ສາທະຍາຍ
ໜ້າ/ 54
ເປັນຜູ້ມີຈິຕບໍ່ຕັ້ງໝັ້ນບໍ່ຈົດຈໍ່, ມະນະສິການດ້ວຍອຸບາຍທີ່ບໍ່ແຍບຄາຍ
ເປັນຄົນມີປັນຍາຊາມ ໂງ່ຈ້າ
ເປັນຜູ້ມີຄວາມຖືຕົວວ່າເຂົ້າໃຈ ໃນສິ່ງທີ່ຕົນຍັງບໍ່ເຂົ້າໃຈ
ບຸກຄົນເປັນຜູ້ລົບລູ່ຄຸນທ່ານຟັງທັມ
ເປັນຜູ້ອັນຄວາມລົບລູ່ຄອບງຳ ມີຈິຕແຂງດີຟັງທັມ
ເປັນຜູ້ສະແຫວງໂທດ, ມີຈິຕກະທົບໃນຜູ້ສະແດງທັມ, ມີຈິຕກະດ້າງ
ດູຣາພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ,
ແມ່ນຟັງທັມຢູ່ກໍບໍ່ຄວນເພື່ອຍັ່ງລົງສູ່ນິຍາມ, ຄື ຄສາມຖຶກຕ້ອງໃນກຸສົລທັມ
ມີ 3 ສູຕ ພຣະໄຕຣປິດົກ ສະບັບຫຼວງ 22.158.151-153
ດູຣາພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ, ແມ່ນຟັງທັມຢູ່ກໍຄວນເພື່ອຍັ່ງລົງສູ່ນິຍາມ, ຄື ຄວາມຖຶກຕ້ອງໃນກຸສົລທັມ ທັມ 10 ປະການ ເປັນແນວໃດ ຄື
ບຸກຄົນຍ່ອມບໍ່ເວົ້າຫຼາຍ
ບໍ່ເວົ້າຄຳເວົ້າທີ່ຜູ້ອື່ນເວົ້າແລ້ວຫຼາຍ
ບໍ່ເວົ້າປາຣົບຕົນ
ເປັນຜູ້ມີຈິຕບໍ່ຟຸ່ງຊ່ານຟັງທັມ
ເປັນຜູ້ມີຈິຕຕັ້ງໝັ້ນຈົດຈໍ່, ມະນະສິການດ້ວຍອຸບາຍທີ່ແຍບຄາຍ
ເປັນຄົນມີປັນຍາ ບໍ່ໂງ່ຈ້າ
ບໍ່ເປັນຜູ້ມີຄວາມຖືຕົວວ່າເຂົ້າໃຈ ໃນສິ່ງທີ່ຕົນຍັງບໍ່ເຂົ້າໃຈ
ບຸກຄົນຍ່ອມບໍ່ເປັນຜູ້ລົບລູ່ຄຸນທ່ານຟັງທັມ
ເປັນຜູ້ອັນຄວາມລົບລູ່ບໍ່ຄອບງຳ, ບໍ່ມີຈິຕແຂງດີຟັງທັມ
ເປັນຜູ້ບໍ່ສະແຫວງໂທດ, ບໍ່ມີຈິຕກະທົບໃນຜູ້ສະແດງທັມ, ບໍ່ມີຈິຕກະດ້າງ
ດູຣາພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ, ແມ່ນຟັງທັມຢູ່ກໍຄວນເພື່ອຍັ່ງລົງສູ່ນິຍາມ, ຄື ຄສາມຖຶກຕ້ອງໃນກຸສົລທັມ
12.ສັດທັມມະສັມໂມສະສູຕ
ມີ 3 ສູຕ ພຣະໄຕຣປິດົກ ສະບັບຫຼວງ ເຫຼັ້ມທີ່ 22. ຂໍ້ທີ 154-156
ດູຣາພິກຂຸທັງຫຼາຍ ! ທັມ 15 ປະການນີ້, ຍ່ອມເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ, ທັມ 15 ປະການເປັນແນວໃດ ຄື
ພິກຂຸໃນທັມວິນັຍນີ້ ບໍ່ຟັງທັມໂດຍເຄົາຣົບ.
ບໍ່ສຶກສາຮຽນທັມດຍເຄົາຣົບ.
ບໍ່ຈື່ຈຳທັມໂດຍເຄົາຣົບ.
ບໍ່ໃຄ່ຄວນອັດຖະແຫ່ງທັມທີ່ຈື່ຈຳໄວ້ໂດຍເຄົາຣົບ.
ຮູ້ອັດຖະຮູ້ທັມແລ້ວ ບໍ່ປະຕິບັດທັມສົມຄວນແກ່ທັມໂດຍເຄົາຣົບ.
ພິກຂຸໃນທັມວິນັຍນີ້ ຍ່ອມບໍ່ສຶກສາຮໍ່າຮຽນ, ສຸຕຕະ ເຄີຍຍະ ເວີຍຍາກາຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາດົກ ອັພພູຕະທັມ ເວທັລລະ ນີ້ເປັນທັມອີກຂໍ້ 1 ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍຍ່ອມບໍ່ສະແດງທັມຕາມທີ່ໄດ້ຟັງມາ ຕາມທີ່ໄດ້ຮໍ່າຮຽນມາ, ແກ່ຜູ້ອື່ນໂດຍພິສະດານ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍຍ່ອມບໍ່ບອກທັມຕາມທີ່ໄດ້ຟັງມາ ໄດ້ຮໍ່າຮຽນມາ, ແກ່ຜູ້ອື່ນໂດຍພິສະດານ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍຍ່ອມບໍ່ທຳການສາທະຍາຍທັມຕາມທີ່ໄດ້ຟັງມາ, ໄດ້ຮໍ່າຮຽນມາແກ່ຜູ້ອື່ນໂດຍພິສະດານ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍຍ່ອມບໍ່ຕຶກຕອງ ບໍ່ເພ່ງພິຈາຣະນາເບິ່ງດ້ວຍໃຈ, ເຊິ່ງທັມຕາມທີ່ໄດ້ຟັງມາ ໄດ້ຮໍ່າຮຽນມາໂດຍພິສະດານ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.
ພິກຂຸໃນທັມວິນັຍນີ້ ຍ່ອມສຶກສາຮໍ່າຮຽນພຣະສູຕທີ່ຈືຈຳໄວ້ບໍ່ດີ, ດ້ວຍບົດແລະພະຍັນຊະນະທີ່ຕັ້ງໄວ້ບໍ່ດີ, ແມ່ນອັດຖະແຫ່ງບົດແລະພະຍັນຊະນະທີ່ຕັ້ງໄວ້ບໍ່ດີ, ຍ່ອມເປັນເນື້ອຄວາມມີນັຍບໍ່ດີ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍເປັນຜູ້ວ່າຍາກ ປະກອບດ້ວຍທັມທີ່ເຮັດໃຫ້ເປັນຄົນວ່າຍາກ, ເປັນຜູ້ບໍ່ອົດທົນ ຮັບຄຳສັ່ງສອນໂດຍບໍ່ເຄົາຣົບ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.








