ສັມມັປປະທານ ໔
ໜ້າ/ 49
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຫາຍຈາກອາພາທແລ້ວ ແຕ່ຍັງຫາຍບໍ່ດົນ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາຫາຍຈາກອາພາທແລ້ວ ແຕ່ຍັງຫາຍບໍ່ດົນ ກາຣທີ່ອາພາທຂອງເຮົາຈະກັບກຳເຣີບນັ້ນເປັນຖານະທີ່ຈະມີໄດ້ ສະນັ້ນ ເຮົາຈະຟ້າວ ປຣາຣົພຄວາມພຽນເສຍກ່ອນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ ເຂົາປຣາຣົພຄວາມພຽນເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນອາຣັພພະວັຕຖຸປະກາຣທີ ໘.
ພິກຂຸທັງຫລາຍ! ອາຣັພພະວັຕຖຸ ໘ ປະກາຣນີ້ແລ.
ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ ນະວະກະນິບາຕ
໒໓/໒໖໘/໑໘໖
ເສຂະປະຕິປະທາ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ນິໂຄທາຣາມ ເຂຕເມືອງກະບິລພັສ ແຄວ້ນສັກກະ. ກໍສມັຍນັ້ນ ສັນຖາຄາຣໃໝ່ທີ່ພວກເຈົ້າສັກກະຍະເມືອງກະບິລພັສໃຫ້ສ້າງແລ້ວບໍ່ນານ ອັນສະມະນະພຣາມນ໌ຫລືມະນຸສຜູ້ໃດຜູ້ໜຶ່ງຍັງບໍ່ເຄີຍຢູ່ເລີຍ. ຄັ້ງນັ້ນ ພວກເຈົ້າສັກກະຍະເມືອງກະບິລພັສ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ສັນຖາຄາຣໃໝ່ທີ່ພວກເຈົ້າສັກກະຍະເມືອງກະບິລພັສໃຫ້ສ້າງແລ້ວບໍ່ນານ ອັນສະມະນະພຣາມນ໌ຫລືມະນຸສຜູ້ໃດຜູ້ໜຶ່ງຍັງບໍ່ເຄີຍຢູ່ເລີຍ ຂໍນິມົນພຣະຜູ້ມີພຣະພາຄຊົງບໍຣິໂພຄສັນຖາຄາຣນັ້ນເປັນປະຖົມເຣີກ ພຣະຜູ້ມີພຣະພາຄຊົງບໍຣິໂພຄເປັນປະຖົມເຣີກແລ້ວ ພວກເຈົ້າສັກກະຍະເມືອງກະບິລພັສຈັກບໍຣິໂພຄພາຍຫລັງ ຂໍ້ນັ້ນຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ພວກເຈົ້າສັກກະຍະເມືອງກະບິລພັສສິ້ນກາລນານ. ພຣະຜູ້ມີພຣະພາຄຊົງຮັບດ້ວຍດຸສນີພາບ.
ລຳດັບນັ້ນ ພວກເຈົ້າສັກກະຍະເມືອງກະບິລພັສຊາບກາຣຮັບຂອງພຣະຜູ້ມີພຣະພາຄແລ້ວ ລຸກຂຶ້ນຈາກອາສະນະ ຖວາຍບັງຄົມພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວເຂົ້າໄປຍັງສັນຖາຄາຣໃໝ່ ແລ້ວສັ່ງໃຫ້ປູລາດສັນຖາຄາຣໃຫ້ມີເຄື່ອງລາດທຸກແຫ່ງ ໃຫ້ແຕ່ງຕັ້ງອາສະນະ ໃຫ້ຕັ້ງໝໍ້ນ້ຳ ໃຫ້ຕາມປະທີປນ້ຳມັນ ແລ້ວເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ຢືນໃນທີ່ຄວນສ່ວນຂ້າງໜຶ່ງ ແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍທັງຫລາຍປູລາດສັນຖາຄາຣໃຫ້ມີເຄື່ອງລາດທຸກແຫ່ງແລ້ວ ແຕ່ງຕັ້ງອາສະນະ ຕັ້ງໝໍ້ນ້ຳ ຕາມປະທີປນ້ຳມັນແລ້ວ ບັດນີ້ ຂໍພຣະຜູ້ມີພຣະພາຄຈົ່ງຊົງຊາບກາລອັນຄວນເຖີດ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງນຸ່ງແລ້ວ ຊົງຖືບາຕແລະຈີວອຣ ພ້ອມດ້ວຍພິກຂຸສົງຄ໌ ສະເດັຈເຂົ້າໄປຍັງສັນຖາຄາຣ ໃໝ່ ຊົງຊຳຣະພຣະບາທແລ້ວ ສະເດັຈເຂົ້າໄປສູ່ສັນຖາຄາຣ ປະທັບນັ່ງອີງເສົາກາງ ຊົງຜິນພຣະພັກໄປທາງທິສບູຣະພາ ແມ່ນແຕ່ພຣະພິກຂຸສົງຄ໌ຊຳຣະເທົ້າແລ້ວ ກໍເຂົ້າໄປສູ່ສັນຖາຄາຣ ແລ້ວນັ່ງອີງຝາດ້ານທິສປັຈຈິມ ຜິນໜ້າໄປທາງທິສບູຣະພາ ແວດລ້ອມພຣະຜູ້ມີພຣະພາຄ. ແມ່ນແຕ່ພວກເຈົ້າສັກກະຍະເມືອງກະບິລພັສ ຊຳຣະພຣະບາທແລ້ວ ກໍສະເດັຈເຂົ້າໄປສູ່ສັນຖາຄາຣ ປະທັບນັ່ງອີງຝາດ້ານທິສບູຣະພາ ຜິນພຣະພັກໄປທາງທິສປັຈຈິມ ແວດລ້ອມພຣະຜູ້ມີພຣະພາຄ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງຍັງພວກເຈົ້າສັກກະຍະເມືອງກະບິລພັສໃຫ້ເຫັນແຈ້ງ ໃຫ້ສະມາທານ ໃຫ້ອາດຫານ ໃຫ້ຣ່າເຣິງດ້ວຍທັມມິກະຖາຕລອດຣາຕຣີເປັນອັນມາກ ແລ້ວຕຣັສຮຽກທ່ານພຣະອານົນທ໌ມາວ່າ:
ອານົນທ໌! ປະຕິປະທາຂອງເສຂະບຸຄຄົລຈົ່ງແຈ່ມແຈ້ງກັບເຈົ້າເຖີດ ເພື່ອພວກເຈົ້າສັກກະຍະເມືອງກະບິລພັສ ເຮົາເມື່ອຍຫລັງ ເຮົາຈັກຢຽດຫລັງ.
ທ່ານພຣະອານົນທ໌ທູລຮັບພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໂປດໃຫ້ປູລາດຜ້າສັງຄາຕິເປັນ ໔ ຊັ້ນ ສຳເຣັຈສີຫະໄສຍາດ້ວຍພຣະປຣັສເບື້ອງຂວາ ຊົງຊ້ອນພຣະບາທເຫລື່ອມພຣະບາທ ມີພຣະສະຕິສັມປະຊັນຍະ ຊົງມະນະສິກາຣສັນຍາໃນກາຣທີ່ຈະລຸກຂຶ້ນ.








