ສາທະຍາຍ

ໜ້າ/ 54

ພ. ພິກຂຸທັງຫຼາຍ ! ພວກເຈົ້າຮູ້ທົ່ວເຖິງທັມທີ່ເຮົາສະແດງໄວ້ແລ້ວແບບນີ້ຈັງຊັ້ນບໍ, ພວກເຈົ້າຈຶ່ງກ່າວລ່ວງເກີນກັນ ແລະ ກັນ ດ້ວຍສຸຕະແບບນີ້ວ່າ, ຈົ່ງມາເຖີດພິກຂຸ ໃຜຈະກ່າວໄດ້ຫຼາຍກ່ວາກັນ, ໃຜຈະກ່າວໄດ້ດີກ່ວາກັນ ໃຜຈະກ່າວໄດ້ດົນກວ່າກັນ.

ບໍ່ແມ່ນແນວນັ້ນເລີຍ ຂະນ້ອຍ

ພິກຂຸທັງຫຼາຍ ! ຖ້າວ່າພວກເຈົ້າບໍ່ຮູ້ທົ່ວເຖິງທັມທີ່ເຮົາສະແດງໄວ້ແລ້ວແບບນີ້, ດູຣາໂມຄະບຸຣຸສ ເມື່ອເປັນຈັງຊັ້ນ ພວກເຈົ້າຮູ້ອັນໃດ ເຫັນອັນໃດ, ບວດຢູ່ໃນທັມວິນັຍທີ່ເຮົາກ່າວດີແລ້ວແບບນີ້, ແລ້ວກ່າວລ່ວງເກີນກັນ ແລະ ກັນ ດ້ວຍສຸຕະແບບນີ້ໄປເຮັດຫຍັງ ວ່າ, ຈົ່ງມາເຖີດພິກຂຸ ໃຜຈະກ່າວໄດ້ຫຼາຍກ່ວາກັນ, ໃຜຈະກ່າວໄດ້ດີກ່ວາກັນ ໃຜຈະກ່າວໄດ້ດົນກວ່າກັນ ຯລຯ

ເອົາເຖິດ ພິກຂຸທັງຫຼາຍ ! ໂທດໄດ້ຄອບງຳພວກເຈົ້າ ຜູ້ພາລຈັ່ງໃດ ຜູ້ຫຼົງຈັ່ງໃດ ຜູ້ບໍ່ສະຫຼາດຈັ່ງໃດ, ເຈົ້າເຫຼົ່າໃດບວດໃນທັມວິນັຍທີ່ເຮົາກ່າວໄວ້ດີແລ້ວແບບນີ້, ໄດ້ກ່າວລ່ວງເກີນກັນ ແລະ ກັນ ດ້ວຍສຸຕະແບບນີ້ວ່າ, ຈົ່ງມາເຖີດພິກຂຸ ໃຜຈະກ່າວໄດ້ຫຼາຍກ່ວາກັນ, ໃຜຈະກ່າວໄດ້ດີກ່ວາກັນ ໃຜຈະກ່າວໄດ້ດົນກວ່າກັນ ດັ່ງນີ້.

ພິກຂຸທັງຫຼາຍ ! ກໍເມື່ອໃດແລ ພວກເຈົ້າມາເຫັນໂທດໂດຍຄວາມເປັນໂທດ, ແລະ ເຮັດຄືນເສຍຕາມສົມຄວນແກ່ທັມ, ເມື່ອນັ້ນເຮົາຂໍຮັບໂທດນັ້ນຂອງເຈົ້າເຫຼົ່ານັ້ນ, ກໍການທີ່ບຸກຄົນເຫັນໂທດໂດຍຄວາມເປັນໂທດແລ້ວ ເຮັດຄືນເສຍຕາມສົມຄວນແກ່ທັມ, ແລະ ເຖິງຄວາມສຳຣວມລະວັງຕໍ່ໄປ, ນີ້ເປັນຄວາມຈະເລີນໃນວິນັຍຂອງພຣະອະຣິຍະເຈົ້າ.

ພຣະໄຕຣປິດົກ ສະບັບຫຼວງ 16.205.495

ດູຣາກັດສະປະ ! ເຈົ້າຈົ່ງກ່າວສອນພິກຂຸທັງຫຼາຍ ຈົ່ງກະທຳມີກະຖາແກ່ພິກຂຸທັງຫຼາຍ,

ກັດສະປະ ເຮົາ ຫຼື ເຈົ້າ ຈົ່ງກ່າວສອນພິກຂຸທັງຫຼາຍ,

ເຮົາ ຫຼື ເຈົ້າ ຈົ່ງກະທຳມີກະຖາແກ່ພິກຂຸທັງຫຼາຍ,

ຂ້າແຕ່ພຣະອົງຜູ້ຈະເລີນ ພິກຂຸທັງຫຼາຍໃນບັດນີ້ ເປັນຜູ້ເວົ້າຍາກ, ປະກອບດ້ວຍທັມທີ່ເຮັດໃຫ້ເປັນຄົນວ່າຍາກ, ບໍ່ອົດທົນ ບໍ່ຮັບອະນຸສາສະນີໂດຍເຄົາຣົບ.

ດູຣາກັດສະປະ ! ກໍເປັນຄວາມຈິງຕາມນັ້ນ, ຄັ້ງກ່ອນ ພິກຂຸທັງຫຼາຍ ຜູ້ເປັນເຖຣະ ເປັນຜູ້ຖືການຢູ່ປ່າເປັນວັຕ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຢູ່ປ່າເປັນວັຕ,

ເປັນຜູ້ຖືການບິນທະບາດເປັນວັຕ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການບິນທະບາດເປັນວັຕ,

ເປັນຜູ້ຖືການຊົງຜ້າບັງສະກຸລເປັນວັຕ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຊົງຜ້າບັງສະກຸລເປັນວັຕ,

ເປັນຜູ້ຖືການຊົງໄຕຣຈີວອນເປັນວັຕ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຊົງໄຕຣຈີວອນເປັນວັຕ,

ເປັນຜູ້ມີຄວາມປາຖະນານ້ອຍ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ມີຄວາມປາຖະນານ້ອຍ,

ເປັນຜູ້ສັນໂດດ ແລະ ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດ,

ເປັນຜູ້ສະຫງັດຈາກໝູ່ ແລະ ກ່າວສັນລະເສີນຄຸນແຫ່ງຄວາມສະຫງັດຈາກໝູ່,

ເປັນຜູ້ບໍ່ຄຸກຄີດ້ວຍໝູ່ ແລະ ກ່າວສັນລະເສີນຄຸນແຫ່ງຄວາມບໍ່ຄຸກຄີດ້ວຍໝູ່,

ເປັນຜູ້ປາຣົບຄວາມພຽນ ແລະ ກ່າວສັນລະເສີນຄຸນແຫ່ງການປາຣົບຄວາມພຽນ.

ບັນດາພິກຂຸເຫຼົ່ານັ້ນ, ພິກຂຸເຫຼົ່າໃດ ເປັນຜູ້ຖືການຢູ່ປ່າເປັນວັຕ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຢູ່ປ່າເປັນວັຕ,

ເປັນຜູ້ຖືການບິນທະບາດເປັນວັຕ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການບິນທະບາດເປັນວັຕ,

ເປັນຜູ້ຖືການຊົງຜ້າບັງສະກຸລເປັນວັຕ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຊົງຜ້າບັງສະກຸລເປັນວັຕ,

ເປັນຜູ້ຖືການຊົງໄຕຣຈີວອນເປັນວັຕ, ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ຖືການຊົງໄຕຣຈີວອນເປັນວັຕ,

ເປັນຜູ້ມີຄວາມປາຖະນານ້ອຍ ແລະ ກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ມີຄວາມປາຖະນານ້ອຍ,

ເປັນຜູ້ສັນໂດດ ແລະ ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດ,

ເປັນຜູ້ສະຫງັດຈາກໝູ່ ແລະ ກ່າວສັນລະເສີນຄຸນແຫ່ງຄວາມສະຫງັດຈາກໝູ່,

ເປັນຜູ້ບໍ່ຄຸກຄີດ້ວຍໝູ່ ແລະ ກ່າວສັນລະເສີນຄຸນແຫ່ງຄວາມບໍ່ຄຸກຄີດ້ວຍໝູ່,

ເປັນຜູ້ປາຣົບຄວາມພຽນ ແລະ ກ່າວສັນລະເສີນຄຸນແຫ່ງການປາຣົບຄວາມພຽນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ