ຄຳສອນພຸດທະ - ໜ້າຈໍໂຫລດ

ສັມມັປປະທານ ໔

ໜ້າ/ 49

ພິກຂຸທັງຫລາຍ! ໂສດາບັນມີຕົນສະເໝີກັບໂສດາບັນ, ສະກະທາຄາມີມີຕົນສະເໝີກັບສະກະທາຄາມີ, ອະນາຄາມີມີຕົນສະເໝີກັບອະນາຄາມີ, ອະຣະຫັນຕ໌ມີຕົນສະເໝີກັບອະຣະຫັນຕ໌ ນີ້ເລີດກວ່າກາຣມີຕົນສະເໝີທັງຫລາຍ.

ພິກຂຸທັງຫລາຍ! ນີ້ຮຽກວ່າ ສັງຄະຫະພະລະ.

ພິກຂຸທັງຫລາຍ! ພະລະ ໔ ປະກາຣນີ້ແລ.

ພິກຂຸທັງຫລາຍ! ອະຣິຍະສາວົກຜູ້ປະກອບດ້ວຍກຳລັງ ໔ ປະກາຣນີ້ແລ ຍ່ອມກ້າວລ່ວງພັຍ ໕ ປະກາຣ, ໕ ປະກາຣເປັນຢ່າງໃດ? ຄື ອາຊີວິຕະພັຍ, ອະສິໂລກະພັຍ, ປະຣິສສາຣັຊຊະພັຍ, ມະຣະນະພັຍ, ທຸຄຄະຕິພັຍ.

ພິກຂຸທັງຫລາຍ! ອະຣິຍະສາວົກນັ້ນແລ ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ເຮົາບໍ່ກົວຕໍ່ພັຍອັນເນື່ອງດ້ວຍຊີວິຕ ເຫຕໃດເຮົາຈັກກົວຕໍ່ພັຍອັນເນື່ອງດ້ວຍຊີວິຕ ເພາະເຮົາມີກຳລັງ ໔ ປະກາຣຄື ກຳລັງຄືປັນຍາ, ກຳລັງຄືຄວາມພຽນ, ກຳລັງຄືກາຣກະທຳທີ່ບໍ່ມີໂທສ, ກຳລັງຄືກາຣສົງເຄາະ ຄົນທີ່ມີປັນຍາຊາມແລ ຈຶ່ງກົວຕໍ່ພັຍອັນເນື່ອງດ້ວຍຊີວິຕ, ຄົນກຽດຄ້ານແລ ຈຶ່ງກົວຕໍ່ພັຍອັນເນື່ອງດ້ວຍຊີວິຕ ຄືກົວຕໍ່ພັຍອັນເນື່ອງດ້ວຍຊີວິຕເພາະກາຣກະທຳທາງກາຍທີ່ມີໂທສ, ກາຣກະທຳທາງວາຈາທີ່ມີໂທສ, ກາຣກະທຳທາງໃຈທີ່ມີໂທສ, ຄົນທີ່ບໍ່ສົງເຄາະໃຜກໍກົວຕໍ່ພັຍອັນເນື່ອງດ້ວຍຊີວິຕ.

ເຮົາບໍ່ກົວຕໍ່ພັຍຄືກາຣຕິຕຽນ ເຫຕໃດເຮົາຈັກກົວຕໍ່ພັຍຄືກາຣຕິຕຽນ ເພາະເຮົາມີກຳລັງ ໔ ປະກາຣຄື ກຳລັງຄືປັນຍາ, ກຳລັງຄືຄວາມພຽນ, ກຳລັງຄືກາຣກະທຳທີ່ບໍ່ມີໂທສ, ກຳລັງຄືກາຣສົງເຄາະ ຄົນທີ່ມີປັນຍາຊາມແລ ຈຶ່ງກົວຕໍ່ພັຍຄືກາຣຕິຕຽນ, ຄົນກຽດຄ້ານແລ ຈຶ່ງກົວຕໍ່ພັຍຄືກາຣຕິຕຽນ ຄືກົວຕໍ່ພັຍຄືກາຣຕິຕຽນເພາະກາຣກະທຳທາງກາຍທີ່ມີໂທສ, ກາຣກະທຳທາງວາຈາທີ່ມີໂທສ, ກາຣກະທຳທາງໃຈທີ່ມີໂທສ, ຄົນທີ່ບໍ່ສົງເຄາະໃຜກໍກົວຕໍ່ພັຍຄືກາຣຕິຕຽນ.

ເຮົາບໍ່ກົວຕໍ່ພັຍຄືຄວາມສະທົກສະທ້ານໃນບໍຣິສັທ ເຫຕໃດເຮົາຈັກກົວຕໍ່ພັຍຄືຄວາມສະທົກສະທ້ານໃນບໍຣິສັທ ເພາະເຮົາມີກຳລັງ ໔ ປະກາຣຄື ກຳລັງຄືປັນຍາ, ກຳລັງຄືຄວາມພຽນ, ກຳລັງຄືກາຣກະທຳທີ່ບໍ່ມີໂທສ, ກຳລັງຄືກາຣສົງເຄາະ ຄົນທີ່ມີປັນຍາຊາມແລ ຈຶ່ງກົວຕໍ່ພັຍຄືຄວາມສະທົກສະທ້ານໃນບໍຣິສັທຄົນກຽດຄ້ານແລ ຈຶ່ງກົວຕໍ່ພັຍຄືຄວາມສະທົກສະທ້ານໃນບໍຣິສັທ ຄືກົວຕໍ່ພັຍຄືຄວາມສະທົກສະທ້ານໃນບໍຣິສັທເພາະກາຣກະທຳທາງກາຍທີ່ມີໂທສ, ກາຣກະທຳທາງວາຈາທີ່ມີໂທສ, ກາຣກະທຳທາງໃຈທີ່ມີໂທສ, ຄົນທີ່ບໍ່ສົງເຄາະໃຜກໍກົວຕໍ່ພັຍຄືຄວາມສະທົກສະທ້ານໃນບໍຣິສັທ.

ເຮົາບໍ່ກົວຕໍ່ພັຍຄືຄວາມຕາຍ ເຫຕໃດເຮົາຈັກກົວຕໍ່ພັຍຄືຄວາມຕາຍ ເພາະເຮົາມີກຳລັງ ໔ ປະກາຣຄື ກຳລັງຄືປັນຍາ, ກຳລັງຄືຄວາມພຽນ, ກຳລັງຄືກາຣກະທຳທີ່ບໍ່ມີໂທສ, ກຳລັງຄືກາຣສົງເຄາະ ຄົນທີ່ມີປັນຍາຊາມແລ ຈຶ່ງກົວຕໍ່ພັຍຄືຄວາມຕາຍ, ຄົນກຽດຄ້ານແລ ຈຶ່ງກົວຕໍ່ພັຍຄືຄວາມຕາຍ ຄືກົວຕໍ່ພັຍຄືຄວາມຕາຍເພາະກາຣກະທຳທາງກາຍທີ່ມີໂທສ, ກາຣກະທຳທາງວາຈາທີ່ມີໂທສ, ກາຣກະທຳທາງໃຈທີ່ມີໂທສ, ຄົນທີ່ບໍ່ສົງເຄາະໃຜກໍກົວຕໍ່ພັຍຄືຄວາມຕາຍ.

ເຮົາບໍ່ກົວຕໍ່ພັຍຄືທຸຄະຕິ ເຫຕໃດເຮົາຈັກກົວຕໍ່ພັຍຄືທຸຄະຕິ ເພາະເຮົາມີກຳລັງ ໔ ປະກາຣຄື ກຳລັງຄືປັນຍາ, ກຳລັງຄືຄວາມພຽນ, ກຳລັງຄືກາຣກະທຳທີ່ບໍ່ມີໂທສ, ກຳລັງຄືກາຣສົງເຄາະ ຄົນທີ່ມີປັນຍາຊາມແລ ຈຶ່ງກົວຕໍ່ພັຍຄືທຸຄະຕິ, ຄົນກຽດຄ້ານແລ ຈຶ່ງກົວຕໍ່ພັຍຄືທຸຄະຕິ ຄືກົວຕໍ່ພັຍຄືທຸຄະຕິເພາະກາຣກະທຳທາງກາຍທີ່ມີໂທສ, ກາຣກະທຳທາງວາຈາທີ່ມີໂທສກາຣກະທຳທາງໃຈທີ່ມີໂທສ, ຄົນທີ່ບໍ່ສົງເຄາະໃຜກໍກົວຕໍ່ພັຍຄືທຸຄະຕິ.

ພິກຂຸທັງຫລາຍ! ອະຣິຍະສາວົກຜູ້ປະກອບດ້ວຍກຳລັງ ໔ ປະກາຣນີ້ແລ ຍ່ອມກ້າວລ່ວງພັຍ ໕ ປະກາຣນີ້.

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໙໒-໒໙໓/໒໐໙

ອັງຄຸຕຕະຣະນິກາຍ ເອກ-ທຸກະ-ຕິກະນິບາຕ ໒໐/໑໑໐-໑໑໑/໔໕໘

ອະທິສຖານສະມາທິນິມິຕໂດຍເຄົາຣົພ ສົມຄວນຈະບັນລຸກຸສົລທັມທີ່ຍັງບໍ່ໄດ້ບັນລຸ ຫລືເພື່ອກະທຳກຸສົລທັມທີ່ໄດ້ບັນລຸແລ້ວໃຫ້ຈະເຣີນຫລາຍຂຶ້ນ

ພິກຂຸທັງຫລາຍ! ພໍ່ຄ້າປະກອບດ້ວຍອົງຄ໌ ໓ ປະກາຣ ບໍ່ຄວນຈະໄດ້ໂພຄະຊັພຍ໌ທີ່ຍັງບໍ່ໄດ້ ຫລືກະທຳໂພຄະຊັພຍ໌ທີ່ໄດ້ແລ້ວໃຫ້ທະວີຫລາຍຂຶ້ນ. ອົງຄ໌ ໓ ປະກາຣເປັນຢ່າງໃດ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ