ສັມມັປປະທານ ໔
ໜ້າ/ 49
ມະຫານາມະ! ຢ່າງໃດ ອະຣິຍະສາວົກຈຶ່ງຊື່ວ່າເປັນຜູ້ປະກອບຄວາມພຽນເຄື່ອງຕື່ນຢູ່? ມະຫານາມະ ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຊຳຣະຈິຕໃຫ້ຜ່ອງໃສສິ້ນເຊິງຈາກກິເລສທີ່ກັ້ນຈິຕດ້ວຍກາຣເດີນຈົງກົມ ດ້ວຍກາຣນັ່ງຕລອດວັນ, ຄັນເຖິງຍາມທຳອິດແຫ່ງຣາຕຣີ ກໍຊຳຣະຈິຕໃຫ້ຜ່ອງໃສສິ້ນເຊິງຈາກກິເລສທີ່ກັ້ນຈິຕດ້ວຍກາຣເດີນຈົງກົມແລະດ້ວຍກາຣນັ່ງອີກ, ຄັນເຖິງຍາມທ່ຽງແຫ່ງຣາຕຣີ ຍ່ອມສຳເຣັຈກາຣນອນຢ່າງຣາຊະສີຄື ຕະແຄງຂ້າງຂວາ ປາທາຊ້ອນປາທາ ຕັ້ງສະຕິສັມປະຊັນຍະໃນກາຣທີ່ຈະລຸກຂຶ້ນ, ຄັນເຖິງຍາມສຸດທ້າຍແຫ່ງຣາຕຣີ ກັບລຸກຂຶ້ນແລ້ວ ກໍຊຳຣະຈິຕໃຫ້ຜ່ອງໃສສິ້ນເຊິງຈາກກິເລສທີ່ກັ້ນຈິຕດ້ວຍກາຣເດີນຈົງກົມແລະດ້ວຍກາຣນັ່ງອີກ. ມະຫານາມະ ຢ່າງນີ້ແລ ອະຣິຍະສາວົກຊື່ວ່າເປັນຜູ້ປະກອບຄວາມພຽນເຄື່ອງຕື່ນຢູ່.
ມະຫານາມະ! ຢ່າງໃດ ອະຣິຍະສາວົກຈຶ່ງຊື່ວ່າເປັນຜູ້ປະກອບດ້ວຍສັປປຸຣິສະທັມ ໗ ປະກາຣ?
ມະຫານາມະ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອພຣະປັນຍາກາຣຕຣັສຮູ້ຂອງພຣະຕະຖາຄົຕວ່າ ເພາະເຫຕນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ.
ເປັນຜູ້ມີຫິຣິ ຍ່ອມລະອາຍຕໍ່ກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມລະອາຍຕໍ່ກາຣປະກອບທັມອັນເປັນບາບອະກຸສົລທັງຫລາຍ.
ເປັນຜູ້ມີໂອຕຕັປປະ ຍ່ອມຢ້ານກົວຕໍ່ກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມຢ້ານກົວຕໍ່ກາຣປະກອບທັມອັນເປັນບາບອະກຸສົລທັງຫລາຍ.
ເປັນພະຫູສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ຟັງຫລາຍ ຊົງຈຳໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິເຊິ່ງທັມທັງຫລາຍ ອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ.
ເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ.
ເປັນຜູ້ມີສະຕິ ປະກອບດ້ວຍສະຕິເປັນເຄື່ອງຮັກສາຕົນຢ່າງຍິ່ງ ຍ່ອມຕາມຣະນຶກເຖິງກັມທີ່ໄດ້ກະທຳ ແລະຄຳທີ່ໄດ້ເວົ້າແມ່ນແຕ່ນານໄດ້.
ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ.
ມະຫານາມະ! ຢ່າງນີ້ແລ ອະຣິຍະສາວົກຊື່ວ່າເປັນຜູ້ປະກອບດ້ວຍສັປປຸຣິສະທັມ ໗ ປະກາຣ.
ມະຫານາມະ! ຢ່າງໃດ ອະຣິຍະສາວົກຈຶ່ງຊື່ວ່າເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ທີ່ມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ?
ມະຫານາມະ! ອະຣິຍະສາວົກໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;
ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;
ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສເວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.
ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.
ມະຫານາມະ! ຢ່າງນີ້ແລ ອະຣິຍະສາວົກຊື່ວ່າ ເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ທີ່ມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ.








