ສາທະຍາຍ
ໜ້າ/ 54
ຈະເລີນ ອານາປານະສະຕິ ເພື່ອ ຕັດເສຍເຊິ່ງວິຕົກ
ຈະເລີນ ອະນິຈຈະສັນຍາ ເພື່ອ ຖອນອັສສະມິມານະ, ກ່າວຄື ເມື່ອຈະເລີນອະນິຈຈະສັນຍາ, ອະນັຕຕະສັນຍາ ຍ່ອມໝັ້ນຄົງ, ຜູ້ມີອະນັຕຕະສັນຍາ ຍ່ອມເຖິງເຊິ່ງການຖອນອັສສະມິມານະ, ຄືນິພພານ ໃນທິດຖະທັມ ນັ້ນແລ.
16.ສັນຍາ 10 ປະການ
ພຣະໄຕຣປິດົກ ສະບັບຫຼວງ 24.115-120.60
ອານົນທ໌ ! ຖ້າເຈົ້າເຂົ້າໄປຫາພິກຂຸຄິຣິມານົນທ໌ແລ້ວ, ກ່າວສັນຍາ 10 ປະການນີ້ຄື, ອະນິຈຈະສັນຍາ, ອະນັຕຕະສັນຍາ, ອະສຸພະສັນຍາ, ອະທີນະສະສັນຍາ, ປະຫານະສັນຍາ, ວິຣາຄະສັນຍາ, ນິໂຣທະສັນຍາ, ສັບພະໂລເກອະນະພິຣະຕະສັນຍາ, ສັບພະສັງຂາເຣສຸອະນິຈຈະສັນຍາ, ອານາປານະສະຕິ.
ອານົນທ໌ ! ອະນິຈຈະສັນຍາ ເປັນແນວໃດໜໍ ?
ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼື ເຮືອນວ່າງ, ພິຈາລະນາໂດຍແຈ່ມແຈ້ງດັ່ງນີ້ວ່າ, ຮູບບໍ່ທ່ຽງ ເວທະນາບໍ່ທ່ຽງ ສັນຍາບໍ່ທ່ຽງ ສັງຂາຣບໍ່ທ່ຽງ ວິນຍານບໍ່ທ່ຽງ ດັ່ງນີ້, ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງໃນອຸປາທານຂັນທ໌ທັງ 5 ເຫຼົ່ານີ້ຢູ່, ດ້ວຍອາການດັ່ງນນີ້ນີ້ເອີ້ນວ່າ ອະນິຈຈະສັນຍາ.
ອານົນທ໌ ! ອະນັຕຕະສັນຍາ ເປັນແນວໃດໜໍ ?
ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼື ເຮືອນວ່າງ, ພິຈາລະນາໂດຍແຈ່ມແຈ້ງດັ່ງນີ້ວ່າ, ຕາ ເປັນອະນັຕຕາ ຮູບ ເປັນອະນັຕຕາ ຫູ ເປັນອະນັຕຕາ ສຽງ ເປັນອະນັຕຕາ ດັງ ເປັນອະນັຕຕາ ກິ່ນ ເປັນອະນັຕຕາ ລີ້ນ ເປັນອະນັຕຕາ ຣົສ ເປັນອະນັຕຕາ ກາຍ ເປັນອະນັຕຕາ ໂຜຕຖັພພະ ເປັນອະນັຕຕາ ໃຈ ເປັນອະນັຕຕາ ທັມມາຣົມ ເປັນອະນັຕຕາ ດັ່ງນີ້, ເປັນຜູ້ເຫັນເຊິ່ງຄວາມເປັນອະນັຕຕາໃນອາຍະຕະນະພາຍໃນ ແລະ ພາຍນອກຫົກ ເຫຼົ່ານີ້ຢູ່, ດ້ວຍອາການດັ່ງນນີ້ນີ້ເອີ້ນວ່າ ອະນັຕຕະສັນຍາ.
ອານົນທ໌ ! ອະສຸພະສັນຍາ ເປັນແນວໃດໜໍ ?
ພິກຂຸໃນກໍລະນີນີ້ ເຫັນຢູ່ໂດຍແຈ່ມແຈ້ງເຊິ່ງກາຍນີ້ນັ້ນແຫຼະ, ແຕ່ພື້ນບາທາຂຶ້ນໄປເບື້ອງເທິງ ແຕ່ປາຍຜົມລົງມາເບື້ອງລຸ່ມ, ວ່າມີໜັງຫຸ້ມຢູ່ໂດຍຮອບ ເຕັມໄປດ້ວຍຂອງບໍ່ສະອາດມີປະການຕ່າງໆຄື, ກາຍນີ້ມີຜົມ ຂົນ ເລັບ ແຂ້ວ ໜັງ ຊິ້ນ ເອັນ ກະດູກ ເຫຍື່ອໃນກະດູກ ໄຂ່ຫຼັງ ຫົວໃຈ ຕັງ ພັງຜືດ ມ້າມ ປອດ ລຳໄສ້ ລຳໄສ້ສຸດ ອາຫາຣໃນກະເພາະ ອຸດຈາຣະ ນໍ້າບີ ສະເຫຼດ ໜອງ ເລືອດ ເຫື່ອ ນໍ້າມັນ ນໍ້າຕາ ນໍ້າເຫຼືອງ ນໍ້າລາຍ ນໍ້າເມືອກ ນໍ້າໄຂຂໍ້ ນໍ້າມູຕ ເປັນຜູ້ເຫັນຄວາມບໍ່ງາມໃນກາຍນີ້ຢູ່ ດ້ວຍອາການຢ່າງນີ້ ນີ້ເອີ້ນວ່າ ອະສຸພະສັນຍາ.
ອານົນທ໌ ! ອາທີນະວະສັນຍາ ເປັນແນວໃດໜໍ ?
ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼື ເຮືອນວ່າງ, ພິຈາລະນາໂດຍແຈ່ມແຈ້ງດັ່ງນີ້ວ່າ, ກາຍນີ້ມີທຸກຂ໌ຫຼາຍ ມີໂທດຫຼາຍຄື, ໃນການນີ້ມີອາພາດຕ່າງໆ ເກີດຂຶ້ນ ກ່າວຄື: ໂຣຄຕາ ໂຣຄຫູ ໂຣຄດັງ ໂຣຄລີ້ນ ໂຣຄກາຍ ໂຣຄທີ່ຫົວ ໂຣຄທີ່ຫູ ໂຣຄທີ່ປາກ ໂຣຄທີ່ແຂ້ວ ໂຣຄໄອ ໂຣຄຫືດ ໄຂ້ຫວັດ ໄຂ້ມີພິດຮ້ອນ ໄຂ້ຊຶມເຍືອ ໂຣຄຫິດເປື່ອຍ ໂຣຄຫິດດ້ານ ຝີດານ ໂຣຄໄຂ້ຝຸ່ງ ໂຣຄເລືອດ ໂຣຄບີຮົ່ວ ເບົາຫວານ ຕຸ່ມສຸກໃສ ໂຣຄຜື່ນຄັນ ຣິດສີດວງທະວານ ອາພາດມີບີເປັນສະມຸຖານ ອາພາດມີຂີ້ເທີ່ເປັນສະມຸຖານ ອາພາດມີລົມເປັນສະມຸຖານ ໄຂ້ລົມພິດ ໄຂ້ເພາະລະດູປ່ຽນແປງ ໄຂ້ເພາະບໍຣິຫານກາຍບໍ່ສະໝໍ່າສະເໝີ ໄຂ້ເພາະອອກກຳລັວກາຍເກີນ ໄຂ້ເພາະວິບາກກັມ ຄວາມບໍ່ສະບາຍເພາະຄວາມໜາວ ຄວາມຮ້ອນ ຄວາມຫິວ ຄວາມກະຫາຍ ການຖ່າຍປັດສະວະ ດັ່ງນີ້, ເປັນຜູ້ເຫັນໂທດໃນກາຍນີ້ຢູ່ ດ້ວຍອາການດັ່ງນີ້ ນີ້ເອີ້ນວ່າ ອາທີນະວະສັນຍາ.
ອານົນທ໌ ! ປະຫານະສັນຍາ ເປັນແນວໃດໜໍ ?








