ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍມະໂນທຸຈະຣິຕເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສັນຫວັນ, ເພາະມະໂນທຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍມະໂນທຸຈະຣິຕເມື່ອຕາຍໄປ, ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕນະຣົກ, ເພາະມະໂນທຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນແມ່ນຖານະທີ່ມີໄດ້.

ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍກາຍະສຸຈະຣິຕເມື່ອຕາຍໄປ, ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕນະຣົກ, ເພາະກາຍະສຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍກາຍະສຸຈະຣິຕ ເມື່ອຕາຍໄປ, ຍ່ອມເຂົ້າເຖິງສຸຄະຕິໂລກສັນຫວັນ ເພາະກາຍະສຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນແມ່ນຖານະທີ່ມີໄດ້.

ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍວະຈີສຸຈະຣິຕເມື່ອຕາຍໄປ, ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕນະຣົກ, ເພາະວະຈີສຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍວະຈີສຸຈະຣິຕ ເມື່ອຕາຍໄປ, ຍ່ອມເຂົ້າເຖິງສຸຄະຕິໂລກສັນຫວັນ ເພາະວະຈີສຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນແມ່ນຖານະທີ່ມີໄດ້.

ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍມະໂນສຸຈະຣິຕເມື່ອຕາຍໄປ, ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕນະຣົກ, ເພາະມະໂນສຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍມະໂນສຸຈະຣິຕ ເມື່ອຕາຍໄປ, ຍ່ອມເຂົ້າເຖິງສຸຄະຕິໂລກສັນຫວັນ ເພາະມະໂນສຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນແມ່ນຖານະທີ່ມີໄດ້.

ດູຣາອານົນທ໌ ! ດ້ວຍເຫດນີ້ເທົ່ານີ້ແລ ຈຶ່ງຄວນເອີ້ນໄດ້ວ່າ, ພິກຂຸຜູ້ສະຫຼາດໃນຖານະ ແລະ ອະຖານະ.

ຂ້າແຕ່ພຣະອົງຄ໌ຜູ້ຈະເລີນ, ໜ້າອັດສະຈັນ ບໍ່ໜ້າເປັນໄປໄດ້ເລີຍ ທັມປະຣິຍາຍນີ້ມີຊື່ວ່າແນວໃດໜໍຂະນ້ອຍ

ພຣະຜູ້ມີພຣະພາຄຕຣັສວ່າ, ເພາະເຫດນັ້ນແລ ເຈົ້າຈົ່ງຈຳທັມປະຣິຍາຍນີ້ໄວ້, ວ່າຊື່ພະຫຸທາຕຸກະແດ່ (ຊຸມນຸມທາຕຫຼາຍຢ່າງ) , ວ່າຊື່ຈະຕຸປະຣິວັຕຕະແດ່ (ສະແດງອາການວຽງ 4 ຮອບ), ວ່າຊື່ທັມມາທາສະແດ່ (ແວ່ນສ່ອງທັມ), ວ່າຊື່ອະມະຕະທຸນທຸພີແດ່ (ກອງບັນລືອຳມະຕະ), ວ່າຊື່ອະນຸຕຕະຣະສັງຄາມະວິຊັຍແດ່ (ການຊະນະສົງຄາມຢ່າງບໍ່ມີການຊະນະອື່ນຍິ່ງກວ່າ).

14.ອຸປະກິເລສຂອງຈິຕ 16 ຢ່າງ

ພຣະໄຕຣປິດົກ ສະບັບຫຼວງ 12.48.91

ດູຣາພິກຂຸທັງຫຼາຍ ! ຜ້າທີ່ເສົ້າໝອງມົນທິນຈັບ, ຊ່າງຍ່ອມຈະນຳເອົາຜ້ານັ້ນໃສ່ລົງໃນນໍ້າຍ້ອມໃດໆ ຄື, ສີຂຽວ ສີເຫຼືອງ ສີແດງ ສີສົມພູ, ຜ້ານັ້ນກໍເປັນຂອງມີສີທີ່ເຂົາຍ້ອມບໍ່ດີ, ມີສີມົນໝອງ ຂໍ້ນັ້ນເພາະເຫດໃດ ? ເພາະຜ້າເປັນຂອງບໍ່ບໍຣິສຸດ ສັນໃດ, ເມື່ອຈິຕເສົ້າໝອງແລ້ວ ທຸຄະຕິເປັນທີ່ຫວັງໄດ້ ສັນນັ້ນ.

ຜ້າທີ່ສະອາດ ຊ່າງຍ່ອມຈະນຳເອົາຜ້ານັ້ນໃສ່ລົງໃນນໍ້າຍ້ອມໃດໆ ຄື, ສີຂຽວ ສີເຫຼືອງ ສີແດງ ສີສົມພູ, ຜ້ານັ້ນກໍຈະເປັນຂອງມີສີທີ່ເຂົາຍ້ອມດີ, ມີສີສົດ ຂໍ້ນັ້ນເພາະເຫດໃດ ? ເພາະຜ້າເປັນຂອງບໍຣິສຸດ ສັນໃດ, ເມື່ອຈິຕບໍ່ເສົ້າໝອງແລ້ວ ສຸຄະຕິເປັນທີ່ຫວັງໄດ້ ສັນນັ້ນ.

ພິກຂຸທົງຫຼາຍ ! ທັມເຫຼົ່າໃດເປັນທັມເຄື່ອງເສົ້າໝອງຂອງຈິຕ

ອະພິຊຊາວິສະມະໂລພະ. (ຄວາມໂລພເພ່ງເລັງເອົາວັດຖຸອຸປະກອບແຫ່ງຊັບຂອງຜູ້ອື່ນ).

ພະຍາບາທ. ( ຄວາມປ້ອງຮ້າຍ ).

ໂກທະ. ( ຄວາມໂກທ ).

ອຸປະນນຫະ. ( ການຜູກໂກທ ).

ມັກຂະ. ( ລົບລູ່ຄຸນທ່ານ ).

ປະລາສະ. ( ຍົກຕົນທຽບທ່ານ ).

ອິສສາ. ( ຄວາມຣິສຍາ ).

ມັຈສະຣິຍະ. ( ຄວາມຂີ້ຖີ່ ).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ