ສັມມັປປະທານ ໔
ໜ້າ/ 49
ຄັ້ງນັ້ນແລ ພິກຂຸຈຳນວນຫລາຍເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູລພຣະຜູ້ມີພຣະພາຄດັ່ງນີ້ວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພິກຂຸໃໝ່ອົງຄ໌ໜຶ່ງໃນທັມວິນັຍນີ້ ເດີນກັບຈາກບິນທະບາຕໃນເວລາປັຈສາພັຕ ເຂົ້າໄປສູ່ວິຫາຣ ເປັນຜູ້ມີຄວາມຂົນຂວາຍນ້ອຍນິ້ງຢູ່ ບໍ່ຊ່ວຍເຫລືອພິກຂຸທັງຫລາຍໃນເວລາທຳຈີວອຣ.
ລຳດັບນັ້ນ, ພຣະຜູ້ມີພຣະພາຄຊົງຕຣັສຮຽກພິກຂຸອົງຄ໌ໜຶ່ງມາສັ່ງວ່າ:
ພິກຂຸ! ເຈົ້າຈົ່ງໄປບອກພິກຂຸອົງຄ໌ນັ້ນຕາມຄຳຂອງເຮົາວ່າ ອາວຸໂສ ພຣະສາສດາຊົງຕຣັສຮຽກທ່ານໃຫ້ເຂົ້າໄປເຝົ້າ.
ພິກຂຸນັ້ນທູລຮັບພຣະດຳຣັສແລ້ວ ເຂົ້າໄປຫາພິກຂຸນັ້ນ ໄດ້ກ່າວວ່າ ອາວຸໂສ ພຣະສາສດາຊົງຕຣັສຮຽກທ່ານໃຫ້ເຂົ້າໄປເຝົ້າ.
ເຂົາຮັບຄຳພິກຂຸນັ້ນແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສກັບພິກຂຸນັ້ນວ່າ:
ພິກຂຸ! ໄດ້ຍິນວ່າ ເຈົ້າເດີນກັບຈາກບິນທະບາຕໃນເວລາປັຈສາພັຕ ເຂົ້າໄປສູ່ວິຫາຣ ເປັນຜູ້ມີຄວາມຂົນຂວາຍນ້ອຍນິ້ງຢູ່ ບໍ່ຊ່ວຍເຫລືອພິກຂຸທັງຫລາຍໃນເວລາທຳຈີວອຣ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ແມ່ນແຕ່ຂ້ານ້ອຍເອງກໍກະທຳກິຈຂອງຕົນ.
ລຳດັບນັ້ນ, ພຣະຜູ້ມີພຣະພາຄຊົງຊາບຄວາມປະຣິວິຕົກແຫ່ງຈິຕຂອງພິກຂຸນັ້ນດ້ວຍພຣະທັຍ ຈຶ່ງຕຣັສກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຢ່າໂທສພິກຂຸນີ້ເລີຍ ພິກຂຸນີ້ມີປົກກະຕິໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ທີ່ມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ໄດ້ກະທຳໃຫ້ແຈ້ງເຊິ່ງປະໂຍຊນ໌ອັນຍອດຢ້ຽມ ອັນເປັນທີ່ສຸດແຫ່ງພຣົມມະຈັນຍ໌ທີ່ເຫລົ່າກຸລະບຸຕຜູ້ອອກຈາກເຮືອນບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່.
ພຣະຜູ້ມີພຣະພາຄຜູ້ສຸຄົຕສາສດາຄັນຕຣັສໄວຍາກອນພາສິຕນີ້ແລ້ວ ຈຶ່ງໄດ້ຕຣັສຄາຖາປະພັນຕໍ່ໄປອີກວ່າ:
ບຸຄຄົລປຣາຣົພຄວາມພຽນອັນຢໍ້ຢ່ອນ,
ປຣາຣົພຄວາມພຽນດ້ວຍກຳລັງນ້ອຍຍ່ອມບໍ່ບັນລຸນິພພານ
ອັນເປັນເຫຕປົດເປື້ອງກິເລສເຄື່ອງຮ້ອຍຮັດທັງປວງໄດ້.
ສ່ວນພິກຂຸໜຸ່ມອົງຄ໌ນີ້ເປັນອຸດົມບຸຣຸສ ຊະນະມາຣພ້ອມທັງກອງທັບໄດ້ແລ້ວ ຊົງໄວ້ເຊິ່ງອັຕຕະພາບສຸດທ້າຍ.
ສັງຍຸຕຕະນິກາຍ ນິທານວັຄ ໑໖/໓໒໙/໖໙໖
ປຣາຣົພຄວາມພຽນກ່ອນທີ່ພັຍໃນອະນາຄົຕຈະມາເຖິງ (1st)
ພິກຂຸທັງຫລາຍ! ພິກຂຸຜູ້ຢູ່ປ່າ ເຫັນພັຍໃນອະນາຄົຕ ໕ ປະກາຣນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ. ພັຍ ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸຜູ້ຢູ່ປ່າໃນທັມວິນັຍນີ້ ຄວນພິຈາຣະນາເຫັນດັ່ງນີ້ວ່າ ບັດນີ້ເຮົາຢູ່ໃນປ່າຜູ້ດຽວ ງູອາດກັດເຮົາ ແມງງອດອາດຕອດເຮົາ ຂີ້ເຂັບອາດກັດເຮົາ ເພາະກາຣກັດຕອດແຫ່ງສັຕເຫລົ່ານັ້ນ ເຮົາອາດທຳກາລະໄປ ອັນຕຣາຍນີ້ອາດມີແກ່ເຮົາ ສະນັ້ນ ເຮົາຈະປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ພິກຂຸຜູ້ຢູ່ປ່າເຫັນພັຍໃນອະນາຄົຕຂໍ້ທີ ໑ ນີ້ ຄວນເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ໄດ້ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ໄດ້ກະທຳໃຫ້ແຈ້ງ.








