ສັມມັປປະທານ ໔
ໜ້າ/ 49
ພິກຂຸທັງຫລາຍ! ພໍ່ຄ້າໃນໂລກນີ້ ເວລາເຊົ້າບໍ່ຈັດແຈງກາຣງານໂດຍເອື້ອເຟື້ອ ເວລາທ່ຽງບໍ່ຈັດແຈງກາຣງານໂດຍເອື້ອເຟື້ອ ເວລາແລງບໍ່ຈັດແຈງກາຣງານໂດຍເອື້ອເຟື້ອ. ພິກຂຸທັງຫລາຍ ພໍ່ຄ້າປະກອບດ້ວຍອົງຄ໌ ໓ ປະກາຣນີ້ແລ ບໍ່ຄວນຈະໄດ້ໂພຄະຊັພຍ໌ທີ່ຍັງບໍ່ໄດ້ ຫລືກະທຳໂພຄະຊັພຍ໌ທີ່ໄດ້ແລ້ວໃຫ້ທະວີຫລາຍຂຶ້ນ ສັນໃດ, ພິກຂຸທັງຫລາຍ ພິກຂຸຜູ້ປະກອບດ້ວຍທັມ ໓ ປະກາຣ ກໍສັນນັ້ນເໝືອນກັນ ຍ່ອມເປັນຜູ້ບໍ່ຄວນຈະບັນລຸກຸສົລທັມທີ່ຍັງບໍ່ໄດ້ບັນລຸ ຫລືເພື່ອກະທຳກຸສົລທັມທີ່ໄດ້ບັນລຸແລ້ວໃຫ້ຈະເຣີນຫລາຍຂຶ້ນ. ທັມ ໓ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເວລາເຊົ້າບໍ່ອະທິສຖານສະມາທິນິມິຕໂດຍເຄົາຣົພ, ເວລາທ່ຽງບໍ່ອະທິສຖານສະມາທິນິມິຕໂດຍເຄົາຣົພ, ເວລາແລງບໍ່ອະທິສຖານສະມາທິນິມິຕໂດຍເຄົາຣົພ. ພິກຂຸທັງຫລາຍ ພິກຂຸຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຍ່ອມເປັນຜູ້ບໍ່ຄວນຈະບັນລຸກຸສົລທັມທີ່ຍັງບໍ່ໄດ້ບັນລຸ ຫລືເພື່ອກະທຳກຸສົລທັມທີ່ໄດ້ບັນລຸແລ້ວໃຫ້ຈະເຣີນຫລາຍຂຶ້ນ.
ພິກຂຸທັງຫລາຍ! ພໍ່ຄ້າປະກອບດ້ວຍອົງຄ໌ ໓ ປະກາຣນີ້ ສົມຄວນຈະໄດ້ໂພຄະຊັພຍ໌ທີ່ຍັງບໍ່ໄດ້ ຫລືກະທຳໂພຄະຊັພຍ໌ທີ່ໄດ້ແລ້ວໃຫ້ທະວີຫລາຍຂຶ້ນ. ອົງຄ໌ ໓ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພໍ່ຄ້າໃນໂລກນີ້ ເວລາເຊົ້າຈັດແຈງກາຣງານໂດຍເອື້ອເຟື້ອ ເວລາທ່ຽງຈັດແຈງກາຣງານໂດຍເອື້ອເຟື້ອ ເວລາແລງຈັດແຈງກາຣງານໂດຍເອື້ອເຟື້ອ. ພິກຂຸທັງຫລາຍ ພໍ່ຄ້າປະກອບດ້ວຍອົງຄ໌ ໓ ປະກາຣນີ້ແລ ສົມຄວນຈະໄດ້ໂພຄະຊັພຍ໌ທີ່ຍັງບໍ່ໄດ້ ຫລືກະທຳໂພຄະຊັພຍ໌ທີ່ໄດ້ແລ້ວໃຫ້ທະວີຫລາຍຂຶ້ນ ສັນໃດ, ພິກຂຸທັງຫລາຍ ພິກຂຸຜູ້ປະກອບດ້ວຍທັມ ໓ ປະກາຣ ກໍສັນນັ້ນເໝືອນກັນ ສົມຄວນຈະບັນລຸກຸສົລທັມທີ່ຍັງບໍ່ໄດ້ບັນລຸ ຫລືເພື່ອກະທຳກຸສົລທັມທີ່ໄດ້ບັນລຸແລ້ວໃຫ້ຈະເຣີນຫລາຍຂຶ້ນ. ທັມ ໓ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເວລາເຊົ້າອະທິສຖານສະມາທິນິມິຕໂດຍເຄົາຣົພ, ເວລາທ່ຽງອະທິສຖານສະມາທິນິມິຕໂດຍເຄົາຣົພ, ເວລາແລງອະທິສຖານສະມາທິນິມິຕໂດຍເຄົາຣົພ. ພິກຂຸທັງຫລາຍ ພິກຂຸຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ສົມຄວນຈະບັນລຸກຸສົລທັມທີ່ຍັງບໍ່ໄດ້ບັນລຸ ຫລືເພື່ອກະທຳກຸສົລທັມທີ່ໄດ້ບັນລຸແລ້ວໃຫ້ຈະເຣີນຫລາຍຂຶ້ນ.
ພິກຂຸຊື່ວ່າເປັນຜູ້ມີທຸຣະດີເປັນຢ່າງໃດ?
ພິກຂຸທັງຫລາຍ! ພໍ່ຄ້າປະກອບດ້ວຍອົງຄ໌ ໓ ປະກາຣ ຍ່ອມເຖິງຄວາມມີໂພຄະຊັພຍ໌ມາກມາຍເຫລືອເຟືອບໍ່ນານເລີຍ, ອົງຄ໌ ໓ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພໍ່ຄ້າໃນໂລກນີ້ ເປັນຄົນມີຕາດີ, ມີທຸຣະດີ, ເຖິງພ້ອມດ້ວຍບຸຄຄົລທີ່ຈະເປັນທີ່ເພິ່ງໄດ້.
ພິກຂຸທັງຫລາຍ! ພໍ່ຄ້າຊື່ວ່າເປັນຄົນມີຕາດີເປັນຢ່າງໃດ?
ພິກຂຸທັງຫລາຍ! ພໍ່ຄ້າໃນໂລກນີ້ ຍ່ອມຮູ້ສິ່ງທີ່ຄວນຈະຊື້ຂາຍວ່າ ສິ່ງທີ່ຄວນຊື້ຂາຍນີ້ ຊື້ມາເທົ່ານີ້ ຂາຍໄປເທົ່ານີ້ ຈັກໄດ້ທຶນເທົ່ານີ້ ມີກຳໄຣເທົ່ານີ້ ດັ່ງນີ້. ພິກຂຸທັງຫລາຍ ພໍ່ຄ້າຊື່ວ່າເປັນຄົນມີຕາດີເປັນຢ່າງນີ້ແລ.
ພິກຂຸທັງຫລາຍ! ພໍ່ຄ້າຊື່ວ່າເປັນຄົນມີທຸຣະດີເປັນຢ່າງໃດ?
ພິກຂຸທັງຫລາຍ! ພໍ່ຄ້າໃນໂລກນີ້ ເປັນຄົນສລາດທີ່ຈະຊື້ແລະຂາຍ ສິ່ງທີ່ຕົນຄວນຈະຊື້ແລະຂາຍ. ພິກຂຸທັງຫລາຍ ພໍ່ຄ້າຊື່ວ່າເປັນຄົນມີທຸຣະດີເປັນຢ່າງນີ້ແລ.
ພິກຂຸທັງຫລາຍ! ພໍ່ຄ້າຊື່ວ່າເປັນຜູ້ເຖິງພ້ອມດ້ວຍບຸຄຄົລທີ່ຈະເປັນທີ່ເພິ່ງໄດ້ເປັນຢ່າງໃດ? ພິກຂຸທັງຫລາຍ ພໍ່ຄ້າໃນໂລກນີ້ ອັນຄະຫະບໍດີຫລືບຸຕຂອງຄະຫະບໍດີຜູ້ຮັ່ງມີ ຜູ້ມີຊັພຍ໌ຫລາຍ ມີໂພຄະຫລາຍ ຊາບໄດ້ເຊັ່ນນີ້ວ່າ ທ່ານພໍ່ຄ້າຜູ້ນີ້ແລ ເປັນຄົນມີຕາດີ ມີທຸຣະດີ ສາມາດທີ່ຈະລ້ຽງບຸຕພະຣິຍາ ແລະໃຊ້ຄືນໃຫ້ແກ່ເຮົາຕາມເວລາໄດ້ ເຂົາຕ່າງກໍເຊື້ອເຊີນພໍ່ຄ້ານັ້ນດ້ວຍໂພຄະວ່າ ທ່ານພໍ່ຄ້າຜູ້ສະຫາຍ ແຕ່ນີ້ໄປທ່ານຈົ່ງນຳເອົາໂພຄະໄປລ້ຽງບຸຕພະຣິຍາ ແລະໃຊ້ຄືນໃຫ້ແກ່ເຮົາຕາມເວລາ. ພິກຂຸທັງຫລາຍ ພໍ່ຄ້າຊື່ວ່າເປັນຜູ້ເຖິງພ້ອມດ້ວຍບຸຄຄົລທີ່ຈະເປັນທີ່ເພິ່ງໄດ້ເປັນຢ່າງນີ້ແລ.
ພິກຂຸທັງຫລາຍ! ພໍ່ຄ້າປະກອບດ້ວຍອົງຄ໌ ໓ ປະກາຣນີ້ແລ ຍ່ອມເຖິງຄວາມມີໂພຄະຊັພຍ໌ມາກມາຍເຫລືອເຟືອບໍ່ນານເລີຍ.








