ສາທະຍາຍ

ໜ້າ/ 54

ພິກຂຸຜູ້ເປັນເຖຣະທັງຫຼາຍຍ່ອມນິມົນເຈົ້າໃຫ້ນັ່ງດ້ວຍຄຳວ່າ, ມາເຖີດພິກຂຸ ພິກຂຸຮູບນີ້ຊື່ວ່າແນວໃດ, ຊ່າງຮຸ່ງເຮືອງໜໍ ໃຝ່ຕໍ່ການສຶກສາແທ້, ມາເຖີດພິກຂຸ ນີ້ອາສະນະ ນິມົນທ່ານນັ່ງ,

ດູຣາກັດສະປະ ! ເມື່ອພິກຂຸທັງຫຼາຍ ທຳການສັກກາລະແບບນັ້ນ, ພິກຂຸໃໝ່ໆ ພາກັນຄິດເຫັນວ່າ, ຮູ້ມາວ່າພິກຂຸຮູບນີ້ ເປັນຜູ້ຖືການຢູ່ປ່າເປັນວັຕ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຢູ່ປ່າເປັນວັຕ, ເປັນຜູ້ຖືການບິນທະບາດເປັນວັຕ… ເປັນຜູ້ຖືການຊົງຜ້າບັງສະກຸລເປັນວັຕ… ເປັນຜູ້ຖືການຊົງໄຕຣຈີວອນເປັນວັຕ… ເປັນຜູ້ມີຄວາມປາຖະນານ້ອຍ… ເປັນຜູ້ສັນໂດດ… ເປັນຜູ້ສະຫງັດຈາກໝູ່… ເປັນຜູ້ບໍ່ຄຸກຄີດ້ວຍໝູ່… ເປັນຜູ້ປາຣົບຄວາມພຽນ ແລະ ກ່າວສັນລະເສີນຄຸນແຫ່ງການປາຣົບຄວາມພຽນ.

ພິກຂຸຜູ້ເປັນເຖຣະທັງຫຼາຍຍ່ອມນິມົນລາວໃຫ້ນັ່ງດ້ວຍຄຳວ່າ, ມາເຖີດພິກຂຸ ພິກຂຸຮູບນີ້ຊື່ວ່າແນວໃດ, ຊ່າງຮຸ່ງເຮືອງໜໍ ໃຝ່ຕໍ່ການສຶກສາແທ້, ມາເຖີດພິກຂຸ ນີ້ອາສະນະ ນິມົນທ່ານນັ່ງ.

ພິກຂຸໃໝ່ໆເຫຼົ່ານັ້ນ ຕ່າງກໍປະຕິບັດເພື່ອຄວາມເປັນຢ່າງນັ້ນ, ການປະຕິບັດຕາມຂອງພວກເຂົານັ້ນ ເປັນການອຳນວຍປະໂຫຍດສຸກຊົ່ວສິ້ນກາລະນານ.

ດູຣາກັດສະປະ ! ກໍບັດນີ້ພິກຂຸຜູ້ເປັນເຖຣະທັງຫຼາຍ ບໍ່ເປັນຜູ້ຖືການຢູ່ປ່າເປັນວັຕ, ແລະ ບໍ່ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຢູ່ປ່າເປັນວັຕ,

ບໍ່ເປັນຜູ້ຖືການບິນທະບາດເປັນວັຕ, ແລະ ບໍ່ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການບິນທະບາດເປັນວັຕ,

ບໍ່ເປັນຜູ້ຖືການຊົງຜ້າບັງສະກຸລເປັນວັຕ, ແລະ ບໍ່ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຊົງຜ້າບັງສະກຸລເປັນວັຕ,

ບໍ່ເປັນຜູ້ຖືການຊົງໄຕຣຈີວອນເປັນວັຕ, ແລະ ບໍ່ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຊົງໄຕຣຈີວອນເປັນວັຕ,

ບໍ່ເປັນຜູ້ມີຄວາມປາຖະນານ້ອຍ ແລະ ບໍ່ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ມີຄວາມປາຖະນານ້ອຍ,

ບໍ່ເປັນຜູ້ສັນໂດດ ແລະ ບໍ່ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດ,

ບໍ່ເປັນຜູ້ສະຫງັດຈາກໝູ່ ແລະ ບໍ່ກ່າວສັນລະເສີນຄຸນແຫ່ງຄວາມສະຫງັດຈາກໝູ່,

ບໍ່ເປັນຜູ້ບໍ່ຄຸກຄີດ້ວຍໝູ່ ແລະ ບໍ່ກ່າວສັນລະເສີນຄຸນແຫ່ງຄວາມບໍ່ຄຸກຄີດ້ວຍໝູ່,

ບໍ່ເປັນຜູ້ປາຣົບຄວາມພຽນ ແລະ ບໍ່ກ່າວສັນລະເສີນຄຸນແຫ່ງການປາຣົບຄວາມພຽນ.

ບັນດາພິກຂຸເຫຼົ່ານັ້ນ, ພິກຂຸໃດເປັນຜູ້ມີຊື່ສຽງ ມີຍົດ, ໄດ້ຈີວອນ ບິນທະບາດ ເສນາສະນະ ແລະ ຄິລານະປັຈຈັຍເພຊັດບໍຣິຂານ, ພວກພິກຂຸຜູ້ເປັນເຖຣະຍ່ອມນິມົນເຈົ້າໃຫ້ນັ່ງດ້ວຍຄຳວ່າ, ມາເຖີດພິກຂຸ ພິກຂຸຮູບນີ້ຊື່ວ່າແນວໃດ, ຊ່າງຮຸ່ງເຮືອງໜໍ ໃຝ່ຕໍ່ເພື່ອນພຣົມມະຈັນດ້ວຍກັນແທ້ໜໍ, ມາເຖີດພິກຂຸ ນີ້ອາສະນະ ນິມົນທ່ານນັ່ງ.

ດູຣາກັດສະປະ ! ເມື່ອພິກຂຸທັງຫຼາຍກະທຳສັກກາຣະແບບນັ້ນ, ພິກຂຸໃໝ່ໆ ພາກັນຄິດວ່າ, ຮູ້ມາວ່າ ພິກຂຸທີ່ມີເປັນຜູ້ມີຊື່ສຽງ ມີຍົດ, ໄດ້ຈີວອນ ບິນທະບາດ ເສນາສະນະ ແລະ ຄິລານະປັຈຈັຍເພຊັດບໍຣິຂານ, ພວກພິກຂຸຜູ້ເປັນເຖຣະຍ່ອມນິມົນເຈົ້າໃຫ້ນັ່ງດ້ວຍຄຳວ່າ, ມາເຖີດພິກຂຸ ພິກຂຸຮູບນີ້ຊື່ວ່າແນວໃດ, ຊ່າງຮຸ່ງເຮືອງໜໍ ໃຝ່ຕໍ່ເພື່ອນພຣົມມະຈັນດ້ວຍກັນແທ້ໜໍ, ມາເຖີດພິກຂຸ ນີ້ອາສະນະ ນິມົນທ່ານນັ່ງ, ພິກຂຸໃໝ່ໆເຫຼົ່ານັ້ນ ຕ່າງກໍປະຕິບັດເພື່ອຄວາມເປັນຢ່າງນັ້ນ, ການປະຕິບັດຕາມຂອງພວກເຂົານັ້ນບໍ່ອຳນວຍປະໂຫຍດມີແຕ່ທຸກຂ໌ຊົ່ວກາລະນານ.

ດູຣາກັດສະປະ ! ບຸກຄົນເມື່ອຈະກ່າວໃຫ້ຖືກຕ້ອງຄວນກ່າວວ່າ, ຜູ້ປະພຶດພຣົມມະຈັນ ຖືກອັນຕະລາຍແຫ່ງພຣົມມະຈັນບຽດບຽນເສຍແລ້ວ, ຜູ້ປະພຶດພຣົມມະຈັນເຊິ່ງມີຄວາມປາຖະນາເກີນປະມານ, ຖືກຄວາມປາຖະນາເກີນປະມານສຳຫຼັບພຣົມມະຈັນບຽດບຽນເສຍແລ້ວ.

11.ສັດທັມມະນິຍາມະສູຕ

ມີ 3 ສູຕ ພຣະໄຕຣປິດົກ ສະບັບຫຼວງ 22.158.151-153

ດູຣາພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ,

ແມ່ນຟັງທັມຢູ່ກໍບໍ່ຄວນເພື່ອຍັ່ງລົງສູ່ນິຍາມ, ຄື ຄວາມຖຶກຕ້ອງໃນກຸສົລທັມ, ທັມ 10 ປະການເປັນແນວໃດ,

ບຸກຄົນຍ່ອມເວົ້າຫຼາຍ

ເວົ້າຄຳເວົ້າທີ່ຜູ້ອື່ນເວົ້າແລ້ວຫຼາຍ

ເວົ້າປາຣົບຕົນ

ເປັນຜູ້ມີຈິຕຟຸ່ງຊ່ານຟັງທັມ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ