ສັມມັປປະທານ ໔
ໜ້າ/ 49
ລຳດັບນັ້ນ ທ່ານພຣະອານົນທ໌ເຊີນທ້າວມະຫານາມະສັກກະຍະມາວ່າ ມະຫານາມະ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ເຖິງພ້ອມດ້ວຍສີລ ຄຸ້ມຄອງທະວາຣໃນອິນຊີທັງຫລາຍ ຮູ້ປະມານໃນໂພຊະນະ ປະກອບຄວາມພຽນເຄື່ອງຕື່ນຢູ່ ປະກອບດ້ວຍສັປປຸຣິສະທັມ ໗ ປະກາຣ ເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ທີ່ມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ.
ມະຫານາມະ! ຢ່າງໃດ ອະຣິຍະສາວົກຈຶ່ງຊື່ວ່າເປັນຜູ້ເຖິງພ້ອມດ້ວຍສີລ? ມະຫານາມະ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສີລ ສັງຣວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍອາຈາຣະແລະໂຄຈອຣ ມີປົກກະຕິເຫັນພັຍໃນໂທສແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍ. ມະຫານາມະ ຢ່າງນີ້ແລ ອະຣິຍະສາວົກຊື່ວ່າເປັນຜູ້ເຖິງພ້ອມດ້ວຍສີລ.
ມະຫານາມະ! ຢ່າງໃດ ອະຣິຍະສາວົກຈຶ່ງຊື່ວ່າເປັນຜູ້ຄຸ້ມຄອງທະວາຣໃນອິນຊີທັງຫລາຍ? ມະຫານາມະ ອະຣິຍະສາວົກໃນທັມວິນັຍນີ້ ເຫັນຣູປດ້ວຍຈັກຂຸແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມຈັກຂຸນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາຈັກຂຸນທຣີຍ໌ ເຖິງຄວາມສັງຣວມໃນຈັກຂຸນທຣີຍ໌.
ຟັງສຽງດ້ວຍໂສຕະແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມໂສຕິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາໂສຕິນທຣີຍ໌ ເຖິງຄວາມສັງຣວມໃນໂສຕິນທຣີຍ໌.
ດົມກິ່ນດ້ວຍຄານະແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມຄານິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາຄານິນທຣີຍ໌ ເຖິງຄວາມສັງຣວມໃນຄານິນທຣີຍ໌.
ຊິມຣົສດ້ວຍຊິວຫາແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມຊິວຫິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາຊິວຫິນທຣີຍ໌ ເຖິງຄວາມສັງຣວມໃນຊິວຫິນທຣີຍ໌.
ຖືກຕ້ອງໂຜຕຖັພພະດ້ວຍກາຍແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມກາຍິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາກາຍິນທຣີຍ໌ ເຖິງຄວາມສັງຣວມໃນກາຍິນທຣີຍ໌.
ຮູ້ທັມທັງຫລາຍດ້ວຍໃຈແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ຍ່ອມປະຕິບັຕເພື່ອສັງຣວມມະນິນທຣີຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຍ່ອມເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຍ່ອມຮັກສາມະນິນທຣີຍ໌ ເຖິງຄວາມສັງຣວມໃນມະນິນທຣີຍ໌.
ມະຫານາມະ! ຢ່າງນີ້ແລ ອະຣິຍະສາວົກຊື່ວ່າເປັນຜູ້ຄຸ້ມຄອງທະວາຣໃນອິນຊີທັງຫລາຍ.
ມະຫານາມະ! ຢ່າງໃດ ອະຣິຍະສາວົກຈຶ່ງຊື່ວ່າເປັນຜູ້ຮູ້ປະມານໃນໂພຊະນະ? ມະຫານາມະ ອະຣິຍະສາວົກໃນທັມວິນັຍນີ້ ພິຈາຣະນາໂດຍລະອຽດແລ້ວຈຶ່ງສັນອາຫາຣ ບໍ່ສັນເພື່ອຫລິ້ນ ບໍ່ສັນເພື່ອມົວເມົາ ບໍ່ສັນເພື່ອປະດັບ ບໍ່ສັນເພື່ອຕົກແຕ່ງ ແຕ່ສັນພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້ ເພື່ອໃຫ້ຊີວິຕເປັນໄປ ເພື່ອປ້ອງກັນຄວາມລຳບາກ ເພື່ອອະນຸເຄາະພຣົມມະຈັນຍ໌ ໂດຍກຳນົດຮູ້ວ່າ ເຮົາຈັກກຳຈັດເວທະນາເກົ່າ(ຄືຄວາມຫິວ) ເສຍ ແລ້ວບໍ່ກະທໍາເວທະນາໃໝ່(ຄືອິ່ມຈົນອຶດອັດ) ໃຫ້ເກີດຂຶ້ນ ຄວາມທີ່ອາຍຸດຳເນີນໄປໄດ້ ຄວາມບໍ່ມີໂທສເພາະອາຫາຣ ແລະຄວາມຢູ່ຜາສຸກສຳຣານຈະມີແກ່ເຮົາດັ່ງນີ້. ມະຫານາມະ ຢ່າງນີ້ແລ ອະຣິຍະສາວົກຊື່ວ່າເປັນຜູ້ຮູ້ປະມານໃນໂພຊະນະ.








