ສັມມັປປະທານ ໔

ໜ້າ/ 49

ພິກຂຸທັງຫລາຍ! ສມັຍທີ່ບໍ່ຄວນແກ່ກາຣບຳເພັນພຽນ ໕ ປະກາຣນີ້ແລ.

ພິກຂຸທັງຫລາຍ! ສມັຍທີ່ຄວນແກ່ກາຣບຳເພັນພຽນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຄົນໜຸ່ມແໜ້ນ ມີຜົມດຳສນິທ ປະກອບດ້ວຍຄວາມເປັນໜຸ່ມ ຕັ້ງຢູ່ໃນປະຖົມວັຍ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ຄວນແກ່ກາຣບຳເພັນພຽນປະກາຣທີ ໑.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີອາພາທໜ້ອຍ ມີໂຣຄເບົາບາງ ປະກອບດ້ວຍໄຟທາຕທີ່ມີຜົລສະໝ່ຳສະເໝີ ບໍ່ເຢັນຫລາຍ ບໍ່ຮ້ອນຫລາຍ ພໍປານກາງ ຄວນແກ່ກາຣບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ຄວນແກ່ກາຣບຳເພັນພຽນປະກາຣທີ ໒.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ມີພິກສາດີ ບິນທະບາຕຫາໄດ້ງ່າຍ ສະດວກແກ່ກາຣຍັງອັຕຕະພາບໃຫ້ເປັນໄປໄດ້ດ້ວຍກາຣສະແຫວງຫາບິນທະບາຕ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ຄວນແກ່ກາຣບຳເພັນພຽນປະກາຣທີ ໓.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ມະນຸສທັງຫລາຍພ້ອມພຽງກັນ ຍິນດີຕໍ່ກັນ ບໍ່ວິວາທກັນ ເປັນເໝືອນດັ່ງນ້ຳນົມກັບນ້ຳ ມອງດູກັນແລະກັນດ້ວຍສາຍຕາທີ່ປະກອບດ້ວຍຄວາມຮັກ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ຄວນແກ່ກາຣບຳເພັນພຽນປະກາຣທີ ໔.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ສົງຄ໌ພ້ອມພຽງກັນ ຍິນດີຕໍ່ກັນ ບໍ່ວິວາທກັນ ມີອຸເທສຮ່ວມກັນ ຍ່ອມຢູ່ເປັນຜາສຸກ. ພິກຂຸທັງຫລາຍ ເມື່ອສົງຄ໌ພ້ອມພຽງກັນ ຍ່ອມບໍ່ດ່າກັນແລະກັນ ບໍ່ບໍຣິພາສກັນແລະກັນ ບໍ່ມີກາຣໃສ່ຮ້າຍກັນແລະກັນ ບໍ່ມີກາຣປະຖິ້ມກັນແລະກັນ ຄົນຜູ້ບໍ່ເຫລື້ອມໃສໃນສົງຄ໌ໝູ່ນັ້ນຍ່ອມເຫລື້ອມໃສ ແລະຄົນທີ່ເຫລື້ອມໃສແລ້ວ ຍ່ອມເຫລື້ອມໃສຍິ່ງໆຂຶ້ນໄປ. ພິກຂຸທັງຫລາຍ ນີ້ເປັນສມັຍທີ່ຄວນແກ່ກາຣບຳເພັນພຽນປະກາຣທີ ໕.

ພິກຂຸທັງຫລາຍ! ສມັຍທີ່ຄວນແກ່ກາຣບຳເພັນພຽນ ໕ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໕໘-໕໙/໕໔

ຕະປູຕຶງໃຈ ໕ ປະກາຣ

ພິກຂຸທັງຫລາຍ! ຕະປູຕຶງໃຈ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມເຄືອບແຄງສົງສັຍ ບໍ່ນ້ອມໃຈເຊື່ອ ບໍ່ເຫລື້ອມໃສໃນສາສດາ, ພິກຂຸໃດຍ່ອມເຄືອບແຄງສົງສັຍ ບໍ່ນ້ອມໃຈເຊື່ອ ບໍ່ເຫລື້ອມໃສໃນສາສດາ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນຕະປູຕຶງໃຈປະກາຣທີ ໑.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍ່ອມເຄືອບແຄງສົງສັຍ ບໍ່ນ້ອມໃຈເຊື່ອ ບໍ່ເຫລື້ອມໃສໃນທັມ, ພິກຂຸໃດຍ່ອມເຄືອບແຄງສົງສັຍ ບໍ່ນ້ອມໃຈເຊື່ອ ບໍ່ເຫລື້ອມໃສໃນທັມ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນຕະປູຕຶງໃຈປະກາຣທີ ໒.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍ່ອມເຄືອບແຄງສົງສັຍ ບໍ່ນ້ອມໃຈເຊື່ອ ບໍ່ເຫລື້ອມໃສໃນສົງຄ໌, ພິກຂຸໃດຍ່ອມເຄືອບແຄງສົງສັຍ ບໍ່ນ້ອມໃຈເຊື່ອ ບໍ່ເຫລື້ອມໃສໃນສົງຄ໌ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນຕະປູຕຶງໃຈປະກາຣທີ ໓.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍ່ອມເຄືອບແຄງສົງສັຍ ບໍ່ນ້ອມໃຈເຊື່ອ ບໍ່ເຫລື້ອມໃສໃນສິກຂາ, ພິກຂຸໃດຍ່ອມເຄືອບແຄງສົງສັຍ ບໍ່ນ້ອມໃຈເຊື່ອ ບໍ່ເຫລື້ອມໃສໃນສິກຂາ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນຕະປູຕຶງໃຈປະກາຣທີ ໔.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ໂກທ ບໍ່ພໍໃຈ ມີຈິຕອັນໂທສະກະທົບແລ້ວ ກະດ້າງໃນເພື່ອນພຣົມມະຈັນຍ໌ທັງຫລາຍ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນຕະປູຕຶງໃຈປະກາຣທີ ໕.

ພິກຂຸທັງຫລາຍ! ຕະປູຕຶງໃຈ ໕ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໒໒/໒໐໕

ເຄື່ອງຜູກພັນໃຈ ໕ ປະກາຣ

ພິກຂຸທັງຫລາຍ! ເຄື່ອງຜູກພັນໃຈ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ