ສັມມັປປະທານ ໔

ໜ້າ/ 49

ຖືກຕ້ອງໂຜຕຖັພພະດ້ວຍກາຍແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມກາຍິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາກາຍິນທຣີຍ໌ ເຖິງຄວາມສັງຣວມໃນກາຍິນທຣີຍ໌.

ຮູ້ທັມທັງຫລາຍດ້ວຍໃຈແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມມະນິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາມະນິນທຣີຍ໌ ເຖິງຄວາມສັງຣວມໃນມະນິນທຣີຍ໌.

ພິກຂຸທັງຫລາຍ! ນີ້ຮຽກວ່າ ສັງວະຣະປະທານ.

ພິກຂຸທັງຫລາຍ! ປະຫານະປະທານເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຄອບງຳ ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມໃຫ້ເຖິງຄວາມບໍ່ມີເຊິ່ງກາມວິຕົກທີ່ເກີດຂຶ້ນແລ້ວ.

ຍ່ອມຄອບງຳ ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມໃຫ້ເຖິງຄວາມບໍ່ມີເຊິ່ງພະຍາປາທະວິຕົກທີ່ເກີດຂຶ້ນແລ້ວ.

ຍ່ອມຄອບງຳ ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມໃຫ້ເຖິງຄວາມບໍ່ມີເຊິ່ງວິຫິງສາວິຕົກທີ່ເກີດຂຶ້ນແລ້ວ.

ຍ່ອມຄອບງຳ ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມໃຫ້ເຖິງຄວາມບໍ່ມີເຊິ່ງອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ.

ພິກຂຸທັງຫລາຍ! ນີ້ຮຽກວ່າ ປະຫານະປະທານ.

ພິກຂຸທັງຫລາຍ! ພາວະນາປະທານເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນທັມມະວິຈະຍະສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນວິຣິຍະສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນປີຕິສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນປັສສັທທິສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສະມາທິສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນອຸເປກຂາສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ພິກຂຸທັງຫລາຍ! ນີ້ຮຽກວ່າ ພາວະນາປະທານ.

ພິກຂຸທັງຫລາຍ! ອະນຸຣັກຂະນາປະທານເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຕາມຮັກສາສະມາທິນິມິຕອັນຈະເຣີນທີ່ເກີດຂຶ້ນແລ້ວ ຄື ອັຕຖິກະສັນຍາ(ສັນຍາໃນຊາກສົພທີ່ຍັງເຫລືອແຕ່ຮ່າງກະດູກ), ປຸລະວະກະສັນຍາ(ສັນຍາໃນຊາກສົພທີ່ມີໜອນເຈາະ), ວິນີລະກະສັນຍາ(ສັນຍາໃນຊາກສົພທີ່ມີສີຂຽວຄ່ຳ), ວິປຸພພະກະສັນຍາ(ສັນຍາໃນຊາກສົພທີ່ມີນໍ້າເຫລືອງໄຫລ), ວິຈສິທທະກະສັນຍາ(ສັນຍາໃນຊາກສົພທີ່ຂາດກັນເປັນທ່ອນ), ອຸທທຸມາຕະກະສັນຍາ(ສັນຍາໃນຊາກສົພທີ່ເນົ່າພອງຂຶ້ນອືດ). ພິກຂຸທັງຫລາຍ ນີ້ຮຽກວ່າ ອະນຸຣັກຂະນາປະທານ.

ພິກຂຸທັງຫລາຍ! ປະທານ ໔ ປະກາຣເປັນຢ່າງນີ້ແລ.

ປະທານ ໔ ປະກາຣນີ້ຄື ສັງວະຣະປະທານ, ປະຫານະປະທານ, ພາວະນາປະທານ, ອະນຸຣັກຂະນາປະທານ. ທີ່ພຣະພຸທທະເຈົ້າຜູ້ເປັນເຜົ່າພັນແຫ່ງພຣະອາທິຕຊົງສະແດງແລ້ວ ເຊິ່ງເປັນເຄື່ອງໃຫ້ພິກຂຸໃນທັມວິນັຍນີ້ ຜູ້ມີຄວາມພຽນຍ່ອມເຖິງຄວາມສິ້ນທຸກຂ໌ໄດ້.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໕/໑໔

ຜູ້ມີຄວາມພຽນເຄື່ອງເຜົາກິເລສ

ພິກຂຸທັງຫລາຍ! ບຸຄຄົລຄວນທຳຄວາມພຽນເຜົາກິເລສດ້ວຍເຫຕ ໓ ປະກາຣ; ໓ ປະກາຣເປັນຢ່າງໃດ? ຄື:

ເພື່ອຄວາມບໍ່ເກີດຂຶ້ນແຫ່ງທັມອັນເປັນບາບອະກຸສົລທັງຫລາຍທີ່ຍັງບໍ່ເກີດຂຶ້ນ ໑

ເພື່ອຄວາມເກີດຂຶ້ນແຫ່ງທັມອັນເປັນກຸສົລທັງຫລາຍທີ່ຍັງບໍ່ເກີດຂຶ້ນ ໑

ເພື່ອອົດກັ້ນທຸກຂະເວທະນາທີ່ມີໃນສະຣີຣະທີ່ີເກີດຂຶ້ນແລ້ວ ອັນກ້າແຂັງ ເຜັດຮ້ອນ ບໍ່ໜ້າຍິນດີ ບໍ່ໜ້າພໍໃຈ ທີ່ສາມາດພາກຊີວິຕໄປໄດ້ ໑

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ