມຄິຢະ ! ທັມທັງຫຼາຍ 5 ປະການ ເປັນໄປເພື່ອຄວາມສຸກຮອບ, ຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.

ທັມ 5 ປະການ ເປັນແນວໃດໜໍ ?

ເມຄິຢະ ! ໃນກໍລະນີນີ້ ພິກຂຸເປັນຜູ້ ມີມິຕດີ, ມີສະຫາຍດີ ມິໝູ່ເພື່ອດີ, ເມຄິຢະ ນີ້ເປັນທັມຂໍ້ທີນຶ່ງ, ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.

ເມຄິຢະ ! ຂໍ້ອື່ນຍັງມີອີກ, ຄືພິກຂຸເປັນຜູ້ ມີສີລສັງລວມແລ້ວດ້ວຍການສັງລວມໃນປາຕິໂມກຂ໌, ເຖິງພ້ອມດ້ວຍມາລະຍາດແລະໂຄຈອນ, ມີປົກກະຕິເຫັນພັຍໃນໂທດທັງຫຼາຍ ແມ່ນມີປະມານເລັກນ້ອຍ, ສະມາທານຢູ່ໃນສິກຂາບົດທັງຫຼາຍ, ເມຄິຢະ ນີ້ເປັນທັມຂໍ້ທີສອງ, ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.

ເມຄິຢະ ! ຂໍ້ອື່ນຍັງມີອີກ, ຄືພິກຂຸໄດ້ຕາມປາຖະນາ ໄດ້ໂດຍບໍຍາກ ໄດ້ໂດຍບໍ່ລຳບາກ, ເຊິ່ງທັມມິກະຖາອັນເປັນເຄື່ອງຂູດເກົາກິເລສຢ່າງຍິ່ງ, ເປັນທີ່ສະບາຍແກ່ການເປີດໂລ່ງແຫ່ງຈິຕໄດ້ແກ່, ອັບປິຈສະກະຖານ (ເລື່ອງຄວາມປາຖະນານ້ອຍ), ສັນຕຸດຖິກະຖາ (ເລື່ອງຄວາມສັນໂດດ), ປິເວເວກກະຖາ (ເລື່ອງຄວາມວິເວກ), ອະສັງສັກຄະກະຖາ (ເລື່ອງຄວາມບໍ່ຄຸກຄີດ້ວຍໝູ່ຄະນະ), ວິຣິຍາຣັມພະກະຖາ (ເລື່ອງການປາຣົບຄວາມພຽນ), ສີລະກະຖາ (ເລື່ອງສີລ), ສະມາທິກະຖາ (ເລື່ອງສະມາທິ), ປັນຍາກະຖາ (ເລື່ອງປັນຍາ), ວິມຸຕຕິກະຖາ (ເລື່ອງຄວາມຫຼຸດພົ້ນ), ວິມຸຕຕິຍານະທັດສະນະກະຖາ (ເລື່ອງຍານຫຍັ່ງຮູ້ວ່າຫຼຸດພົ້ນແລ້ວ), ເມຄິຢະ ນີ້ເປັນທັມຂໍ້ທີສາມ, ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.

ເມຄິຢະ ! ຂໍ້ອື່ນຍັງມີອີກ, ຄືພິກຂຸເປັນຜູ້ມີຄວາມພຽນອັນປາຣົບແລ້ວ, ເພື່ອລະອະກຸສົນທັມທັງຫຼາຍ, ເພື່ອຍັງກຸສົນທັມທັງຫຼາຍໃຫ້ເຖິງພ້ອມ, ເປັນຜູ້ມີກຳລັງ ມີຄວາມດຸໝັ່ນໝັ້ນຄົງ, ບໍ່ປະຖິ້ມທຸຣະໃນກຸສົນທັມທັງຫຼາຍ, ເມຄິຢະ ນີ້ເປັນທັມຂໍ້ທີສີ່, ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.

ເມຄິຢະ ! ຂໍ້ອື່ນຍັງມີອີກ, ຄືພິກຂຸເປັນຜູ້ມີປັນຍາ ປະກອບດ້ວຍປັນຍາ, ເປັນເຄື່ອງເຖິງສັຈຈະແຫ່ງການຕັ້ງຂຶ້ນ, ແລະການຕັ້ງຢູ່ບໍ່ໄດ້ ອັນເປັນອະຣິຍະ, ເປັນເຄື່ອງເຈາະແທວກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ, ເມຄິຢະ ນີ້ເປັນທັມຂໍ້ທີຫ້າ, ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.

ເມຄິຢະ ! ເມື່ອພິກຂຸເປັນຜູ້ ມີມິຕດີ, ມີສະຫາຍດີ ມິໝູ່ເພື່ອດີ, ຕໍ່ໄປນີ້ເປັນສິ່ງທີ່ເຂົາຫວັງໄດ້ຄື, ຈະເປັນຜູ້ມີສີລ ໆລໆ ຈະໄດ້ງ່າຍເຂິ່ງທັມມິກະຖາ ໆລໆ ຈະເປັນຜູ້ປາຣົບຄວາມພຽນ ໆລໆ ຈະເປັນຜູ້ມີປັນຍາ ໆລໆ.

ເມຄິຢະ ! ພິກຂຸນັ້ນ ຕັ້ງຢູ່ໃນທັມ 5 ປະການເຫຼົ່ານີ້ແລ້ວ ຍ່ອມຈະເລີນທັມ 4 ປະການໃຫ້ຍິ່ງຂຶ້ນໄປ ຄື:

ຈະເລີນ ອະສຸພະ ເພື່ອລະ ຣາຄະ

ຈະເລີນ ເມຕຕາ ເພື່ອລະ ພະຍາບາດ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ