ສັມມັປປະທານ ໔
ໜ້າ/ 49
ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ວິຣິຍະພະລະ.
ພິກຂຸທັງຫລາຍ! ກໍກຳລັງຄືປັນຍາເປັນຢ່າງໃດ?
ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພິກຂຸທັງຫລາຍ ນີ້ຮຽກວ່າ ປັນຍາພະລະ.
ພິກຂຸທັງຫລາຍ! ກຳລັງຂອງເສຂະບຸຄຄົລ ໕ ປະກາຣນີ້ແລ.
ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກເປັນຜູ້ປະກອບດ້ວຍກຳລັງຄືສັທທາ, ກຳລັງຄືຫິຣິ, ກຳລັງຄືໂອຕຕັປປະ, ກຳລັງຄືວິຣິຍະ, ກຳລັງຄືປັນຍາ ອັນເປັນກຳລັງຂອງເສຂະບຸຄຄົລ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒/໒
ອະຣິຍະສາວົກຜູ້ປະກອບດ້ວຍກຳລັງ ໔ ປະກາຣ ຍ່ອມກ້າວລ່ວງພັຍ ໕ ປະກາຣ
ພິກຂຸທັງຫລາຍ! ພະລະ ໔ ປະກາຣນີ້, ໔ ປະກາຣເປັນຢ່າງໃດ? ຄື:
ປັນຍາພະລະ,
ວິຣິຍະພະລະ,
ອະນະວັຊຊະພະລະ,
ສັງຄະຫະພະລະ.
ພິກຂຸທັງຫລາຍ! ປັນຍາພະລະເປັນຢ່າງໃດ?
ທັມເຫລົ່າໃດເປັນກຸສົລ ນັບວ່າເປັນກຸສົລ(ພິຈາຣະນາເຫັນວ່າເປັນກຸສົລ), ທັມເຫລົ່າໃດເປັນອະກຸສົລ ນັບວ່າເປັນອະກຸສົລ, ທັມເຫລົ່າໃດມີໂທສ ນັບວ່າມີໂທສ, ທັມເຫລົ່າໃດບໍ່ມີໂທສ ນັບວ່າບໍ່ມີໂທສ, ທັມເຫລົ່າໃດດຳ ນັບວ່າດຳ, ທັມເຫລົ່າໃດຂາວ ນັບວ່າຂາວ, ທັມເຫລົ່າໃດບໍ່ຄວນເສພ ນັບວ່າບໍ່ຄວນເສພ, ທັມເຫລົ່າໃດຄວນເສພ ນັບວ່າຄວນເສພ, ທັມເຫລົ່າໃດບໍ່ສາມາດກະທຳຄວາມເປັນອະຣິຍະ ນັບວ່າບໍ່ສາມາດກະທຳຄວາມເປັນອະຣິຍະ, ທັມເຫລົ່າໃດສາມາດກະທຳຄວາມເປັນອະຣິຍະ ນັບວ່າສາມາດກະທຳຄວາມເປັນອະຣິຍະ. ທັມເຫລົ່ານັ້ນເປັນທັມອັນບຸຄຄົລເຫັນແຈ້ງ ຮັບຮູ້ໄດ້ດ້ວຍປັນຍາ. ພິກຂຸທັງຫລາຍ ນີ້ຮຽກວ່າ ປັນຍາພະລະ.
ພິກຂຸທັງຫລາຍ! ວິຣິຍະພະລະເປັນຢ່າງໃດ?
ທັມເຫລົ່າໃດເປັນອະກຸສົລ ນັບວ່າເປັນອະກຸສົລ, ທັມເຫລົ່າໃດມີໂທສ ນັບວ່າມີໂທສ, ທັມເຫລົ່າໃດດຳ ນັບວ່າດຳ, ທັມເຫລົ່າໃດບໍ່ຄວນເສພ ນັບວ່າບໍ່ຄວນເສພ, ທັມເຫລົ່າໃດບໍ່ສາມາດກະທຳຄວາມເປັນອະຣິຍະ ນັບວ່າບໍ່ສາມາດກະທຳຄວາມເປັນອະຣິຍະ, ບຸຄຄົລຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະທັມເຫລົ່ານັ້ນ. ທັມເຫລົ່າໃດເປັນກຸສົລ ນັບວ່າເປັນກຸສົລ, ທັມເຫລົ່າໃດບໍ່ມີໂທສ ນັບວ່າບໍ່ມີໂທສ, ທັມເຫລົ່າໃດຂາວ ນັບວ່າຂາວ, ທັມເຫລົ່າໃດຄວນເສພ ນັບວ່າຄວນເສພ, ທັມເຫລົ່າໃດສາມາດກະທຳຄວາມເປັນອະຣິຍະ ນັບວ່າສາມາດກະທຳຄວາມເປັນອະຣິຍະ, ບຸຄຄົລຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອໃຫ້ໄດ້ມາເຊິ່ງທັມເຫລົ່ານັ້ນ. ພິກຂຸທັງຫລາຍ ນີ້ຮຽກວ່າ ວິຣິຍະພະລະ.
ພິກຂຸທັງຫລາຍ! ອະນະວັຊຊະພະລະເປັນຢ່າງໃດ?
ພິກຂຸທັງຫລາຍ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບດ້ວຍກາຍກັມທີ່ບໍ່ມີໂທສ, ເປັນຜູ້ປະກອບດ້ວຍວະຈີກັມທີ່ບໍ່ມີໂທສ, ເປັນຜູ້ປະກອບດ້ວຍມະໂນກັມທີ່ບໍ່ມີໂທສ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະນະວັຊຊະພະລະ.
ພິກຂຸທັງຫລາຍ! ສັງຄະຫະພະລະເປັນຢ່າງໃດ?
ພິກຂຸທັງຫລາຍ! ສັງຄະຫະວັຕຖຸ ໔ ປະກາຣນີ້ ຄື: ທານ, ເປີຍຍະວັຊຊະ, ອັຕຖະຈະຣິຍາ, ສະມານັຕຕະຕາ.
ພິກຂຸທັງຫລາຍ! ທັມມະທານເລີດກວ່າທານທັງຫລາຍ.
ພິກຂຸທັງຫລາຍ! ກາຣສະແດງທັມເນື່ອງໆແກ່ບຸຄຄົລຜູ້ຕ້ອງກາຣ ຜູ້ງ່ຽງໂສຕະລົງຟັງ ນີ້ເລີດກວ່າກາຣເວົ້າຖ້ອຍຄຳອັນເປັນທີ່ຮັກ.
ພິກຂຸທັງຫລາຍ! ກາຣຊັກຊວນຜູ້ບໍ່ມີສັທທາໃຫ້ຕັ້ງໝັ້ນດຳຣົງຢູ່ໃນສັທທາສັມປະທາ, ຊັກຊວນຜູ້ທຸສີລໃຫ້ຕັ້ງໝັ້ນດຳຣົງຢູ່ໃນສີລສັມປະທາ, ຊັກຊວນຜູ້ມີມັຈສະຣິຍະໃຫ້ຕັ້ງໝັ້ນດຳຣົງຢູ່ໃນຈາຄະສັມປະທາ, ຊັກຊວນຜູ້ມີປັນຍາຊາມໃຫ້ຕັ້ງໝັ້ນດຳຣົງຢູ່ໃນປັນຍາສັມປະທາ ນີ້ເລີດກວ່າກາຣປະພຶຕປະໂຍຊນ໌ທັງຫລາຍ.








