ສັມມັປປະທານ ໔

ໜ້າ/ 49

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍັງບໍ່ປາສະຈາກຄວາມກຳນັດ ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະຈາກຄວາມກະຫາຍ ຍັງບໍ່ປາສະຈາກຄວາມຢາກໃນກາມທັງຫລາຍ, ພິກຂຸໃດຍັງບໍ່ປາສະຈາກຄວາມກຳນັດ ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະຈາກຄວາມກະຫາຍ ຍັງບໍ່ປາສະຈາກຄວາມຢາກໃນກາມທັງຫລາຍ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນເຄື່ອງຜູກພັນໃຈປະກາຣທີ ໑.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍັງບໍ່ປາສະຈາກຄວາມກຳນັດ ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະຈາກຄວາມກະຫາຍ ຍັງບໍ່ປາສະຈາກຄວາມຢາກໃນກາຍ, ພິກຂຸໃດຍັງບໍ່ປາສະຈາກຄວາມກຳນັດ ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະຈາກຄວາມກະຫາຍ ຍັງບໍ່ປາສະຈາກຄວາມຢາກໃນກາຍ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນເຄື່ອງຜູກພັນໃຈປະກາຣທີ ໒.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍັງບໍ່ປາສະຈາກຄວາມກຳນັດ ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະຈາກຄວາມກະຫາຍ ຍັງບໍ່ປາສະຈາກຄວາມຢາກໃນຣູປ, ພິກຂຸໃດຍັງບໍ່ປາສະຈາກຄວາມກຳນັດ ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະຈາກຄວາມກະຫາຍ ຍັງບໍ່ປາສະຈາກຄວາມຢາກໃນຣູປ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນເຄື່ອງຜູກພັນໃຈປະກາຣທີ ໓.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸສັນອາຫາຣຈົນອິ່ມຕາມຕ້ອງກາຣແລ້ວ ປະກອບຄວາມສຸຂໃນກາຣນອນ ປະກອບຄວາມສຸຂໃນກາຣເອນ ປະກອບຄວາມສຸຂໃນກາຣຫລັບຢູ່, ພິກຂຸໃດສັນອາຫາຣຈົນອິ່ມຕາມຕ້ອງກາຣແລ້ວ ປະກອບຄວາມສຸຂໃນກາຣນອນ ປະກອບຄວາມສຸຂໃນກາຣເອນ ປະກອບຄວາມສຸຂໃນກາຣຫລັບຢູ່ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນເຄື່ອງຜູກພັນໃຈປະກາຣທີ ໔.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸປາຖນາເທພນິກາຍໝູ່ໃດໝູ່ໜຶ່ງປະພຶຕພຣົມມະຈັນຍ໌ດ້ວຍຕັ້ງໃຈວ່າ ເຮົາຈັກເປັນເທວະດາ ຫລືເປັນເທພອົງຄ໌ໃດອົງຄ໌ໜຶ່ງດ້ວຍສີລ ພຣົຕ ຕະບະ ຫລືພຣົມມະຈັນຍ໌ນີ້, ພິກຂຸໃດປາຖນາເທພນິກາຍໝູ່ໃດໝູ່ໜຶ່ງປະພຶຕພຣົມມະຈັນຍ໌ດ້ວຍຕັ້ງໃຈວ່າ ເຮົາຈັກເປັນເທວະດາ ຫລືເປັນເທພອົງຄ໌ໃດອົງຄ໌ໜຶ່ງດ້ວຍສີລ ພຣົຕ ຕະບະຫລືພຣົມມະຈັນຍ໌ນີ້ ຈິຕຂອງພິກຂຸນັ້ນຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອກະທຳຕິດຕໍ່ ເພື່ອບຳເພັນພຽນ. ພິກຂຸທັງຫລາຍ ນີ້ເປັນເຄື່ອງຜູກພັນໃຈປະກາຣທີ ໕.

ພິກຂຸທັງຫລາຍ! ເຄື່ອງຜູກພັນໃຈ ໕ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໒໓-໒໒໔/໒໐໖

ກຸສິຕະວັຕຖຸ ໘ ປະກາຣ

ພິກຂຸທັງຫລາຍ! ກຸສິຕະວັຕຖຸ ໘ ປະກາຣນີ້, ໘ ປະກາຣເປັນຢ່າງໃດ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ຕ້ອງກະທຳກາຣງານ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາຈັກຕ້ອງກະທຳກາຣງານ ກໍເມື່ອເຮົາກະທຳກາຣງານຢູ່ ກາຍຈັກລຳບາກ ສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໑.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸກະທຳກາຣງານແລ້ວ ເຂົາມີຄວາມຄິດຢ່າງນີ້ວ່າ ເຮົາແລ ກະທຳກາຣງານແລ້ວ ກໍເມື່ອເຮົາກະທຳກາຣງານຢູ່ ກາຍກໍລຳບາກ ເພາະສະນັ້ນ ເຮົາຈະນອນ ເຂົາກໍນອນເສຍ ບໍ່ປຣາຣົພຄວາມພຽນ ເພື່ອເຖິງທັມທີ່ຍັງບໍ່ເຖິງ ເພື່ອບັນລຸທັມທີ່ຍັງບໍ່ບັນລຸ ເພື່ອກະທຳໃຫ້ແຈ້ງທັມທີ່ຍັງບໍ່ກະທຳໃຫ້ແຈ້ງ. ພິກຂຸທັງຫລາຍ ນີ້ເປັນກຸສິຕະວັຕຖຸປະກາຣທີ ໒.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ