ສັມມັປປະທານ ໔

ໜ້າ/ 49

ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູລ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ.

ພິກຂຸທັງຫລາຍ! ພິກຂຸອາສັຍສີລ ຕັ້ງຢູ່ໃນສີລແລ້ວ ຈຶ່ງຈະເຣີນສັມມັປປະທານ ໔ ກະທຳໃຫ້ຫລາຍເຊິ່ງສັມມັປປະທານ ໔ ຢ່າງນີ້ແລ.

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໒໖໔/໑໐໙໓-໑໐໙໔

ປະທານ ໔ ປະກາຣ (1st)

ພິກຂຸທັງຫລາຍ! ປະທານ ໔ ປະກາຣນີ້, ໔ ປະກາຣເປັນຢ່າງໃດ? ຄື:

ສັງວະຣະປະທານ,

ປະຫານະປະທານ,

ພາວະນາປະທານ,

ອະນຸຣັກຂະນາປະທານ.

ພິກຂຸທັງຫລາຍ! ກໍສັງວະຣະປະທານເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມບໍ່ເກີດຂຶ້ນແຫ່ງອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດຂຶ້ນ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັງວະຣະປະທານ.

ພິກຂຸທັງຫລາຍ! ປະຫານະປະທານເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ. ພິກຂຸທັງຫລາຍ ນີ້ຮຽກວ່າ ປະຫານະປະທານ.

ພິກຂຸທັງຫລາຍ! ພາວະນາປະທານເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມເກີດຂຶ້ນແຫ່ງກຸສົລທັມທັງຫລາຍທີ່ຍັງບໍ່ເກີດຂຶ້ນ. ພິກຂຸທັງຫລາຍ ນີ້ຮຽກວ່າ ພາວະນາປະທານ.

ພິກຂຸທັງຫລາຍ! ອະນຸຣັກຂະນາປະທານເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູລ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະນຸຣັກຂະນາປະທານ.

ພິກຂຸທັງຫລາຍ! ປະທານ ໔ ປະກາຣເປັນຢ່າງນີ້ແລ.

ພິກຂຸໃນທັມວິນັຍນີ້ ຜູ້ມີຄວາມພຽນຍ່ອມເຖິງຄວາມສິ້ນທຸກຂ໌ໄດ້ດ້ວຍປະທານເຫລົ່າໃດ ປະທານ ໔ ປະກາຣເຫລົ່ານີ້ຄື ສັງວະຣະປະທານ, ປະຫານະປະທານ, ພາວະນາປະທານ, ອະນຸຣັກຂະນາປະທານ. ອັນພຣະພຸທທະເຈົ້າຜູ້ເປັນເຜົ່າພັນແຫ່ງພຣະອາທິຕຊົງສະແດງໄວ້ແລ້ວ.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໗໓/໖໙

ປະທານ ໔ ປະກາຣ (2nd)

ພິກຂຸທັງຫລາຍ! ປະທານ ໔ ປະກາຣນີ້, ໔ ປະກາຣເປັນຢ່າງໃດ? ຄື:

ສັງວະຣະປະທານ,

ປະຫານະປະທານ,

ພາວະນາປະທານ,

ອະນຸຣັກຂະນາປະທານ.

ພິກຂຸທັງຫລາຍ! ກໍສັງວະຣະປະທານເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເຫັນຣູປດ້ວຍຈັກຂຸແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມຈັກຂຸນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາຈັກຂຸນທຣີຍ໌ ເຖິງຄວາມສັງຣວມໃນຈັກຂຸນທຣີຍ໌.

ຟັງສຽງດ້ວຍໂສຕະແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມໂສຕິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາໂສຕິນທຣີຍ໌ ເຖິງຄວາມສັງຣວມໃນໂສຕິນທຣີຍ໌.

ດົມກິ່ນດ້ວຍຄານະແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມຄານິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາຄານິນທຣີຍ໌ ເຖິງຄວາມສັງຣວມໃນຄານິນທຣີຍ໌.

ຊິມຣົສດ້ວຍຊິວຫາແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມຊິວຫິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາຊິວຫິນທຣີຍ໌ ເຖິງຄວາມສັງຣວມໃນຊິວຫິນທຣີຍ໌.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ