ສັມມັປປະທານ ໔

ໜ້າ/ 49

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ແລ ມະນຸສທັງຫລາຍຍ່ອມເປັນຜູ້ພ້ອມພຽງກັນ ຊື່ນຊົມຕໍ່ກັນ ບໍ່ວິວາທກັນ ເປັນເໝືອນດັ່ງນ້ຳນົມກັບນ້ຳ ມອງດູກັນແລະກັນດ້ວຍສາຍຕາອັນເປັນທີ່ຮັກຢູ່ ແຕ່ຍ່ອມມີສມັຍທີ່ມີພັຍ ມີຄວາມປັ່ນປ່ວນໃນດົງ ປະຊາຊົນວຸ້ນວາຍ ແລະເມື່ອມີພັຍ ມະນຸສທັງຫລາຍຍ່ອມຫລັ່ງໄຫລໄປໃນບ່ອນທີ່ປອດພັຍ ໃນທີ່ນັ້ນຍ່ອມມີກາຣຢູ່ຄຸກຄີດ້ວຍໝູ່ຄະນະ ມີກາຣຢູ່ແອອັດກັນ ເມື່ອມີກາຣຢູ່ຄຸກຄີດ້ວຍໝູ່ຄະນະ ຢູ່ແອອັດກັນ ຈະມະນະສິກາຣຄຳສັ່ງສອນຂອງພຣະພຸທທະເຈົ້າທັງຫລາຍ ບໍ່ໄດ້ກະທຳໄດ້ງ່າຍ, ຈະເສພເສນາສະນະອັນສງັດຄື ປ່າແລະປ່າດົງໜາ ກໍບໍ່ໄດ້ກະທຳໄດ້ງ່າຍ ກ່ອນທີ່ທັມອັນບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈນັ້ນຈະມາເຖິງ ເຮົາຈະຟ້າວປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງເສຍກ່ອນ ເມື່ອເຮົາປະກອບແລ້ວ ກໍຈັກຢູ່ສະບາຍແມ່ນແຕ່ໃນສມັຍທີ່ມີພັຍ. ພິກຂຸທັງຫລາຍ ພິກຂຸຜູ້ເຫັນພັຍໃນອະນາຄົຕຂໍ້ທີ ໔ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ແລ ສົງຄ໌ຍ່ອມເປັນຜູ້ພ້ອມພຽງກັນ ຊື່ນຊົມຕໍ່ກັນ ບໍ່ວິວາທກັນ ມີອຸເທສຮ່ວມກັນ ຢູ່ເປັນຜາສຸກ ແຕ່ຍ່ອມມີສມັຍທີ່ສົງຄ໌ແຕກກັນ ກໍເມື່ອສົງຄ໌ແຕກກັນແລ້ວ ຈະມະນະສິກາຣຄຳສັ່ງສອນຂອງພຣະພຸທທະເຈົ້າທັງຫລາຍ ບໍ່ໄດ້ກະທຳໄດ້ງ່າຍ, ຈະເສພເສນາສະນະອັນສງັດຄື ປ່າແລະປ່າດົງໜາ ກໍບໍ່ໄດ້ກະທຳໄດ້ງ່າຍ ກ່ອນທີ່ທັມອັນບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈນັ້ນຈະມາເຖິງ ເຮົາຈະຟ້າວປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງເສຍກ່ອນ ເມື່ອເຮົາປະກອບແລ້ວ ກໍຈັກຢູ່ສະບາຍແມ່ນແຕ່ໃນສມັຍທີ່ສົງຄ໌ແຕກກັນ. ພິກຂຸທັງຫລາຍ ພິກຂຸຜູ້ເຫັນພັຍໃນອະນາຄົຕຂໍ້ທີ ໕ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.

ພິກຂຸທັງຫລາຍ! ພິກຂຸຜູ້ເຫັນພັຍໃນອະນາຄົຕ ໕ ປະກາຣນີ້ແລ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.

ອັງຄຸຕຕຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໘໙-໙໐/໗໘

ສມັຍທີ່ບໍ່ຄວນແກ່ກາຣບຳເພັນພຽນ ໕ ປະກາຣ

ພິກຂຸທັງຫລາຍ! ສມັຍທີ່ບໍ່ຄວນແກ່ກາຣບຳເພັນພຽນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຄົນແກ່ ຖືກຊະຣາຄອບງຳ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ບໍ່ຄວນແກ່ກາຣບຳເພັນພຽນປະກາຣທີ ໑.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ອາພາທ ຖືກພະຍາທິຄອບງຳ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ບໍ່ຄວນແກ່ກາຣບຳເພັນພຽນປະກາຣທີ ໒.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ມີທຸພພິກຂະພັຍ ບິນທະບາຕຫາໄດ້ຍາກ ບໍ່ສະດວກທີ່ຈະຍັງອັຕຕະພາບໃຫ້ເປັນໄປໄດ້ດ້ວຍກາຣສະແຫວງຫາບິນທະບາຕ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ບໍ່ຄວນແກ່ກາຣບຳເພັນພຽນປະກາຣທີ ໓.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ມີພັຍ ມີກາຣປຸ້ນສະດົມໃນປ່າດົງ ຊາວຊົນບົທພາກັນຂຶ້ນຍານພາຫະນະອົພພະຍົພໜີ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ບໍ່ຄວນແກ່ກາຣບຳເພັນພຽນປະກາຣທີ ໔.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ສົງຄ໌ແຕກກັນ. ພິກຂຸທັງຫລາຍ ເມື່ອສົງຄ໌ແຕກກັນແລ້ວ ຍ່ອມດ່າກັນແລະກັນ ບໍຣິພາສກັນແລະກັນ ມີກາຣໃສ່ຮ້າຍກັນແລະກັນ ມີກາຣປະຖິ້ມກັນແລະກັນ ຄົນຜູ້ບໍ່ເຫລື້ອມໃສໃນສົງຄ໌ໝູ່ນັ້ນຍ່ອມບໍ່ເຫລື້ອມໃສ ແລະຄົນບາງພວກທີ່ເຫລື້ອມໃສແລ້ວ ຍ່ອມເປັນຢ່າງອື່ນໄປ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ບໍ່ຄວນແກ່ກາຣບຳເພັນພຽນປະກາຣທີ ໕.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ