ສາທະຍາຍ

ໜ້າ/ 54

ບໍ່ເປັນຜູ້ມີຄວາມປາຖະນາລາມົກ, ບໍ່ລຸອຳນາດແຫ່ງຄວາມປາຖະນາລາມົກ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ມີຄວາມປາຖະນາລາມົກ, ບໍ່ລຸອຳນາດແຫ່ງຄວາມປາຖະນາລາມົກ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຜູ້ບໍ່ຍົກຕົນ ບໍ່ຂົ່ມທ່ານ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ຍົກຕົນ ບໍ່ຂົ່ມທ່ານ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຄົນບໍ່ມັກໂກທ ອັນຄວາມໂກທບໍ່ຄອບງຳແລ້ວ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ມັກໂກທ ອັນຄວາມໂກທບໍ່ຄອບງຳແລ້ວ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຄົນບໍ່ມັກໂກທ ບໍ່ຜູກໂກທ, ເພາະຄວາມໂກທເປັນເຫຕ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ມັກໂກທ ບໍ່ຜູກໂກທ ເພາະຄວາມໂກທເປັນເຫຕ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຄົນບໍ່ມັກໂກທ ບໍ່ມັກລະແວງ ເພາະຄວາມໂກທເປັນເຫຕ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ມັກໂກທ ບໍ່ມັກລະແວງ ເພາະຄວາມໂກທເປັນເຫຕ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຄົນບໍ່ມັກໂກທ ບໍ່ກ່າວວາຈາໃກ້ຕໍ່ຄວາມໂກທ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ມັກໂກທ ບໍ່ກ່າວວາຈາໃກ້ຕໍ່ຄວາມໂກທ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ບໍ່ໂຕ້ຖຽງໂຈດ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ບໍ່ໂຕ້ຖຽງໂຈດ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ບໍ່ຮຸກຮານໂຈດ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ບໍ່ຮຸກຮານໂຈດ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ບໍ່ກ່າວຫາໂຈດ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ບໍ່ກ່າວຫາໂຈດ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ບໍ່ນຳເອົາເລື່ອງອື່ນມາທັບຖົມ, ບໍ່ເວົ້ານອກເລື່ອງ ບໍ່ສະແດງຄວາມໂກທ ຄວາມມຸ້ງຮ້າຍ, ແລະ ຄວາມບໍ່ເຊື່ອງຟັງໃຫ້ປາກົຕ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ, ບໍ່ນຳເອົາເລື່ອງອື່ນມາທັບຖົມ ບໍ່ເວົ້ານອກເລື່ອງ, ບໍ່ສະແດງຄວາມໂກທ ຄວາມມຸ້ງຮ້າຍ ແລະ ຄວາມບໍ່ເຊື່ອງຟັງໃຫ້ປາກົຕ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ພໍໃຈຕອບໃນຄວາມປະພຶດ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ພໍໃຈຕອບໃນຄວາມປະພຶດ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຄົນບໍ່ລົບລູ່ ບໍ່ຕີຕົນສະເໝີທ່ານ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ລົບລູ່ ບໍ່ຕີຕົນສະເໝີທ່ານ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຄົນບໍ່ຣິສະຍາ ເປັນຄົນບໍ່ຂີ້ຖີ່, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ຣິສະຍາ ເປັນຄົນບໍ່ຂີ້ຖີ່, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຄົນບໍ່ໂອ້ອວດ ບໍ່ເຈົ້າມາຣຍາ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ໂອ້ອວດ ບໍ່ເຈົ້າມາຣຍາ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຄົນບໍ່ກະດ້າງ ບໍ່ດູໝິ່ນຜູ້ອື່ນ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ກະດ້າງ ບໍ່ດູໝິ່ນຜູ້ອື່ນ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ອີກປະການນຶ່ງ, ພິກຂຸເປັນຄົນບໍ່ຖືເອົາແຕ່ຄວາມເຫັນຂອງຕົນ ບໍ່ຫົວແຂງ ຖອນໄດ້ງ່າຍ, ແມ່ນຂໍ້ທີ່ພິກຂຸເປັນຜູ້ບໍ່ຖືເອົາແຕ່ຄວາມເຫັນຂອງຕົນ ບໍ່ຫົວແຂງ ຖອນໄດ້ງ່າຍ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ຜູ້ມີອາຍຸທັງຫຼາຍ ! ທັມເຫຼົ່ານີ້ແລ ເອີ້ນວ່າ ທັມທີ່ເຮັດໃຫ້ເປັນຄົນວ່າງ່າຍ.

ຈົບອະນຸມານະສູຕ

10.ໂອວາທສູຕ

ພຣະໄຕຣປິດົກ ສະບັບຫຼວງ 16.201.486

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ