ສາທະຍາຍ
ໜ້າ/ 54
ສາທະຍາຍ
ຄຳບູຊາພຣະຣັຕຕະນະໄຕຣ
ອະຣະຫັງ ສັມມາສັມພຸດໂທ ພະຄະວາ ພຣະຜູ້ມີພຣະພາຄເຈົ້າເປັນພຣະອະຣະຫັນຕ໌ ດັບໄຟກິເລສ ໄຟທຸກຂ໌ໝົດສິ້ນແລ້ວ ຕຣັສຮູ້ຊອບໄດ້ໂດຍພຣະອົງເອງ.
ພຸທທັງ ພະຄະວັນຕັງ ອະພິວາເທມິ. ຂ້າພະເຈົ້າອະພິວາດພຣະຜູ້ມີພຣະພາຄເຈົ້າ ພຣະອົງນັ້ນ.
( ຂາບ. )
ສະວາກຂາໂຕ ພະຄະວະຕາ ທັມໂມ. ພຣະທັມເປັນທັມທີ່ພຣະຜູ້ມີພຣະພາຄເຈົ້າຕຣັສໄວ້ດີແລ້ວ.
ທັມມັງ ນະມັສສາມິ. ຂ້າພະເຈົ້ານະມັສສະການພຣະທັມ.
( ຂາບ. )
ສຸປະຕິປັນໂນ ພະຄະວະຕາ ສາວະກະສັງໂຄ. ພຣົງສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ປະຕິບັດດີແລ້ວ
ສັງຄັງ ນະມາມິ. ຂ້າພະເຈົ້ານອບນ້ອມພຣະສົງຄ໌
( ຂາບ. )
ຄຳກ່າວນອມນ້ອມພຣະຕະຖາຄົຕ
ພຣະໄຕຣປິດົກ ສະບັບຫຼວງ 12.339.331; 13.538.590
ນະໂມ ຕັສສະ ພະຕະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ.
ນະໂມ ຕັສສະ ພະຕະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ.
ນະໂມ ຕັສສະ ພະຕະວະໂຕ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄເຈົ້າພຣະອົງຄ໌ນັ້ນ
ອະຣະຫະໂຕ ຊຶ່ງເປັນຜູ້ໄກຈາກກິເລສ
ສັມມາສັມພຸທທັສສະ ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ.
1.ພຸທທານຸສສະຕິ
ພຣະໄຕຣປິດົກ ສະບັບຫຼວງ 9.86.106; 14.17.16
ອິທະ ຕະຖາຄະໂຕ ໂລເກ ອຸປປັຊຊະຕິ, ຕະຖາຄົຕເກິດຂຶ້ນໃນໂລກນີ້
ອິຕິປິ ໂສ ພະຄະວາ, ເພາະເຫດຢ່າງນີ້ຢ່າງນີ້ ພຣະຜູ້ມີພຣະພາຄເຈົ້ານັ້ນ
ອະຣະຫັງ, ເປັນຜູ້ໄກຈາກກິເລສ
ສັມມາສັມພຸທໂທ, ເປັນຜູ້ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ
ວິຊຊາຈະຣະນະສັມປັນໂນ, ເປັນຜູ້ເຖິງພ້ອມດ້ວຍວິຊຊາ ແລ ຈະຣະນະ
ສຸຄະໂຕ, ເປັນຜູ້ໄປແລ້ວດ້ວຍດີ
ໂລກະວິທູ, ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ
ອະນຸຕຕະໂຣ ປຸຣິສະທັມມະສາຣະຖິ, ເປັນຜູ້ສາມາດຝຶກບຸກຣຸສທີ່ສົມຄວນຝຶກໄດ້ ຢ່າງບໍ່ມີໃຜຍິ່ງກວ່າ
ສັຕຖາ ເທວະມະນຸສສານັງ, ເປັນຄຣູຜູ້ສອນຂອງເທວະດາ ແລະ ມະນຸສທັງຫຼາຍ
ພຸທໂທ, ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ດ້ວຍທັມ
ພະຄະວາ, ເປັນຜູ້ມີຄວາມຈະເຣີນ ຈຳແນກທັມສັ່ງສອນສັຕ
ໂສ ອິມັງ ໂລກັງ ສະເທວະກັງ ສະມາຣະກັງ ສະພຣົມມະກັງ, ສັສສະມະນະພຣາມມະນິງ ປະຊັງ ສະເທວະມະນຸສສັງ ສະຍັງ ອະພິນຍາ ສັຈສິກັຕຕະວາ ປະເວເທຕິ,
ພຣະຜູ້ມີພຣະພາຄເຈົ້າ ພຣະອົງຄ໌ນັ້ນ, ໄດ້ຊົງທຳຄວາມດັບທຸກຂ໌ໃຫ້ແຈ້ງ
ດ້ວຍພຣະປັນຍາອັນຍິ່ງເອງແລ້ວ, ຊົງສອນໂລກນີ້ພ້ອມທັງເທວະດາ, ມາຣ, ພຣົມ
ແລະ ໝູ່ສັຕພ້ອມທັງສະມະນະພຣາມ, ພ້ອມທັງເທວະດາ ແລະ ມະນຸສໃຫ້ຮູ້ຕາມ
ໂສ ທັມມັງ ເທເສຕິ, ພຣະຜູ້ມີພຣະພາຄເຈົ້າພຣະອົງຄ໌ນັ້ນ ຊົງສະແດງທັມແລ້ວ
ອາທິກັລລະຢານັງ, ງາມໃນເບື້ອງຕົ້ນ
ມັຊເຊກັລລະຢານັງ, ງາມໃນລະຫວ່າງກາງ
ປະຣິໂຢສານະກັລລະຢານັງ, ງາມໃນທີ່ສຸດ
ສາຕຖັງ ສະພະຢັນຊະນັງ ເກວະລະ ປະຣິປຸນນັງ ປະຣິສຸທທັງ ພຣັມມະຈະຣິຍັງ ປະກາເສຕິ.
ຊົງປະກາດພຣົມມະຈັນ, ຄື ແບບແຫ່ງການປະຕິບັດອັນປະເສີດ ບໍຣິສຸດບໍຣິບູນເຄົາຖ້ວນ,
ພ້ອມທັງອັຕຖະ (ຄຳອະທິບາຍ), ພ້ອມທັງພະຍັນຊະນະ (ຫົວຂໍ້), ດັ່ງນີ້.
2.ທັມມານຸສສະຕິ
ພຣະໄຕຣປິດົກ ສະບັບຫຼວງ 22.347.296; 24.356.218
ສວາກຂາໂຕ ພະຄະວະຕາ ທັມໂມ, ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດໄວ້ດີແລ້ວ
ສັນທິຕຖິໂກ, ເປັນສິ່ງທີ່ຜູ້ສຶກສາ ແລະ ປະຕິບັດຕ້ອງເຫັນໄດ້ດ້ວຍຕົນເອງ








