ສັມມັປປະທານ ໔

ໜ້າ/ 49

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ຢູ່ປ່າ ຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ເຮົາຢູ່ໃນປ່າຜູ້ດຽວ ເມື່ອເຮົາຢູ່ໃນປ່າຜູ້ດຽວ ອາດພາດລົ້ມລົງ ພັຕຕາຫາຣທີ່ສັນແລ້ວບໍ່ຍ່ອຍເສຍກໍໄດ້ ບີຂອງເຮົາອາດກຳເຣີບ ເສມຫະອາດກຳເຣີບ ຫລືລົມມີພິດພຽງດັ່ງສັສຕຣາອາດກຳເຣີບ ເພາະເຫຕນັ້ນໆ ເຮົາອາດທຳກາລະໄປ ອັນຕຣາຍນີ້ອາດມີແກ່ເຮົາ ສະນັ້ນ ເຮົາຈະປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ພິກຂຸຜູ້ຢູ່ປ່າເຫັນພັຍໃນອະນາຄົຕຂໍ້ທີ ໒ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ຢູ່ປ່າ ຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ເຮົາຢູ່ໃນປ່າຜູ້ດຽວ ເມື່ອເຮົາຢູ່ໃນປ່າຜູ້ດຽວ ອາດພົບສັຕຮ້າຍຄື ສີຫະ ເສືອໂຄ່ງ ເສືອເຫລືອງ ໝີ ຫລືເສືອດາວ ສັຕເຫລົ່ານັ້ນອາດທຳລາຍເຮົາເຖິງຕາຍ ເພາະກາຣທຳລາຍນັ້ນ ເຮົາອາດທຳກາລະໄປ ອັນຕຣາຍນີ້ອາດມີແກ່ເຮົາ ສະນັ້ນ ເຮົາຈະປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ພິກຂຸຜູ້ຢູ່ປ່າເຫັນພັຍໃນອະນາຄົຕຂໍ້ທີ ໓ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ຢູ່ປ່າ ຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ເຮົາຢູ່ໃນປ່າຜູ້ດຽວ ເມື່ອເຮົາຢູ່ໃນປ່າຜູ້ດຽວ ອາດພົບຄົນຮ້າຍ ຜູ້ມີກັມອັນກະທຳແລ້ວ ຫລືມີກັມຍັງບໍ່ໄດ້ກະທຳ ຄົນຮ້າຍເຫລົ່ານັ້ນອາດປົງຊີວິຕເຮົາ ເພາະກາຣປົງຊີວິຕນັ້ນ ເຮົາອາດທຳກາລະໄປ ອັນຕຣາຍນີ້ອາດມີແກ່ເຮົາ ສະນັ້ນ ເຮົາຈະປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ພິກຂຸຜູ້ຢູ່ປ່າເຫັນພັຍໃນອະນາຄົຕຂໍ້ທີ ໔ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ຢູ່ປ່າ ຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ເຮົາຢູ່ໃນປ່າຜູ້ດຽວ ເມື່ອເຮົາຢູ່ໃນປ່າຜູ້ດຽວ ໃນປ່າຍ່ອມມີພວກອະມະນຸສຮ້າຍ ອະມະນຸສເຫລົ່ານັ້ນອາດປົງຊີວິຕເຮົາ ເພາະກາຣປົງຊີວິຕນັ້ນ ເຮົາອາດທຳກາລະໄປ ອັນຕຣາຍນີ້ອາດມີແກ່ເຮົາ ສະນັ້ນ ເຮົາຈະປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ພິກຂຸຜູ້ຢູ່ປ່າເຫັນພັຍໃນອະນາຄົຕຂໍ້ທີ ໕ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.

ພິກຂຸທັງຫລາຍ! ພິກຂຸຜູ້ຢູ່ປ່າ ເຫັນພັຍໃນອະນາຄົຕ ໕ ປະກາຣນີ້ແລ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.

ອັງຄຸຕຕຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໘໗-໘໙/໗໗

ປຣາຣົພຄວາມພຽນກ່ອນທີ່ພັຍໃນອະນາຄົຕຈະມາເຖິງ (2nd)

ພິກຂຸທັງຫລາຍ! ພິກຂຸຜູ້ເຫັນພັຍໃນອະນາຄົຕ ໕ ປະກາຣນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ. ພັຍ ໕ ປະກາຣເປັນຢ່າງໃດ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ