ຄຳສອນພຸດທະ - ໜ້າຈໍໂຫລດ

ສັມມັປປະທານ ໔

ໜ້າ/ 49

ມະຫານາມະ! ເພາະອະຣິຍະສາວົກເປັນຜູ້ເຖິງພ້ອມດ້ວຍສີລຢ່າງນີ້ ຄຸ້ມຄອງທະວາຣໃນອິນຊີທັງຫລາຍຢ່າງນີ້ ຮູ້ຈັກປະມານໃນໂພຊະນະຢ່າງນີ້ ປະກອບຄວາມພຽນເຄື່ອງຕື່ນຢູ່ຢ່າງນີ້ ປະກອບດ້ວຍສັປປຸຣິສະທັມ ໗ ປະກາຣຢ່າງນີ້ ເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ທີ່ມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມຢ່າງນີ້ ບັນດິຕຈຶ່ງກ່າວອະຣິຍະສາວົກນີ້ວ່າ ເປັນຜູ້ມີເສຂະປະຕິປະທາ ເຖິງພ້ອມດ້ວຍຄຸນທັມເຊິ່ງເປັນເໝືອນ ໜ່ວຍໄຂ່ທີ່ບໍ່ເນົ່າ ຄວນຈະຊຳແຣກກິເລສ ຄວນຈະຕຣັສຮູ້ ຄວນຈະບັນລຸທັມອັນປອດໂປ່ງຈາກກິເລສ ອັນບໍ່ມີທັມອື່ນຍິ່ງກວ່າ.

ປຽບເໝືອນໜ່ວຍໄຂ່ ໘ ໜ່ວຍແດ່, ໑໐ ໜ່ວຍແດ່ ໑໒ ໜ່ວຍແດ່, ໄຂ່ເຫລົ່ານັ້ນອັນແມ່ໄກ່ຕຸ້ມດີ ໃຫ້ຄວາມອົບອຸ່ນພຽງພໍ ຟັກດີແລ້ວ ເຖິງແມ່ໄກ່ນັ້ນຈະບໍ່ມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ຂໍລູກຂອງເຮົາຈົ່ງໃຊ້ປາຍເລັບຕີນ ຫລືງອຍປາກເຈາະເປືອກໄຂ່ ຟັກຕົວອອກມາດ້ວຍຄວາມສວັສດີກໍຈິງ ແຕ່ລູກໄກ່ເຫລົ່ານັ້ນກໍສາມາດທີ່ຈະໃຊ້ປາຍເລັບຕີນ ຫລືງອຍປາກເຈາະເປືອກໄຂ່ ຟັກຕົວອອກມາດ້ວຍຄວາມສວັສດີໄດ້ ສັນໃດ, ມະຫານາມະ ອະຣິຍະສາວົກນັ້ນກໍສັນນັ້ນ ທ່ານເປັນຜູ້ເຖິງພ້ອມດ້ວຍສີລຢ່າງນີ້ ຄຸ້ມຄອງທະວາຣໃນອິນຊີທັງຫລາຍຢ່າງນີ້ ຮູ້ຈັກປະມານໃນໂພຊະນະຢ່າງນີ້ ປະກອບຄວາມພຽນເຄື່ອງຕື່ນຢູ່ຢ່າງນີ້ ປະກອບດ້ວຍສັປປຸຣິສະທັມ ໗ ປະກາຣຢ່າງນີ້ ເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ທີ່ມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມຢ່າງນີ້ ບັນດິຕຈຶ່ງກ່າວອະຣິຍະສາວົກນີ້ວ່າ ເປັນຜູ້ມີເສຂະປະຕິປະທາ ເຖິງພ້ອມດ້ວຍຄຸນທັມເຊິ່ງເປັນເໝືອນໜ່ວຍໄຂ່ທີ່ບໍ່ເນົ່າ ຄວນຈະຊຳແຣກກິເລສ ຄວນຈະຕຣັສຮູ້ ຄວນຈະບັນລຸທັມອັນປອດໂປ່ງຈາກກິເລສ ອັນບໍ່ມີທັມອື່ນຍິ່ງກວ່າ.

ມະຫານາມະ! ອະຣິຍະສາວົກນັ້ນ ອາສັຍຈະຕຸຕຖະຊານ ມີອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່ ອັນບໍ່ມີສິ່ງອື່ນຍິ່ງກວ່າ ຍ່ອມຣະນຶກຊາຕກ່ອນໄດ້ເປັນອັນມາກຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຄັນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຄັນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້. ມະຫານາມະ ຂໍ້ນີ້ເປັນຄວາມແຕກສານແຫ່ງຊານ(ອະຍະມັສສະ ປະຖະມາພິນິພພິທາ ໂຫຕິ)ຂໍ້ທີ ໑ ຂອງອະຣິຍະສາວົກນັ້ນ ປຽບເໝືອນລູກໄກ່ເຈາະເປືອກໄຂ່ອອກ ສັນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ