ສັມມັປປະທານ ໔
ໜ້າ/ 49
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ເຮົາຍັງເປັນໜຸ່ມແໜ້ນ ມີຜົມດຳສນິທ ປະກອບດ້ວຍຄວາມເປັນໜຸ່ມອັນຈະເຣີນ ຕັ້ງຢູ່ໃນປະຖົມວັຍ ເຖິງຢ່າງນັ້ນກໍຕາມ ກໍຈັກມີສມັຍທີ່ຊະຣາຍ່ອມຈະຖືກຕ້ອງກາຍນີ້ໄດ້ ກໍຜູ້ທີ່ແກ່ແລ້ວ ຖືກຊະຣາຄອບງຳແລ້ວ ຈະມະນະສິກາຣຄຳສັ່ງສອນຂອງພຣະພຸທທະເຈົ້າທັງຫລາຍ ບໍ່ໄດ້ກະທຳໄດ້ງ່າຍ, ຈະເສພເສນາສະນະອັນສງັດຄື ປ່າແລະປ່າດົງໜາ ກໍບໍ່ໄດ້ກະທຳໄດ້ງ່າຍ ກ່ອນທີ່ທັມອັນບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ ໜ້າພໍໃຈນັ້ນຈະມາເຖິງ ເຮົາຈະຟ້າວປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງເສຍກ່ອນ ເມື່ອເຮົາປະກອບແລ້ວ ເຖິງຊະຣາກໍຈັກຢູ່ສະບາຍ. ພິກຂຸທັງຫລາຍ ພິກຂຸຜູ້ເຫັນພັຍໃນອະນາຄົຕຂໍ້ທີ ໑ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ເຮົາມີອາພາທໜ້ອຍ ມີໂຣຄເບົາບາງ ປະກອບດ້ວຍໄຟທາຕສຳລັບຍ່ອຍອາຫາຣສະໝ່ຳສະເໝີ ບໍ່ເຢັນຫລາຍ ບໍ່ຮ້ອນຫລາຍ ພໍປານກາງ ຄວນແກ່ກາຣບຳເພັນພຽນ ແຕ່ຍ່ອມມີສມັຍທີ່ພະຍາທິຈະຖືກຕ້ອງກາຍນີ້ ກໍຜູ້ປ່ວຍໄຂ້ອັນຄວາມປ່ວຍໄຂ້ຄອບງຳແລ້ວ ຈະມະນະສິກາຣຄຳສັ່ງສອນຂອງພຣະພຸທທະເຈົ້າທັງຫລາຍ ບໍ່ໄດ້ກະທຳໄດ້ງ່າຍ, ຈະເສພເສນາສະນະອັນສງັດຄື ປ່າແລະປ່າດົງໜາ ກໍບໍ່ໄດ້ກະທຳໄດ້ງ່າຍ ກ່ອນທີ່ທັມອັນບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈນັ້ນຈະມາເຖິງ ເຮົາຈະຟ້າວປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງເສຍກ່ອນ ເມື່ອເຮົາປະກອບແລ້ວ ເຖິງປ່ວຍໄຂ້ກໍຈັກຢູ່ສະບາຍ. ພິກຂຸທັງຫລາຍ ພິກຂຸຜູ້ເຫັນພັຍໃນອະນາຄົຕຂໍ້ທີ ໒ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ ເຂົ້າກ້າດີ ບິນທະບາຕກໍຫາໄດ້ງ່າຍ ສະດວກແກ່ກາຣສະແຫວງຫາລ້ຽງຊີບ ແຕ່ກໍຍ່ອມມີສມັຍທີ່ເກີດທຸພພິກຂະພັຍ ເຂົ້າກ້າບໍ່ດີ ບິນທະບາຕກໍຫາໄດ້ຍາກ ບໍ່ສະດວກແກ່ກາຣສະແຫວງຫາລ້ຽງຊີບ. ອີກຢ່າງໜຶ່ງ ໃນສມັຍທີ່ເກີດທຸພພິກຂະພັຍ ມະນຸສທັງຫລາຍຍ່ອມຫລັ່ງໄຫລໄປໃນບ່ອນທີ່ມີອາຫາຣດີ ໃນທີ່ນັ້ນຍ່ອມມີກາຣຢູ່ຄຸກຄີດ້ວຍໝູ່ຄະນະ ມີກາຣຢູ່ແອອັດກັນ ເມື່ອມີກາຣຢູ່ຄຸກຄີດ້ວຍໝູ່ຄະນະ ຢູ່ແອອັດກັນ ຈະມະນະສິກາຣຄຳສັ່ງສອນຂອງພຣະພຸທທະເຈົ້າທັງຫລາຍ ບໍ່ໄດ້ກະທຳໄດ້ງ່າຍ, ຈະເສພເສນາສະນະອັນສງັດຄື ປ່າແລະປ່າດົງໜາ ກໍບໍ່ໄດ້ກະທຳໄດ້ງ່າຍ ກ່ອນທີ່ທັມອັນບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈນັ້ນຈະມາເຖິງ ເຮົາຈະຟ້າວປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງເສຍກ່ອນ ເມື່ອເຮົາປະກອບແລ້ວ ກໍຈັກຢູ່ສະບາຍແມ່ນແຕ່ໃນສມັຍທີ່ເກີດທຸພພິກຂະພັຍ. ພິກຂຸທັງຫລາຍ ພິກຂຸຜູ້ເຫັນພັຍໃນອະນາຄົຕຂໍ້ທີ ໓ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.








