ສັມມັປປະທານ ໔
ໜ້າ/ 49
ພິກຂຸທັງຫລາຍ! ເພາະເຫຕທີ່ພິກຂຸທຳຄວາມພຽນເຜົາກິເລສເພື່ອຄວາມບໍ່ເກີດຂຶ້ນແຫ່ງທັມອັນເປັນບາບອະກຸສົລທັງຫລາຍທີ່ຍັງບໍ່ເກີດຂຶ້ນ, ເພື່ອຄວາມເກີດຂຶ້ນແຫ່ງທັມອັນເປັນກຸສົລທັງຫລາຍທີ່ຍັງບໍ່ເກີດຂຶ້ນ, ເພື່ອອົດກັ້ນທຸກຂະເວທະນາທີ່ມີໃນສະຣີຣະທີ່ີເກີດຂຶ້ນແລ້ວ ອັນກ້າແຂັງ ເຜັດຮ້ອນ ບໍ່ໜ້າຍິນດີ ບໍ່ໜ້າພໍໃຈ ທີ່ສາມາດພາກຊີວິຕໄປໄດ້,
ພິກຂຸທັງຫລາຍ! ພິກຂຸນີ້ເຮົາຮຽກວ່າ ມີຄວາມພຽນເຄື່ອງເຜົາກິເລສ ມີປັນຍາຮັກສາຕົນ ມີສະຕິເພືີ່ອກະທຳທີ່ສຸດແຫ່ງທຸກຂ໌ໂດຍຊອບ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໔໕/໔໘໙
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໕໗-໕໘/໕໓
ອົງຄ໌ແຫ່ງຄວາມພຽນ ໕ ປະກາຣ
ພິກຂຸທັງຫລາຍ! ອົງຄ໌ແຫ່ງຄວາມພຽນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ? (ປັນຈິມານິ ພິກຂະເວ ປະທານິຍັງຄານິ ກະຕະມານິ ປັນຈະ)
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອພຣະປັນຍາກາຣຕຣັສຮູ້ຂອງພຣະຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ ດັ່ງນີ້.
ເປັນຜູ້ມີອາພາທໜ້ອຍ, ມີທຸກຂ໌ໜ້ອຍ, ປະກອບດ້ວຍໄຟທາຕທີ່ມີຜົລສະໝ່ຳສະເໝີ ບໍ່ເຢັນຫລາຍ ບໍ່ຮ້ອນຫລາຍ ພໍປານກາງ ຄວນແກ່ກາຣບຳເພັນພຽນ.
ເປັນຜູ້ບໍ່ໂອ້ອວດ ບໍ່ມີມາຍາ ກະທຳຕົນໃຫ້ເປີດເຜີຍຕາມທີ່ເປັນຈິງໃນພຣະສາສດາ ຫລືໃນເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນ.
ເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ.
ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ.
ພິກຂຸທັງຫລາຍ! ອົງຄ໌ແຫ່ງຄວາມພຽນ ໕ ປະກາຣນີ້ແລ.
ທີຄະນິກາຍ ປາຕິກະວັຄ ໑໑/໒໕໖/໔໑໑
ທັມ ໕ ຢ່າງທີ່ມີອຸປະກາຣະຫລາຍ
ທັມ ໕ ຢ່າງທີ່ມີອຸປະກາຣະຫລາຍເປັນຢ່າງໃດ?
ຄືອົງຄ໌ເປັນທີ່ຕັ້ງແຫ່ງຄວາມພຽນ ໕ ຢ່າງ.
ອາວຸໂສທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອພຣະປັນຍາກາຣຕຣັສຮູ້ຂອງພຣະຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ ດັ່ງນີ້.
ເປັນຜູ້ມີອາພາທໜ້ອຍ, ມີທຸກຂ໌ໜ້ອຍ, ປະກອບດ້ວຍໄຟທາຕທີ່ມີຜົລສະໝ່ຳສະເໝີ ບໍ່ເຢັນຫລາຍ ບໍ່ຮ້ອນຫລາຍ ພໍປານກາງ ຄວນແກ່ກາຣຕັ້ງຄວາມພຽນ.
ເປັນຜູ້ບໍ່ໂອ້ອວດ ບໍ່ມີມາຍາ ກະທຳຕົນໃຫ້ເປີດເຜີຍຕາມທີ່ເປັນຈິງໃນພຣະສາສດາຫລືໃນເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນ.
ເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ.
ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ.
ທັມ ໕ ຢ່າງເຫລົ່ານີ້ມີອຸປະກາຣະຫລາຍ.
“ບຸຄຄົລປຣາຣົພຄວາມພຽນອັນ
ຢໍ້ຢ່ອນ ປຣາຣົພຄວາມພຽນດ້ວຍກຳລັງນ້ອຍຍ່ອມບໍ່ບັນລຸນິພພານ
ອັນເປັນເຫຕປົດເປື້ອງກິເລສເຄື່ອງຮ້ອຍຮັດທັງປວງໄດ້”
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ສມັຍນັ້ນ ພິກຂຸໃໝ່ອົງຄ໌ໜຶ່ງເດີນກັບຈາກບິນທະບາຕໃນເວລາປັຈສາພັຕ ເຂົ້າໄປສູ່ວິຫາຣ ເປັນຜູ້ມີຄວາມຂົນຂວາຍນ້ອຍນິ້ງຢູ່ ບໍ່ຊ່ວຍເຫລືອພິກຂຸທັງຫລາຍໃນເວລາທຳຈີວອຣ.








