ຄຳສອນພຸດທະ - ໜ້າຈໍໂຫລດ

ສັມມັປປະທານ ໔

ໜ້າ/ 49

ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໓ ປະກາຣ ສັນນັ້ນ ເໝືອນກັນແລ ຍ່ອມເຖິງຄວາມເປັນຜູ້ມາກມູລໄພບູລໃນກຸສົລທັມທັງຫລາຍບໍ່ນານເລີຍ, ໓ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີຕາດີ, ມີທຸຣະດີ, ເຖິງພ້ອມດ້ວຍພິກຂຸທີ່ຈະເປັນທີ່ເພິ່ງໄດ້.

ພິກຂຸທັງຫລາຍ! ພິກຂຸຊື່ວ່າເປັນຜູ້ມີຕາດີເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ, ນີ້ທຸກຂະນິໂຣທ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ. ພິກຂຸທັງຫລາຍ ພິກຂຸຊື່ວ່າເປັນຜູ້ມີຕາດີເປັນຢ່າງນີ້ແລ.

ພິກຂຸທັງຫລາຍ! ພິກຂຸຊື່ວ່າເປັນຜູ້ມີທຸຣະດີເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ພິກຂຸທັງຫລາຍ ພິກຂຸຊື່ວ່າເປັນຜູ້ມີທຸຣະດີເປັນຢ່າງນີ້ແລ.

ພິກຂຸທັງຫລາຍ! ພິກຂຸຊື່ວ່າເປັນຜູ້ເຖິງພ້ອມດ້ວຍພິກຂຸທີ່ຈະເປັນທີ່ເພິ່ງໄດ້ເປັນຢ່າງໃດ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ເຂົ້າໄປຫາພິກຂຸຜູ້ເປັນພະຫູສູຕ ເປັນອາຄະຕາຄະມາ(ຊຳນານໃນທັມ) ເປັນຜູ້ຊົງທັມ ຊົງວິນັຍ ຊົງມາຕິກາ ຕາມເວລາອັນຄວນ ຍ່ອມສອບຖາມ ຍ່ອມໄຕ່ຖາມວ່າ ທ່ານຜູ້ຈະເຣີນ ພາສິຕນີ້ເປັນຢ່າງໃດ ເນື້ອຄວາມແຫ່ງພາສິຕນີ້ເປັນຢ່າງໃດ ທ່ານເຫລົ່ານັ້ນຍ່ອມເປີດເຜີຍຂໍ້ທີ່ຍັງບໍ່ໄດ້ເປີດເຜີຍ ຍ່ອມກະທຳໃຫ້ແຈ້ງຂໍ້ທີ່ຍັງບໍ່ກະທຳໃຫ້ແຈ້ງ ແລະຍ່ອມບັນເທົາຄວາມສົງສັຍໃນທັມທັງຫລາຍອັນເປັນທີ່ຕັ້ງແຫ່ງຄວາມສົງສັຍແກ່ພິກຂຸນັ້ນ. ພິກຂຸທັງຫລາຍ ພິກຂຸຊື່ວ່າເປັນຜູ້ເຖິງພ້ອມດ້ວຍພິກຂຸທີ່ຈະເປັນທີ່ເພິ່ງໄດ້ເປັນຢ່າງນີ້ແລ.

ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໓ ປະກາຣນີ້ແລ ຍ່ອມເຖິງຄວາມເປັນຜູ້ມາກມູລໄພບູລໃນກຸສົລທັມທັງຫລາຍບໍ່ນານເລີຍ.

ອັງຄຸຕຕະຣະນິກາຍ ເອກ-ທຸກະ-ຕິກະນິບາຕ ໒໐/໑໑໑-໑໑໒/໔໕໙

ທີ່ຕັ້ງແຫ່ງອະນຸສສະຕິ

ຄັ້ງນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກທ່ານພຣະອຸທາຍີມາຖາມວ່າ:

ອຸທາຍີ! ທີ່ຕັ້ງແຫ່ງອະນຸສສະຕິມີເທົ່າໃດໜໍ (ກະຕິ ນຸ ໂຂ ອຸທາຍີ ອະນຸສສະຕິຕຖານານີຕິ)?

ເມື່ອພຣະຜູ້ມີພຣະພາຄຕຣັສຖາມຢ່າງນີ້ແລ້ວ ທ່ານພຣະອຸທາຍີໄດ້ນິ້ງຢູ່.

ພຣະຜູ້ມີພຣະພາຄໄດ້ຕຣັສຖາມທ່ານພຣະອຸທາຍີເປັນຄັ້ງທີ ໒ ວ່າ:

ອຸທາຍີ! ທີ່ຕັ້ງແຫ່ງອະນຸສສະຕິມີເທົ່າໃດໜໍ?

ເມື່ອພຣະຜູ້ມີພຣະພາຄຕຣັສຖາມຢ່າງນີ້ແລ້ວ ທ່ານພຣະອຸທາຍີກໍໄດ້ນິ້ງຢູ່.

ພຣະຜູ້ມີພຣະພາຄໄດ້ຕຣັສຖາມທ່ານພຣະອຸທາຍີເປັນຄັ້ງທີ ໓ ວ່າ:

ອຸທາຍີ! ທີ່ຕັ້ງແຫ່ງອະນຸສສະຕິມີເທົ່າໃດໜໍ?

ແມ່ນແຕ່ຄັ້ງທີ ໓ ທ່ານພຣະອຸທາຍີກໍໄດ້ນິ້ງຢູ່.

ລຳດັບນັ້ນ ທ່ານພຣະອານົນທ໌ຈຶ່ງກ່າວກັບທ່ານພຣະອຸທາຍີວ່າ ທ່ານອຸທາຍີ ພຣະສາສດາຕຣັສຖາມທ່ານ. ທ່ານພຣະອຸທາຍີໄດ້ກ່າວວ່າ ທ່ານອານົນທ໌ ຂ້ານ້ອຍໄດ້ຍິນພຣະດຳຣັສຂອງ ພຣະຜູ້ມີພຣະພາຄຢູ່ ແລ້ວກຣາບທູລພຣະຜູ້ມີພຣະພາຄຕໍ່ໄປວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພິກຂຸໃນທັມວິນັຍນີ້ ຍ່ອມຣະນຶກຊາຕກ່ອນໄດ້ເປັນອັນມາກຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຄັນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຄັນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ນີ້ເປັນທີ່ຕັ້ງແຫ່ງອະນຸສສະຕິ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ