ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ມາຍາ. ( ມາຣຍາ ).

ສາເຖີຍຍະ. ( ໂອ້ອວດ ).

ຖັມຖະ. ( ຫົວດື້ ຫົວແຂງ ).

ສາຣັມພະ. ( ການແຂງດີ ຊິ່ງເດັ່ນ ).

ມານະ. ( ຄວາມຖືຕົວ ).

ອະຕິມານະ. ( ດູ່ຖູກ ດູ່ໝິ່ນທ່ານ ).

ມະທະ. ( ມົວເມົາ ).

ປະມາທະ. ( ຄວາມປະມາທ ເບິນເລິ ).

ດູຣາພິກຂຸທັງຫຼາຍ ! ໃນການໃດແລ ພິກຂຸຮູ້ແຈ່ມແຈ້ງວ່າ: ອະພິຊຊາວິສະມະໂລພະ, ພະຍາບາທ, ໂກທະ, ອຸປະນນຫະ, ມັກຂະ, ປະລາສະ, ອິສສາ, ມັຈສະຣິຍະ, ມາຍາ, ສາເຖີຍຍະ, ຖັມຖະ, ສາຣັມພະ, ມານະ, ອະຕິມານະ, ມະທະ, ປະມາທະ, ອັນເປັນທັມເຄື່ອງເສົ້າໝອງຂອງຈິຕດ້ວຍປະການດັ່ງນີ້ແລ້ວ, ກໍລະອະພິຊຊາວິສະມະໂລພະ, ພະຍາບາທ, ໂກທະ, ອຸປະນນຫະ, ມັກຂະ, ປະລາສະ, ອິສສາ, ມັຈສະຣິຍະ, ມາຍາ, ສາເຖີຍຍະ, ຖັມຖະ, ສາຣັມພະ, ມານະ, ອະຕິມານະ, ມະທະ, ປະມາທະ, ອັນເປັນທັມເຄື່ອງເສົ້າໝອງຂອງຈິຕເສຍໄດ້ແລ້ວ ໃນການນັ້ນ.

ເຈົ້າເປັນຜູ້ປະກອບດ້ວຍຄວາມເຫຼືອມໃສອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າວ່າ:

ແມ້ເພາະເຫດຢ່າງນີ້ໆ, ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດບຊອບ, ເຖິງພ້ອມດ້ວຍວິຊຊາ ແລະ ຈະຣະນະ, ສະເດັດໄປດີແລ້ວ, ຮູ້ໂລກຢ່າງແຈ່ມແຈ້ງ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກໄດ້ບໍ່ມີໃຜຍິ່ງກວ່າ, ເປັນຄູຂອງເທວະດາແລະມະນຸສທັງຫຼາຍ, ເປັນຜູ້ເບິກບານແລ້ວ ເປັນຜູ່ຈຳແນກທັມ.

ເປັນຜູ້ປະກອບດ້ວຍຄວາມເຫຼືອມໃສອັນບໍ່ຫວັ່ນໄຫວໃນພຣະທັມວ່າ: ພຣະທັມອັນພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ, ອັນບຸກຄົນຈະຮູ້ໄດ້ດ້ວຍຕົນເອງ, ບໍ່ຈຳກັດກາລເວລາ, ຄວນເອີ້ນໃຫ້ມາເບິ່ງ, ຄວນນ້ອມເຂົ້າມາໃສ່ຕົວ, ອັນວິນຍູຊົນຈະຮູ້ໄດ້ສະເພາະຕົນ.

ເປັນຜູ້ປະກອບດ້ວຍຄວາມເຫຼືອມໃສ ອັນບໍ່ຫວັ່ນໄຫວໃນພຣະສົງຄ໌ວ່າ: ພຣະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ປະຕິບັຕດີແລ້ວ, ປະຕິບັດຕົງແລ້ວ, ປະຕິບັດເປັນທັມ ປະຕິບັດຊອບຍິ່ງ, ຄື ຄູ່ແຫ່ງບຸຣຸສ 4 ຄູ່ ນັບຮຽງຕົວໄດ້ບຸຣຸສ 8 ບຸຣຸສ ພຣະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄນັ້ນ, ເປັນຜູ້ຄວນສັກກາລະ, ເປັນຜູ້ຄວນຂອງຕ້ອນຮັບ, ເປັນຜູ້ຄວນທັກຂີນາ, ເປັນຜູ້ຄວນທຳອັນຊະລີ, ເປັນນາບຸນຂອງໂລກທບໍ່ມີນາບຸນອື່ນຍິ່ງກວ່າ.

ກໍເພາະເຫດທີ່ສ່ວນກິເລສນັ້ນໆ, ອັນພິກຂຸນັ້ນລະໄດ້ແລ້ວ, ຄາຍແລ້ວ, ປ່ອຍແລ້ວ, ລະເສຍແລ້ວ, ສະລະຄືນແລ້ວ, ເຈົ້າຍ່ອມໄດ້ຄວາມຮູ້ແຈ້ງອັດຖະ, ຍ່ອມໄດ້ຄວາມຮູ້ແຈ້ງທັມ, ຍ່ອມໄດ້ປາໂມທອັນປະກອບດ້ວຍທັມວ່າ:

ເປັນຜູ້ປະກອບດ້ວຍຄວາມເຫຼືອມໃສ ອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ, ເປັນຜູ້ປະກອບດ້ວຍຄວາມເຫຼືອມໃສ ອັນບໍ່ຫວັ່ນໄຫວໃນພຣະທັມ, ເປັນຜູ້ປະກອບດ້ວຍຄວາມເຫຼືອມໃສ ອັນບໍ່ຫວັ່ນໄຫວໃນພຣະສົງຄ໌, ແລະ ເພາະສ່ວນແຫ່ງກິເລສນັ້ນໆເຮົາລະໄດ້ແລ້ວ, ອັນເຮົາລະໄດ້ແລ້ວ, ຄາຍແລ້ວ, ປ່ອຍແລ້ວ, ລະເສຍແລ້ວ, ສະລະຄືນແລ້ວ ດັ່ງນີ້, ເມື່ອປາໂມທແລ້ວ ຍ່ອມເກີດປິຕິ, ເມື່ອມີປິຕິໃຈ ກາຍຍ່ອມສິຫງົບ, ເຈົ້າມີກາຍສະຫງົບແລ້ວ ຍ່ອມໄດ້ສະເຫວີຍສຸກ, ເມື່ອມີສຸກ ຈິຕຍ່ອມຕັ້ງໝັ້ນ.

ດູຣາພິກຂຸທັງຫຼາຍ ! ພິກຂຸນັ້ນແລ ມີສີລຢ່າງນີ້, ມີທັມຢ່າງນີ້, ມີປັນຍາຢ່າງນີ້, ເຖິງແມ່ນຈະບິນທະບາດເຂົ້າສາລີປາສະຈາກເມັດດຳ, ມີແກງມີກັບມີປະມານບໍ່ແມ່ນນ້ອຍ, ການບິນທະບາດຂອງພິກຂຸນັ້ນກໍບໍ່ມີເພື່ອອັນຕະລາຍເລີຍ.

ດູຣາພິກຂຸທັງຫຼາຍ ! ຜ້າອັນເສົ້າໝອງ ມົນທິນຈັບ, ຄັ້ນມາຮອດນໍ້າອັນໃສ ຍ່ອມເປັນຜ້າສະອາດໝົດຈົດ, ອີກຢ່າງນຶ່ງ ທອງຄຳຄັນມາຮອດປາກເບົ້າ, ຍ່ອມເປັນຄຳທີ່ບໍຣິສຸດ ຜ່ອງໃສ ສັນໃດ, ພິກຂຸກໍສັນນັ້ນແລ ມີສີລຢ່າງນີ້, ມີທັມຢ່າງນີ້, ມີປັນຍາຢ່າງນີ້, ເຖິງແມ່ນຈະບິນທະບາດເຂົ້າສາລີປາສະຈາກເມັດດຳ, ມີແກງມີກັບມີປະມານບໍ່ແມ່ນນ້ອຍ, ການບິນທະບາດຂອງພິກຂຸນັ້ນກໍບໍ່ມີເພື່ອອັນຕະລາຍເລີຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ