ພົບພູມ
ໜ້າ/ 140
“ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ນັບຖອຍແຕ່ນີ້ໄປ ໓໑ ກັບ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະ ພຣະນາມວ່າເວດສະພູ ໄດ້ສະເດັດອຸບັດຂຶ້ນໃນໂລກ ພວກຂ້ານ້ອຍ ປະພຶດ ພຣົມມະຈັນໃນພຣະຜູ້ມີພຣະພາກພຣະນາມວ່າເວດສະພູ ຄາຍຄວາມພໍໃຈໃນກາມທັງຫຼາຍແລ້ວ ຈຶ່ງໄດ້ບັງເກີດໃນບ່ອນນີ້”.
ພິກຂຸທັງຫຼາຍ ! ໃນໝູ່ເທວະດານັ້ນແລ ເທວະດານັບຮ້ອຍນັບພັນຢ່າງຫຼວງຫຼາຍໄດ້ເຂົ້າມາຫາເຮົາແລ້ວໄດ້ກ່າວກັບເຮົາວ່າ
“ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ໃນພັດທະກັບນີ້ເອງ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະ ພຣະນາມວ່າກະກຸສັນທະ ໄດ້ສະເດັດອຸບັດຂຶ້ນໃນໂລກ
ເປີດທັມທີ່ຖືກປົກປິດ : ພົບພູມ
ພວກຂ້ານ້ອຍນັ້ນ ປະພຶດພຣົມມະຈັນໃນພຣະຜູ້ມີພຣະພາກ ພຣະນາມວ່າກະກຸສັນທະ ຄາຍຄວາມພໍໃຈໃນກາມທັງຫຼາຍແລ້ວ ຈຶ່ງໄດ້ບັງເກີດໃນບ່ອນນີ້”.
ພິກຂຸທັງຫຼາຍ ! ໃນໝູ່ເທວະດານັ້ນແລ ເທວະດານັບຮ້ອຍນັບພັນຢ່າງຫຼວງຫຼາຍໄດ້ເຂົ້າມາຫາເຮົາແລ້ວໄດ້ກ່າວກັບເຮົາວ່າ
“ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ໃນພັດທະກັບນີ້ເອງ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະ ພຣະນາມວ່າໂກນາຄະມະນະ ໄດ້ສະເດັດອຸບັດຂຶ້ນໃນໂລກ ພວກຂ້ານ້ອຍ ນັ້ນປະພຶດພຣົມມະຈັນ ໃນພຣະຜູ້ມີພຣະພາກພຣະນາມວ່າ ໂກນາຄະມະນະ ຄາຍຄວາມພໍໃຈໃນກາມທັງຫຼາຍແລ້ວ ຈຶ່ງໄດ້ບັງເກີດໃນບ່ອນນີ້”.
ພິກຂຸທັງຫຼາຍ ! ໃນໝູ່ເທວະດານັ້ນແລ ເທວະດານັບຮ້ອຍນັບພັນຢ່າງຫຼວງຫຼາຍໄດ້ເຂົ້າມາຫາເຮົາແລ້ວໄດ້ກ່າວກັບເຮົາວ່າ
“ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ໃນພັດທະກັບນີ້ເອງ ພຣະຜູ້ມີ ພຣະພາກອະຣະຫັນຕະສັມມາສັມພຸດທະ ພຣະນາມວ່າກັດສະປະ ໄດ້ສະເດັດອຸບັດຂຶ້ນໃນໂລກ ພວກຂ້ານ້ອຍນັ້ນ ປະພຶດພຣົມມະຈັນໃນພຣະຜູ້ມີພຣະພາກພຣະນາມວ່າກັດສະປະ ຄາຍຄວາມພໍໃຈໃນກາມທັງຫຼາຍແລ້ວ ຈຶ່ງໄດ້ບັງເກີດໃນບ່ອນນີ້”.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ໃນໝູ່ເທວະດານັ້ນແລ ເທວະດານັບຮ້ອຍນັບພັນຢ່າງຫຼວງຫຼາຍໄດ້ເຂົ້າມາຫາເຮົາແລ້ວໄດ້ກ່າວກັບເຮົາວ່າ
“ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ໃນພັດທະກັບນີ້ເອງ ບັດນີ້ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະ ໄດ້ສະເດັດອຸບັດຂຶ້ນໃນໂລກ ພຣະອົງຄ໌ເປັນກະສັດໂດຍພຣະຊາດສະເດັດອຸບັດຂຶ້ນໃນຂັຕຕິຢະສະກຸນ ເປັນໂຄຕະມະໂດຍພຣະໂຄຕ ພວກຂ້ານ້ອຍນັ້ນ ປະພຶດພຣົມມະຈັນໃນພຣະຜູ້ມີພຣະພາກ ຄາຍຄວາມພໍໃຈໃນກາມທັງຫຼາຍແລ້ວ ຈຶ່ງໄດ້ບັງເກີດໃນບ່ອນນີ້”.
ພິກຂຸທັງຫຼາຍ ! ຄັ້ງນັ້ນແລ ເຮົາພ້ອມດ້ວຍເທວະດາເຫຼົ່າອະວິຫາໄດ້ເຂົ້າໄປຫາເທວະດາເຫຼົ່າອະຕັບປາ ເຮົາພ້ອມດ້ວຍເທວະດາທັງສອງພວກນັ້ນ ໄດ້ເຂົ້າໄປຫາເທວະດາເຫຼົ່າສຸທັດສາ ເຮົາພ້ອມດ້ວຍເທວະດາທັງສາມພວກນັ້ນ ໄດ້ເຂົ້າໄປຫາເທວະດາເຫຼົ່າສຸທັດສີ ເຮົາພ້ອມດ້ວຍເທວະດາທັງໝົດນັ້ນໄດ້ເຂົ້າໄປຫາເທວະດາເຫຼົ່າອະກະນິຕຖາແລ້ວ.
(ເທວະດາເຫຼົ່ານັ້ນ ໄດ້ກ່າວເລົ່າຂໍ້ຄວາມຂາບທູນພຣະອົງຄ໌ ເຖິງພຣະພຸດທະເຈົ້າບັນດາທີ່ລ່ວງລັບໄປແລ້ວ ແລະເລົ່າເຖິງການປະພຶດພຣົມມະຈັນຂອງຕົນໃນຊາດທີ່ພົບພຣະພຸດທະເຈົ້າ ໂດຍຮູບແບບດຽວກັນ)
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ເພາະເຫດທີ່ທັມມະທາດນີ້ ຕະຖາຄົຕແທງຕະຫຼອດແລ້ວຢ່າງດີດ້ວຍປະການດັ່ງນີ້ ພຣະພຸດທະເຈົ້າທີ່ລ່ວງລັບໄປແລ້ວ ປະຣິນິບພານໄປແລ້ວ ຕັດທັມເປັນເຫດໃຫ້ຊັກຊ້າໄດ້ແລ້ວ ຕັດວັຕຕະໄດ້ແລ້ວ ຄອບງໍາວັຕຕະໄດ້ແລ້ວ ຂ້າມພົ້ນສັບພະທຸກຂ໌ໄດ້ແລ້ວ ຕະຖາຄົຕຍ່ອມລະນຶກເຖິງໄດ້ແມ່ນວ່າໂດຍພຣະຊາດ ແມ່ນວ່າໂດຍພຣະນາມ ແມ່ນວ່າໂດຍພຣະໂຄຕ ແມ່ນວ່າໂດຍພຣະຊົນມາຍຸ ແມ່ນວ່າໂດຍຄູ່ແຫ່ງພຣະສາວົກ ແມ່ນວ່າໂດຍການປະຊຸມກັນແຫ່ງພຣະສາວົກວ່າ ແມ່ນວ່າດ້ວຍເຫດນີ້ ພຣະຜູ້ມີພຣະພາກເຫຼົ່ານັ້ນ ຈຶ່ງມີພຣະຊາດດັ່ງນີ້ ຈຶ່ງມີພຣະນາມດັ່ງນີ້ ຈຶ່ງມີພຣະໂຄຕດັ່ງນີ້ ຈຶ່ງມີສີລດັ່ງນີ້ ຈຶ່ງມີທັມດັ່ງນີ້ ຈຶ່ງມີປັນຍາດັ່ງນີ້ ຈຶ່ງມີວິຫາຣະທັມດັ່ງນີ້ ຈຶ່ງມີວິມຸດຕິດັ່ງນີ້ ແມ່ນວ່າພວກເທວະດາກໍໄດ້ບອກເນື້ອໃນໃຈຄວາມນີ້ແກ່ຕະຖາຄົຕ ຊຶ່ງເປັນເຫດໃຫ້ຕະຖາຄົຕລະນຶກເຖິງໄດ້ຊຶ່ງພຣະພຸດທະເຈົ້າທັງຫຼາຍ ທີ່ລ່ວງລັບໄປແລ້ວ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຊຸມນຸມເທວະດາ ໙໔








