ພົບພູມ
ໜ້າ/ 140
- ບາລີ ມຫາ. ທີ. ໑໐/໒໘໗-໒໙໖/໒໓໕-໒໔໖.
ພິກຂຸທັງຫຼາຍ ! ພວກເທວະດາໃນໂລກະທາດທັງ ໑໐ ປຸຊຸມກັນຫຼວງຫຼາຍ ເພື່ອທັດສະນາຕະຖາຄົຕແລະພິກຂຸສົງຄ໌
ພວກເທວະດາປະມານເທົ່ານີ້ແຫຼະ ໄດ້ປະຊຸມກັນ ເພື່ອທັດສະນາພຣະຜູ້ມີພຣະພາກອໍຣະຫັນຕະສັມມາສັມພຸດທະເຈົ້າ ຊຶ່ງໄດ້ມີແລ້ວໃນອະດີຕະກາລ ເໝືອນດັ່ງທີ່ປະຊຸມກັນເພື່ອທັດສະນາເຮົາໃນບັດນີ້
ພວກເທວະດາປະມານເທົ່ານີ້ແຫຼະ ໄດ້ປະຊຸມກັນ ເພື່ອທັດສະນາພຣະຜູ້ມີພຣະພາກອໍຣະຫັນຕະສັມມາສັມພຸດທະເຈົ້າ ຊຶ່ງຈະມີໃນອະນາຄົຕຕະກາລ ເໝືອນດັ່ງທີ່ປະຊຸມກັນເພື່ອທັດສະນາເຮົາໃນບັດນີ້
ເຮົາຈະບອກນາມພວກເທວະດາ ເຮົາຈະລະບຸນາມພວກເທວະດາ ເຮົາຈະສະແດງນາມພວກເທວະດາ ພວກເຈົ້າຈົ່ງຟັງເລື່ອງນັ້ນ ຈົ່ງຕັ້ງໃຈໃຫ້ດີ ເຮົາຈະກ່າວ.
ຍັກເຈັດພັນເປັນພຸມມະເທວະດາ ອາໄສຢູ່ໃນພຣະນະຄອນກະບິລະພັດ ຍັກຫົກພັນຢູ່ທີ່ພູເຫມະວະຕາ ຍັກສາມພັນຢູ່ທີ່ພູສາຕາຄິຣີ ຍັກເຫຼົ່ານັ້ນລວມເປັນໜຶ່ງໝື່ນຫົກພັນ ມີລັດສະໝີຕ່າງໆກັນ ມີລິດ ມີອານຸພາບ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ເປີດທັມທີ່ຖືກປົກປິດ : ພົບພູມ
ຍັກຫ້າຮ້ອຍຢູ່ທີ່ພູເວດສາມິຕຕະ ມີຣັດສະໝີຕ່າງໆກັນ ມີລິດ ມີອານຸພາບ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ຍັກຊື່ກຸມພີຣະຢູ່ໃນພຣະນະຄອນຣາຊະຄຶ ພູເຂົາເວປຸນລະ ເປັນທີ່ຢູ່ອາໄສຂອງຍັກນັ້ນ ຍັກແສນປາຍແວດລ້ອມຍັກຊື່ກຸມພີຣະນັ້ນ ຍັກຊື່ກຸມພີຣະຢູ່ໃນພຣະນະຄອນຣາຊະຄຶ ແມ່ນວ່ານັ້ນ ກໍໄດ້ມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ທ້າວດະຕະຣັດຖະ ຢູ່ທາງທິດບູຣະພາ ປົກຄອງທິດນັ້ນ ເປັນອະທິບໍດີຂອງພວກຄົນທັນ ລາວເປັນມະຫາຣາຊະ ມີຍົດ ແມ່ນວ່າບຸຕຂອງລາວກໍຫຼາຍ ມີນາມວ່າອິນທະ ມີກໍາລັງຫຼາຍ ມີລິດ ມີອານຸພາບ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ທ້າວວິຣຸລະຫະກະ ຢູ່ທາງທິດທັກຂິນ ປົກຄອງທິດນັ້ນ ເປັນອະທິບໍດີຂອງກຸມພັນ ລາວເປັນມະຫາຣາຊະ ມີຍົດ ແມ່ນວ່າບຸຕຂອງລາວກໍຫຼາຍ ມີນາມວ່າອິນທະ ມີກໍາລັງຫຼາຍ ມີລິດ ມີອານຸພາບ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ທ້າວວິຣູປັກຂະ ຢູ່ທາງທິດປັດຈິມ ປົກຄອງທິດນັ້ນ ເປັນ ອະທິບໍດີຂອງພວກນາຄະ ລາວເປັນມະຫາຣາຊະ ມີຍົດ ແມ່ນວ່າ ບຸຕຂອງລາວກໍຫຼາຍ ມີນາມວ່າອິນທະ ມີກໍາລັງຫຼາຍ ມີລິດ ມີອານຸພາບ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ພຸດທະວະຈະນະ - ໝວດທັມ
ທ້າວກຸເວຣະ ຢູ່ທາງທິດອຸດອນ ປົກຄອງທິດນັ້ນ ເປັນອະທິບໍດີຂອງພວກຍັກ ລາວເປັນມະຫາຣາຊະ ມີຍົດ ແມ່ນວ່າບຸຕຂອງລາວກໍຫຼາຍ ມີນາມວ່າອິນທະ ມີກໍາລັງຫຼາຍ ມີລິດ ມີອານຸພາບ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ທ້າວມະຫາຣາຊະທັງ ໔ ນັ້ນ ຍັງທິດທັງ ໔ ໂດຍຮອບໃຫ້ຮຸ່ງເຮືອງ ໄດ້ຢືນຢູ່ແລ້ວໃນປ່າເຂດພຣະນະຄອນກະບິລະພັດ
ພວກສະໝຸນຂອງທ້າວມະຫາຣາຊທັງ ໔ ນັ້ນ ມີມາຍາລໍ້ລວງ ໂອ້ອວດ ມີເລ່ຫຼ່ຽມ ມາດ້ວຍກັນ ມີຊື່ຄື ກຸເຕນະດຸ ໑ ເວເຕນະດຸ ໑ ວິຕະ ໑ ວິຕຕະ ໑ ຈັນທະນະ ໑ ກາມະເສດຖະ ໑ ກິນນຸຄັນດຸ ໑ ນິຄັນດຸ ໑ ແລະທ້າວເທວະຣາຊະທັງຫຼາຍຜູ້ມີນາມວ່າປະນາທະ ໑ ໂອປະມັນຍະ ໑ ເທບສາຣະຖີມີນາມວ່າ ມາຕະລິ ໑ ຈິດຕະເສນະ ໑ ຜູ້ຄົນທັນ ໑ ນະໂລຣາຊະ ໑ ຊະໂນສະພະ ໑ ປັນຈະສິຂະ ໑ ຕິມະພຣູ ໑ ສຸຣິຢະວັດສະສາເທບທິດາ ໑ ມາທັງໝົດ ຣາຊາແລະຄົນທັນພວກນັ້ນແລະພວກອື່ນ ກັບເທວະຣາຊະທັງຫຼາຍຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ອັນໜຶ່ງ ໝູ່ນາຄາທີ່ຢູ່ໃນສະ ຊື່ນະພະສະແດ່ ຢູ່ໃນເມືອງເວສາລີແດ່ ພ້ອມດ້ວຍນາຄາບໍຣິສັດເຫຼົ່າຕັດສະກະ ກັມພະລະນາຄະແລະອັດສະຕຣະນາຄະ ກໍມາ ນາຄາຜູ້ຢູ່ໃນທ່າຊື່ປາຢາຄະກັບຍາດພີ່ນ້ອງກໍມາ ນາຄາຜູ້ຢູ່ໃນແມ່ນ້ຳຢຸມະນາ ເກີດໃນຕະກຸນດະຕະຣັດຖະ ຜູ້ມີຍົດ ກໍມາ
ເປີດທັມທີ່ຖືກປົກປິດ : ພົບພູມ
ເອຣາວັນເທພະບຸຕຜູ້ເປັນຊ້າງໃຫຍ່ ແມ່ນວ່ານັ້ນ ກໍມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ








