ພົບພູມ
ໜ້າ/ 140
ປັກຂິທະວິຊາດຜູ້ເປັນທິບ ມີໄນຕາບໍຣິສຸດ ຈັບເອົານາຄະຣາຊໄປໄດ້ໂດຍວ່ອງໄວນັ້ນ ມາໂດຍທາງອາກາດເຖິງທ່າມກາງປ່າຊື່ຂອງປັກຂິນັ້ນວ່າຈິຕຣະສຸບັນ ໃນເວລານັ້ນ ນາຄະຣາຊທັງຫຼາຍ ບໍ່ໄດ້ມີຄວາມຢ້ານ ພຣະພຸດທະເຈົ້າໄດ້ເຮັດໃຫ້ປອດພັຍຈາກຄຸຕ ນາຄະກັບຄຸຕເຈລະຈາກັນ ດ້ວຍວາຈາອັນອ່ອນຫວານ ຖືພຣະພຸດທະເຈົ້າໃຫ້ເປັນສະຣະນະ ພວກອະສູຣະອາໄສສະມຸດຢູ່ ອັນທ້າວວະຊິຣະຫັນສູ້ຊະນະແລ້ວ ເປັນພີ່ນ້ອງຂອງທ້າວວາສະພະ ມີລິດ ມີຍົດ ເຫຼົ່ານີ້ຄືພວກກາລະກັນຊະອະສູຣະ ມີກາຍໃຫຍ່ເປັນຕາຢ້ານ ກໍມາ ພວກທານະເວຄະສະອະສູຣະ ກໍມາ ເວປະຈິດຕິອະສູຣະ ສຸຈິດຕິອະສູຣະ ປະຫາຣາທະອະສູຣະ ແລະນະມຸຈີພະຍາມາຣ ກໍມານໍາກັນ ບຸຕຂອງພະລິອະສູຣະໜຶ່ງຮ້ອຍ ມີຊື່ວ່າໄພໂຣດທັງໝົດຜູກສອດເຄື່ອງເສນາອັນມີກໍາລັງ ເຂົ້າໄປໃກ້ອະສູຣິນທະ ຣາຫູແລ້ວກ່າວວ່າ “ທ່ານຜູ້ຈະເຣີນ ! ບັດນີ້ ເປັນສະໄໝທີ່ຈະປະຊຸມກັນ” ດັ່ງນີ້ແລ້ວ ເຂົ້າໄປຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ໃນເວລານັ້ນ ເທວະດາທັງຫຼາຍ ຊື່ອາໂປ ຊືປະຖະວີ ຊື່ເຕໂຊ ຊື່ວາໂຢ ໄດ້ພາກັນມາແລ້ວ ເທວະດາ ຊື່ວະຣຸນະ ຊື່ໂສມະ ຊື່ ຢະສະສະ ກໍມາຄືກັນ ເທວະດາຜູ້ບັງເກີດໃນໝູ່ເທວະດາດ້ວຍເມຕຕາແລະກະຣຸນາຊານ ເປັນຜູ້ມີຍົດ ກໍມາ ໝູ່ເທວະດາ ໑໐ ໝູ່ນີ້
ພຸດທະວະຈະນະ - ໝວດທັມ
ເປັນ ໑໐ ພວກ ທັງໝົດລ້ວນມີຣັດສະໝີຕ່າງໆກັນ ມີລິດ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ເທວະດາຊື່ເວນະດູ ຊື່ສະຫະລີ ຊື່ອະສະມາ ຊື່ຢະມະ ທັງສອງພວກ ກໍມາ ເທວະດາຜູ້ອາໄສພຣະຈັນ ເຮັດພຣະຈັນໄວ້ໃນເບື້ອງໜ້າ ກໍມາ ເທວະດາຜູ້ອາໄສພຣະອາທິຕ ເຮັດພຣະອາທິຕໄວ້ໃນເບື້ອງໜ້າ ກໍມາ ເທວະດາເຮັດນັກກະສັດໄວ້ໃນເບື້ອງໜ້າ ກໍມາ ມັນທະພະລາຫະກະເທວະດາ ກໍມາ ແມ່ນວ່າທ້າວສັກກະປຸຣິນທະທະວາສະວະ ຊຶ່ງປະເສີດກວ່າສຸເທວະດາທັງຫຼາຍກໍສະເດັດມາ ໝູ່ເທວະດາ ໑໐ ໝູ່ນີ້ ເປັນ ໑໐ ພວກ ທັງໝົດລ້ວນມີຣັດສະໝີຕ່າງໆກັນ ມີລິດ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ອັນໜຶ່ງເທວະດາຊື່ສະຫະພູ ຜູ້ເຮືອງຮຸ່ງດຸດດັ່ງແປວໄຟ ກໍມາ ເທວະດາຊື່ອະຣິດຖະກະ ຊື່ໂຣຊະ ມີຣັດສະໝີດັ່ງສີດອກຜັກຕົບ ກໍມາ ເທວະດາຊື່ວະຣຸນະ ຊື່ສະຫະທັມ ຊື່ອັດຈຸຕະ ຊື່ອະເນຊະກະ ຊື່ສຸເລີຍຢະ ຊື່ຣຸຈິຣະ ກໍມາ ເທວະດາຊື່ວາສະວະເນສີ ກໍມາ ໝູ່ເທວະດາ ໑໐ ໝູ່ນີ້ ເປັນ ໑໐ ພວກ ທັງໝົດລ້ວນມີຣັດສະໝີຕ່າງໆກັນ ມີລິດ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ເທວະດາຊື່ສະມານະ ຊື່ມະຫາສະມານະ ຊື່ມານຸສະ ຊື່ມານຸສຸດຕະມະ ຊື່ຂິດດາປະທູສິກະ ກໍມາ ເທວະດາຊື່ມະໂນປະທູສິກະ ກໍມາ ອັນໜຶ່ງ ເທວະດາຊື່ຫະຣິ ເທວະດາຊື່ໂລຫິຕະວາສີ ຊື່ປາຣະຄະ
ເປີດທັມທີ່ຖືກປົກປິດ : ພົບພູມ
ຊື່ມະຫາປາຣະຄະ ຜູ້ມີຍົດ ກໍມາ ໝູ່ເທວະດາ ໑໐ ໝູ່ນີ້ ເປັນ ໑໐ ພວກ ທັງໝົດມີຣັດສະໝີຕ່າງໆກັນ ມີລິດ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ເທວະດາຊື່ສຸກກະ ຊື່ກຣຸມະຫະ ຊື່ອະຣຸນະ ຊື່ເວຄະນະສະ ກໍມານໍາກັນ ເທວະດາຊື່ໂອທາຕະຄັຍຫະ ຜູ້ເປັນຫົວໜ້າເທວະດາຊື່ວິຈັກຂະນະ ກໍມາ ເທວະດາຊື່ສະທາມັຕຕະ ຊື່ຫາຣະຄະຊະ ແລະຊື່ມິດສະກະຜູ້ມີຍົດ ກໍມາ ປະຊຸນນະເທວະບຸຕ ຊຶ່ງແຜດສຽງໃຫ້ຝົນຕົກທົ່ວທິດ ກໍມາ ໝູ່ເທວະດາ ໑໐ ໝູ່ນີ້ ເປັນ ໑໐ ພວກ ທັງໝົດລ້ວນມີຣັດສະໝີຕ່າງໆກັນ ມີລິດ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ເທວະດາຊື່ເຂມິຢະ ເທວະດາຊັ້ນດຸສິດ ເທວະດາຊັ້ນຢາມະ ແລະເທວະດາຊື່ກັດຖະກະ ມີຍົດ ເທວະດາຊື່ລັມພິຕະກະ ຊື່ລາມາ ເສດຖະ ຊື່ໂຊຕິນາມະ ຊື່ອາສາ ແລະເທວະດາຊັ້ນນິມມານໍຣະດີ ກໍມາ ອັນໜຶ່ງເທວະດາຊັ້ນປະຣະນິມມິຕະ ກໍມາ ໝູ່ເທວະດາ ໑໐ ໝູ່ນີ້ ເປັນ ໑໐ ພວກ ທັງໝົດລ້ວນມີຣັດສະໝີຕ່າງໆກັນ ມີລິດ ມີຣັດສະໝີ ມີຍົດ ຍິນດີ ມຸ່ງມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ
ໝູ່ເທວະດາ ໖໐ ໝູ່ນີ້ ທັງໝົດລ້ວນມີຣັດສະໝີຕ່າງໆກັນ ມາແລ້ວໂດຍກໍານົດຊື່ແລະເທວະດາໝູ່ອື່ນຜູ້ເຊັ່ນນັ້ນ ມາພ້ອມກັນດ້ວຍຄິດວ່າ “ເຮົາທັງຫຼາຍຈະເຫັນພຣະນາຄະ ຜູ້ປາສະຈາກຊາດ
ພຸດທະວະຈະນະ - ໝວດທັມ








