ສາທະຍາຍ
ໜ້າ/ 54
ອີກປະການນຶ່ງ ພິກຂຸທັງຫຼາຍທີ່ເປັນພຣະຫູສູຕ, ມີການສຶກສາຫຼາຍ ຊົງທັມ ຊົງວິນັຍ ຊົງມາຕິກາ ຍ່ອມບໍ່ບອກພຣະສູຕແກ່ຜູ້ອື່ນໂດຍເຄົາຣົບ, ເມື່ອພິກຂຸເຫຼົ່ານັ້ນລວງຫຼັບໄປພຣະສູຕກໍຂາດມູນຮາກ ບໍ່ມີຫຼັກ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍທີ່ເປັນພຣະເຖຣະເປັນຜູ້ມັກມາກ, ມີຄວາມປະພຶດຫຍ່ອນຍານ, ເປັນຫົວໜ້າໃນການລ່ວງລະເມີດ, ປະຖິ້ມທຸລະໃນທາງວິເວກ ບໍ່ປາຣົບຄວາມພຽນ, ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ທັນໄດ້ບັນລຸ, ເພື່ອເຮັດໃຫ້ແຈ້ງເຊິ່ງທັມທັງຫຼາຍທີ່ຍັງບໍ່ໄດ້ເຮັດໃຫ້ແຈ້ງ, ປະຊຸມຊົນລຸ່ນຫຼັງຍ່ອມຖືເອົາພິກຂຸເຫຼົ່ານັ້ນເປັນແບບຢ່າງ, ປະຊຸມຊົນເຫຼົ່ານັ້ນກໍເປັນຜູ້ມັກມາກ ມີຄວາມປະພຶດຫຍ່ອນຍານ, ເປັນຫົວໜ້າໃນການລ່ວງລະເມີດ ປະຖິ້ມທຸລະໃນທາງວິເວກ, ບໍ່ປາຣົບຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ, ເພື່ອບັນລຸທັມທີ່ຍັງບໍ່ທັນໄດ້ບັນລຸ, ເພື່ອເຮັດໃຫ້ແຈ້ງເຊິ່ງທັມທັງຫຼາຍທີ່ຍັງບໍ່ໄດ້ເຮັດໃຫ້ແຈ້ງ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ສົງຄ໌ເປັນຜູ້ແຕກກັນ, ເມື່ອສົງຄ໌ແຕກກັນແລ້ວ ຍ່ອມມີການດ່າກັນແລະກັນ, ຕິຕຽນກັນແລະກັນ ແຂ່ງຂັນກັນແລະກັນ, ປະຖິ້ມກັນແລະກັນ ໃນເຫດການເຊັ່ນນັ້ນ, ຄົນຜູ້ບໍ່ເຫຼືອມໃສຍ່ອມບໍ່ເຫຼືອມໃສ, ແລະ ຄົນບາງພວກທີ່ເຫຼືອມໃສແລ້ວຍ່ອມເຫີນຮ່າງ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ.
ດູຣາພິກຂຸທັງຫຼາຍ ! ທັມ 15 ປະການນີ້ແລ, ຍ່ອມເປັນໄປເພື່ອຄວາມລົບເລືອນເສື່ອມສູນແຫ່ງສັດທັມ
ມີ 3 ສູຕ ພຣະໄຕຣປິດົກ ສະບັບຫຼວງ ເຫຼັ້ມທີ່ 22. ຂໍ້ທີ 154-156
ດູຣາພິກຂຸທັງຫຼາຍ ! ທັມ 15 ປະການນີ້, ຍ່ອມເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ, ທັມ15 ປະການເປັນແນວໃດ ຄື
ພິກຂຸໃນທັມວິນັຍນີ້ ຍ່ອມຟັງທັມໂດຍເຄົາຣົບ.
ສຶກສາຮຽນທັມດຍເຄົາຣົບ.
ຈື່ຈຳທັມໂດຍເຄົາຣົບ.
ໃຄ່ຄວນອັດຖະແຫ່ງທັມທີ່ຈື່ຈຳໄວ້ໂດຍເຄົາຣົບ.
ຮູ້ອັດຖະຮູ້ທັມແລ້ວ ປະຕິບັດທັມສົມຄວນແກ່ທັມໂດຍເຄົາຣົບ.
ພິກຂຸໃນທັມວິນັຍນີ້ ຍ່ອມສຶກສາຮໍ່າຮຽນ, ສຸຕຕະ ເຄີຍຍະ ເວີຍຍາກາຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາດົກ ອັພພູຕະທັມ ເວທັລລະ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍຍ່ອມສະແດງທັມຕາມທີ່ໄດ້ຟັງມາ ຕາມທີ່ໄດ້ຮໍ່າຮຽນມາ, ແກ່ຜູ້ອື່ນໂດຍພິສະດານ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍຍ່ອມບອກທັມຕາມທີ່ໄດ້ຟັງມາ ໄດ້ຮໍ່າຮຽນມາ, ແກ່ຜູ້ອື່ນໂດຍພິສະດານ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍຍ່ອມທຳການສາທະຍາຍທັມຕາມທີ່ໄດ້ຟັງມາ ໄດ້ຮໍ່າຮຽນມາ, ແກ່ຜູ້ອື່ນໂດຍພິສະດານ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍຍ່ອມຕຶກຕອງ ເພ່ງພິຈາຣະນາເບິ່ງດ້ວຍໃຈ, ເຊິ່ງທັມຕາມທີ່ໄດ້ຟັງມາ ໄດ້ຮໍ່າຮຽນມາໂດຍພິສະດານ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.
ພິກຂຸໃນທັມວິນັຍນີ້ ຍ່ອມສຶກສາຮໍ່າຮຽນພຣະສູຕທີ່ຈືຈຳໄວ້ດີ, ດ້ວຍບົດແລະພະຍັນຊະນະທີ່ຕັ້ງໄວ້ດີ, ແມ່ນອັດຖະແຫ່ງບົດແລະພະຍັນຊະນະທີ່ຕັ້ງໄວ້ດີ, ຍ່ອມເປັນເນື້ອຄວາມມີນັຍດີ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.
ອີກປະການນຶ່ງ ພິກຂຸທັງຫຼາຍເປັນຜູ້ວ່າງ່າຍ, ປະກອບດ້ວຍທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ, ເປັນຜູ້ອົດທົນ ຮັບຄຳສັ່ງສອນໂດຍເຄົາຣົບ ນີ້ເປັນທັມອີກຂໍ້ 1, ທີ່ເປັນໄປເພື່ອຄວາມຕັ້ງໝັ້ນ ບໍ່ລົບເລືອນເສື່ອມສູນແຫ່ງສັດທັມ.








